Yakou ຈາກທົ່ງນາສີຂຽວ ສູ່ຈຸດໝາຍປາຍທາງຂອງຄົນເມືອງ

ເມື່ອທົ່ງນາກາຍເປັນຫຼາຍກວ່າແຫຼ່ງຜະລິດເຂົ້າ ມັນກາຍ ເປັນທິວທັດແຫຼ່ງລາຍໄດ້ ແລະ ຈຸດດຶງດູດຄົນເມືອງໃຫ້ຫັນກັບສູ່ຊົນນະບົດ ທ່າມກາງຕຶກສູງ ຖະໜົນທີ່ແອອັດ ແລະ ຈັງຫວະຊີວິດທີ່ຮີບຮ້ອນຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮອງກົງ-ມາເກົ້າ (GBA) ສປ ຈີນ, ມີບ້ານແຫ່ງໜຶ່ງທີ່ຍັງຄົງຮັກສາພາບຂອງທົ່ງນາອັນກວ້າງໃຫຍ່ໄວ້ໄດ້. ນັ້ນຄື ບ້ານ Yakou, ຢູ່ເຂດ Nanlang, ເມືອງ Zhongshan.

ຈາກທາງອອກ ພາກຕາເວັນອອກຂອງ Cuiheng ຂອງເສັ້ນທາງເຊື່ອມຕໍ່ Zhongshan-Shenzhen ໃຊ້ເວລາຂັບລົດປະມານ 25 ນາທີ ເພື່ອເດີນທາງມາຮອດ Yakou. ການເປີດໃຊ້ເສັ້ນທາງເຊື່ອມ Shenzhen-Zhongshan ໃນປີ 2024 ໄດ້ເຮັດໃຫ້ບ້ານຊົນນະບົດແຫ່ງນີ້ເຂົ້າເຖິງໄດ້ງ່າຍຂຶ້ນຈາກເມືອງໃຫຍ່ຕ່າງໆ ເຊັ່ນ Shenzhen ແລະ Hong Kong. ແຕ່ສິ່ງທີ່ຮຽກຮ້ອງໃຫ້ຄົນເດີນທາງມາຫາ Yakou ບໍ່ແມ່ນພຽງຄວາມສະດວກດ້ານການຄົມມະນາຄົມ. ສິ່ງທີ່ຕ້ອນຮັບຜູ້ມາເຖິງແມ່ນທົ່ງນາສີຂຽວອັນກວ້າງໃຫຍ່.

ທົ່ງນາ ສະເໜ່ຫຼັກຂອງ Yakou ເຊິ່ງມີເນື້ອທີ່ນາຕິດຕໍ່ກັນປະມານ 135 ເຮັກຕາ. ທົ່ງນາກວ້າງສຸດສາຍຕາກາຍເປັນພູມທັດທີ່ໂດດເດັ່ນ ແລະ ແຕກຕ່າງຈາກພາບເມືອງໃຫຍ່ທີ່ຢູ່ບໍ່ໄກ.ໃນອາທິດຜ່ານມາຜູ້ແທນສື່ມວນຊົນ ອາຊີ-ປາຊີ ຟິກ ໄດ້ເດີນທາງໄປທ່ຽວຊົມບ້ານດັ່ງກ່າງ ເຊິ່ງກໍພົບວ່າ: ທີ່ນີ້, ທົ່ງນາບໍ່ໄດ້ເປັນພຽງບ່ອນປູກເຂົ້າ. ມັນກາຍເປັນພື້ນທີ່ພັກຜ່ອນ, ຈຸດຖ່າຍຮູບ ແລະ ພື້ນທີ່ໃຫ້ຄົນເມືອງໄດ້ສຳຜັດກັບວິຖີກະສິກຳຕາມລະດູການ, ທົ່ງນາ Yakou ປ່ຽນສີ ແລະ ຮູບໂສມຢູ່ຕະຫຼອດ ຈາກຕົ້ນເຂົ້າອ່ອນສີ ຂຽວ ໄປຈົນເຖິງຊ່ວງເກັບກ່ຽວທີ່ທົ່ງນາກາຍເປັນສີທອງ.

