AI ໃນວົງການສື່ມວນຊົນ ໂອກາດທີ່ບໍ່ຄວນ​ປ່ອຍ ແລະ ສິ່ງທ້າທາຍທີ່ຕ້ອງລະວັງ

ໂດຍ: ສ.ແສງງ​າມ

ໃນຍຸກທີ່ປັນຍາປະດິດ (AI) ກຳລັງເຂົ້າມາມີບົດບາດໃນທຸກຂະແໜງການ ​ລວ​ທ​ໄປ​ເຖິງວົງການສື່ມວນຊົນ. ທ່ານ ແອນດ​ຣູ ດ​ຣາມ ມ​ອນ ບັນນາທິການໃຫຍ່ ສະ​ມາ​ຄົມ​ນັກ​ຂ່າວ​ອົດ​ສະ​ຕ​ຣາ​ລີ (Australian Associated Press, AAP) ໄດ້ໃຫ້ທັດສະນະທີ່ໜ້າສົນໃຈກ່ຽວກັບແນວທາງການນຳໃຊ້ AI ໃນອຸດສາຫະກຳຂ່າວ ພ້ອມທັງໂອກາດ ແລະ ສິ່ງທ້າທາຍທີ່ພາກພື້ນອາຊີ-ປາຊີຟິກ ໂດຍສະເພາະປະເທດກຳລັງພັດທະນາຕ້ອງໄດ້ຮັບມື.

ທ່ານ ແອນດ​ຣູ ດ​ຣາມມ​ອນ ໄດ້ເນັ້ນໜັກວ່າ: ອຸດສາຫະກຳສື່ບໍ່ສາມາດເມີນເສີຍຕໍ່ເທັກໂນໂລຊີ AI ໄດ້ອີກຕໍ່ໄປ ແຕ່ສິ່ງສຳຄັນແມ່ນວິທີການນຳໃຊ້ໃຫ້ຖືກຕ້ອງ. “ຕ້ອງໃຫ້ມະນຸດຍັງຢູ່ໃນຂະບວນການ (human in the loop) ແລະ ຕ້ອງມີການກວດສອບຈາກບັນ ນາທິການຕະຫຼອດຂະບວນການ” ຕົວຢ່າງທີ່ຊັດເຈນຄື ວຽກງານປະຈຳວັນທີ່ນັກຂ່າວອາດບໍ່ມັກເຮັດ ເຊັ່ນ: ການສ້າງລາຍການວຽກ ຫຼື ວຽກທີ່ຕ້ອງເຮັດປະຈຳວັນ ເຊິ່ງບໍ່ໄດ້ນຳໃຊ້ທັກສະການເປັນນັກຂ່າວຢ່າງເຕັມທີ່. ນີ້ຄືຈຸດທີ່ AI ແລະ ລະບົບອັດຕະໂນມັດ ສາມາດເຂົ້າມາຊ່ວຍແບ່ງເບົາພາລະ ໃຫ້ນັກຂ່າວມີເວລາໄປສຸມ​ໃສ່ວຽກທີ່ຕ້ອງໃຊ້ຄວາມສາມາດດ້ານການເປັນນັກຂ່າວແທ້ໆ.

ເມື່ອຖືກຖາມກ່ຽວກັບຄວາມທ້າທາຍໃນການພັດທະນາສື່ຢູ່ໃນປະເທດກຳລັງພັດທະນາ ທ່ານ ແອນດ​ຣູ ດ​ຣາມມ​ອນ ຊີ້ໃຫ້ເຫັນວ່າ ບັນຫາຫຼັກແມ່ນ ຊັບພະຍາກອນ ທັງເງິນທຶນ ແລະ ເວລາ ເຊິ່ງເປັນສິ່ງທີ່ປະເທດກຳລັງພັດທະນາມັກຈະຂາດແຄນ.

ທ່ານ ແອນດ​ຣູ ດ​ຣາມມ​ອນ ໄດ້ຍົກຕົວຢ່າງເລື່ອງລາວອັນມີຊື່ສຽງຂອງບໍລິສັດລົດແຫ່ງ​ໜຶ່ງ ທີ່ໄດ້ແບ່ງປັນເທັກໂນໂລຊີເຂັມຂັດນິລະໄພແບບ 3 ຈຸດໃຫ້ທົ່ວອຸດສາຫະກຳລົດຍົນນຳໃຊ້ບໍ່​ມີ​ຄ່າ​ໃຊ້​ຈ່າຍ ເພື່ອຄວາມປອດໄພຂອງທຸກຄົນ ໂດຍຕັ້ງຄຳຖາມທີ່ໜ້າສົນໃຈວ່າ ວົງການ AI ໃນສື່ອາດຈະຕ້ອງເດີນທາງໄປໃນທິດທາງດຽວກັນ ນັ້ນຄື ອົງການສື່ໃຫຍ່ໆ ຊ່ວຍແບ່ງປັນເທັກໂນໂລຊີໃຫ້ອົງການ​ສື່ທີ່ມີຊັບພະຍາກອນໜ້ອຍກວ່າ ເພື່ອຫຼຸດຄວາມແຕກຕ່າງດ້ານ​ເຕັກ​ໂນ​ໂລ​ຊີດິຈິຕອນ ໃນພາກພື້ນ.

ທ່ານ ແອນດ​ຣູ ດ​ຣາມມ​ອນ ເປີດເຜີຍວ່າ: AAP ໄດ້ເລືອກໃຊ້ Google Gemini ເປັນເຄື່ອງມື AI ຫຼັກໃນອົງກອນ ໂດຍພະນັກງານທຸກຄົນສາມາດເຂົ້າເຖິງໄດ້ໃນລະຫວ່າງການເຮັດວຽກ ແຕ່ບໍ່ໄດ້ບັງຄັບໃຫ້ໃຊ້. ອົງກອນເນັ້ນການໃຫ້ຄຳແນະນຳວ່າ AI ຈະຊ່ວຍວຽກປະຈຳວັນແນວໃດ ພ້ອມທັງມີ ນະໂຍບາຍ AI ທີ່ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າການນຳໃຊ້ AI ຈະສອດຄ່ອງກັບກົດບັດຄວາມເປັນອິດສະຫຼະດ້ານບັນນາທິການ (editorial charter of independence) ຂອງອົງກອນ.

ເມື່ອຖາມເຖິງຄວາມກັງວົນສ່ວນຕົວກ່ຽວກັບການນຳໃຊ້ AI ໃນສື່ ທ່ານ ແອນດ​ຣູ ດ​ຣາມມ​ອນ ຕອບຢ່າງກົງໄປກົງມາວ່າ “ມັນເປັນເສັ້ນແບ່ງທີ່ບາງຫຼາຍ ລະຫວ່າງສິ່ງທີ່ຍອມຮັບໄດ້ ກັບສິ່ງທີ່ອາດສ່ຽງ ‘ເກີນໄປ’.” ສິ່ງທີ່ລາວໝາຍເຖິງ “ເກີນໄປ” ຄື ການທີ່ຂ່າວຖືກຜະ ລິດອອກມາໂດຍປາສະຈາກການແຊກແຊງ ຫຼື ກວດສອບຈາກມະນຸດເລີຍ ເຊິ່ງເປັນສິ່ງທີ່ອາດສ່ຽງຕໍ່ຄວາມໜ້າເຊື່ອຖືຂອງອົງການຂ່າວ.

ທັດສະນະຂອງ ແອນດ​ຣູ ດ​ຣາມມ​ອນ ສະທ້ອນໃຫ້ເຫັນທ່າອ່ຽງລວມຂອງອຸດສາຫະກຳສື່ທົ່ວໂລກ ນັ້ນຄື AI ບໍ່ແມ່ນສັດຕູ ແຕ່ເປັນເຄື່ອງມືທີ່ຕ້ອງນຳໃຊ້ຢ່າງມີສະຕິ, ມີການກວດສອບ ແລະ ຮັກສາຄວາມເປັນມະນຸດໄວ້ໃນທຸກຂັ້ນຕອນຂອງການຜະລິດຂ່າວ ໂດຍສະເພາະໃນຂະນະທີ່ພາກພື້ນອາຊີ-ປາຊີຟິກ ຍັງຕ້ອງຫາທາງແກ້ໄຂບັນຫາຂາດແຄນຊັບພະ ຍາກອນ ເພື່ອບໍ່ໃຫ້ຕົກຂະບວນເທັກໂນ ໂລຊີນີ້.

error: Content is protected !!