ດັ່ງນັ້ນ ທຸກລະດູການຈຶ່ງມີຄວາມງາມໃນແບບຂອງຕົນເອງ. ເຮັດໃຫ້ອໍານາດການປົກຄອງບ້ານໄດ້ນຳຈຸດແຂງນີ້ມາພັດ ທະນາເປັນການທ່ອງທ່ຽວກະສິກຳ. ນັກທ່ອງທ່ຽວສາ ມາດມາຊົມທົ່ງນາ, ຮຽນຮູ້ການປູກເຂົ້າ, ລົງມືດຳນາ ຫຼື ສຳຜັດປະສົບການໃນຊ່ວງເກັບກ່ຽວ ວິທີນີ້ເຮັດໃຫ້ “ທົ່ງ ນາ” ຈາກເດີມທີ່ເປັນພື້ນທີ່ຜະລິດ ກາຍເປັນທັງແຫຼ່ງຮຽນຮູ້, ສະຖານທີ່ພັກຜ່ອນ ແລະ ແຫຼ່ງລາຍໄດ້ໃໝ່ໃຫ້ຊຸມຊົນ.

ການປູກເຂົ້າຍັງຄົງເປັນອາຊີບຫຼັກຂອງ Yakou. ແຕ່ບ້ານບໍ່ໄດ້ຢຸດພຽງການຜະລິດ. Yakou ໄດ້ພັດທະນາເຂົ້າທີ່ອຸດົມດ້ວຍ Selenium ແລະ ສ້າງຍີ່ຫໍ້ “Yakou Rice” ຂຶ້ນມາ. ຫຼັງຈາກນັ້ນກໍໄດ້ຍົກລະດັບຄຸນນະພາບ ແລະ ຍົກລາຄາເຂົ້າຈາກປະມານ 5 ຢວນຕໍ່ກິໂລກຣາມ ເພີ່ມຂຶ້ນເຖິງ 40 ຢວນຕໍ່ກິໂລກຣາມ. ນີ້ສະທ້ອນໃຫ້ເຫັນວ່າ ການພັດທະນາຊົນນະບົດອາດບໍ່ຈຳເປັນຕ້ອງປ່ຽນທົ່ງ ນາໃຫ້ເປັນສິ່ງປຸກສ້າງ. ບາງຄັ້ງ ການເພີ່ມມູນຄ່າໃຫ້ຜົນຜະ ລິດເດີມ ແລະ ນຳພາຄົນໃຫ້ກັບມາສຳຜັດກັບຊົນນະບົດ ກໍສາມາດສ້າງມູນຄ່າໃໝ່ໄດ້.ສະເໜ່ຂອງ Yakou ບໍ່ໄດ້ຢູ່ແຕ່ທົ່ງນາ.

ບ້ານແຫ່ງນີ້ມີປ່າຊາຍເລນຂະໜາດໃຫຍ່ທີ່ສຸດໃນ Zhongshan ແລະ ໄດ້ລົງທຶນເກືອບ 200 ລ້ານຢວນ ໃນການພັດທະນາ Yakou Wetland Park. ພື້ນທີ່ຊຸ່ມນ້ຳແຫ່ງນີ້ຢູ່ໃນເສັ້ນທາງອົບພະຍົບຂອງນົກລະຫວ່າງອາຊີຕາເວັນອອກ-ອົດສະຕຣາລີ ທີ່ໄດ້ຕ້ອນຮັບນົກອົບ ພະຍົບນັບໝື່ນໂຕໃນແຕ່ລະປີ. ຕັ້ງແຕ່ເດືອນຕຸລາເປັນຕົ້ນໄປ, ຝູງຍາງ, ນົກກະສາ ແລະ ນົກຫາຍາກຊະນິດອື່ນໆ ຈະພາກັນມາຫາກິນ ແລະ ໃຊ້ພື້ນທີ່ນີ້ເປັນບ່ອນຫຼົບໜາວ.

ດັ່ງນັ້ນ ທົ່ງນາ, ປ່າຊາຍເລນ, ພື້ນທີ່ຊຸ່ມນ້ຳ ແລະ ຊາຍຝັ່ງ ຈຶ່ງຖືກນຳມາເຊື່ອມຕໍ່ເປັນ “ທຶນທາງທຳມະຊາດ” ຂອງບ້ານ.ຈາກການຮັກສາທົ່ງນາ ແລະ ທຳມະຊາດ, Yakou ຄ່ອຍໆສ້າງກິດຈະກຳບໍລິການຮອງຮັບນັກທ່ອງທ່ຽວ. ພື້ນທີ່ບາງສ່ວນທີ່ເຄີຍຮົກຮ້າງຖືກປັບປຸງເປັນຖະໜົນຮ້ານຄ້າທີ່ນຳຕູ້ຄອນເທນເນີມາດັດແປງເປັນຮ້ານອາຫານ, ຮ້ານຂາຍຜະລິດຕະພັນກະສິກຳ, ຫັດຖະກຳ ແລະ ຮ້ານອາ ຫານ.ໃນປີ 2023, ຮ້ານຄ້າຄອນເທນເນີ 18 ຈຸດ ສາມາດສ້າງລາຍໄດ້ຫຼາຍກວ່າ 340.000 ຢວນ.

ພ້ອມກັນນັ້ນ Yakou ຍັງມີຮ້ານກາເຟຫຼາຍກວ່າ 30 ແຫ່ງ ແລະ ພັດທະນາຍີ່ຫໍ້ເມັດກາເຟຂອງຕົນເອງ. ມີໂຮມສະເຕຫຼາຍກວ່າ 10 ແຫ່ງ ເພື່ອຮອງຮັບນັກທ່ອງທ່ຽວ ແລະ 4 ແຫ່ງໄດ້ຮັບລາງວັນໃນຖານະ B&B ຊົນນະບົດດີເດັ່ນ.ຕາມຄັນຄູທະເລດ້ານຕາເວັນອອກ ຍັງມີຕະຫຼາດກາງຄືນ ໂດຍບ້ານບໍ່ເກັບຄ່າເຊົ່າ ເພື່ອເປີດໂອກາດໃຫ້ພໍ່ຄ້າລາຍຍ່ອຍເຂົ້າມາສ້າງອາຊີບ. ເຮັດໃຫ້ຜົນທີ່ຕາມມາຄື ມີຫຼາຍກວ່າ 70 ຄອບຄົວກັບຄືນມາເຮັດທຸລະກິດຢູ່ບ້ານ ແລະ ມີຄົນທ້ອງຖິ່ນຫຼາຍກວ່າ 300 ຄົນ ເລີ່ມປະກອບກິດຈະ ການ ສ້າງວຽກເຮັດງານທຳປະມານ 1.000 ຕຳແໜ່ງ ແລະ ບາງຮ້ານກາເຟ ໄດ້ກາຍເປັນຈຸດໝາຍຍອດນິຍົມ ແລະ ບາງຮ້ານຄາດວ່າຈະສ້າງລາຍຮັບຫຼາຍກວ່າ 20 ລ້ານຢວນໃນປີ 2024.

ຕາມແຄມຝັ່ງຂອງ Yakou ມີຖະໜົນອາຫານຍາວປະ ມານ 6 ກິໂລແມັດ ປະກອບດ້ວຍຖະໜົນຄອນເທນເນີ, ຖະໜົນອາຫານທະເລ, ຖະໜົນເຂົ້າໝໍ້ດິນ ແລະ ຕະຫຼາດແຄມທະເລ Dongdi. ຜູ້ມາຢ້ຽມຢາມສາມາດລອງຊິມເຂົ້າໝໍ້ດິນແບບກວາງຕຸ້ງ, ອາຫານທະເລສົດ ແລະ ອາ ຫານທ້ອງຖິ່ນອື່ນໆ. ຫຼັງຈາກເສັ້ນທາງເຊື່ອມ Zhongshan-Shenzhen ເປີດໃຊ້ງານ, ຈຳນວນນັກທ່ອງທ່ຽວຈາກ Hong Kong, Shenzhen ແລະ ເມືອງອື່ນໆທາງທິດຕາເວັນອອກຂອງເຂດສາມຫຼ່ຽມປາກແມ່ນ້ຳໄຂ່ມຸກ ຫຼື Pearl River Delta ເພີ່ມຂຶ້ນຢ່າງຊັດເຈນ. ໃນທ້າຍອາທິດມີລົດຈາກນອກພື້ນທີ່ຈຳນວນ ຫຼາຍຈອດເຕັມບ່ອນຈອດລົດ.

ໃນປີ 2024, Yakou ຕ້ອນຮັບນັກທ່ອງທ່ຽວເຖິງ 5,84 ລ້ານຄົນ ກາຍເປັນໜຶ່ງໃນຈຸດໝາຍປາຍທາງຊົນນະບົດທີ່ຄຶກຄື້ນຂອງພາກພື້ນ.ຄວາມໂດດເດັ່ນຂອງ Yakou ບໍ່ໄດ້ມີພຽງທົ່ງນາ ແລະ ການທ່ອງທ່ຽວ. ບ້ານຍັງຮັກສາມໍລະດົກທາງວັດທະນະທຳໄວ້.Yakou Piaose Parade ຖືກຮັບຮອງເປັນມໍລະດົກວັດທະນະ ທຳທີ່ຈັບຕ້ອງບໍ່ໄດ້ຂອງຈີນ ແລະ ຈັດຂຶ້ນທຸກປີໃນວັນຂຶ້ນ 6 ຄ່ຳ ເດືອນ 5 ຕາມປະຕິທິນຈັນທະຄະຕິ ເພື່ອອະທິຖານໃຫ້ປະເທດຈະເລີນຮຸ່ງເຮືອງ, ການກະສິກຳອຸດົມສົມບູນ, ປ້ອງກັນພະຍາດລະບາດ ແລະ ຄວາມສາມັກຄີ.ສິ່ງກໍ່ສ້າງລວມຂອງບ້ານທີ່ຮ່ວມກັນສ້າງໃນຊຸມປີ 1970 ໂດຍຊຸມຊົນ, ຊາວຈີນໂພ້ນທະເລ ແລະ ຊາວ Hong Kong, Macao ແລະ Taiwan ໄດ້ເປີດໃຊ້ໃນປີ 1983 ແລະ ຍັງຄົງຮັກສາຮູບແບບດັ່ງເດີມໃນຍຸກ 1980 ໄວ້ໄດ້. ມັນຈຶ່ງບໍ່ແມ່ນພຽງອາຄານໜຶ່ງຫຼັງ ແຕ່ເປັນຫຼັກຖານຂອງປະຫວັດສາດ ແລະ ວິຖີຊຸມຊົນຂອງ Yakou.

Yakou ຍັງເປັນຊຸມຊົນແຫ່ງໜຶ່ງທີ່ຍັງຮັກສາລັກສະນະຂອງລະບົບສະຫະກອນປະຊາຊົນໄວ້ ໃນຂະນະທີ່ນຳກົນໄກຕະຫຼາດມາໃຊ້ຄວບຄູ່ກັນ. ຊາວນາສາມາດຮ່ວມກັນປູກເຂົ້າໃນພື້ນທີ່ນາສ່ວນລວມ ໂດຍມີການໃຫ້ຄະແນນແຮງ ງານ ແລະ ແບ່ງລາຍໄດ້ຕາມການປະກອບສ່ວນ. ຂະນະດຽວກັນ ພື້ນທີ່ຊຸ່ມນ້ຳ, ໜອງລ້ຽງປາ ແລະ ຊັບພະຍາ ກອນບາງສ່ວນຖືກນຳໄປໃຫ້ເອກະຊົນເຊົ່າດຳເນີນທຸລະ ກິດ.ລາຍໄດ້ຈາກເສດຖະກິດລວມຖືກນຳກັບຄືນມາໃຊ້ເພື່ອສະຫວັດດີການຂອງຊຸມຊົນ ເຊັ່ນ ການແຈກເຂົ້າໃຫ້ປະຊາຊົນ ແລະ ຊ່ວຍເຫຼືອຄອບຄົວທີ່ມີລາຍໄດ້ຕ່ຳ.

ໃນຂະນະດຽວກັນ ນະໂຍບາຍເປີດກວ້າງຕໍ່ການປະກອບການ ໄດ້ເປີດໂອກາດໃຫ້ຄົນໜຸ່ມກັບຄືນບ້ານ ແລະ ເລີ່ມທຸລະກິດໃໝ່ ນັບຕັ້ງແຕ່ຮ້ານກາເຟ, ໂຮມສະເຕ, ຮ້ານອາຫານ ໄປຈົນເຖິງການບໍລິການທ່ອງທ່ຽວ.ເມື່ອເບິ່ງໄປທົ່ວ Yakou, ຈະເຫັນວ່າຈຸດເລີ່ມຕົ້ນຂອງການຟື້ນຟູຊົນນະບົດບໍ່ໄດ້ຢູ່ທີ່ຮ້ານກາເຟ, ຖະໜົນອາຫານ ຫຼື ໂຮມສະເຕ ມັນເລີ່ມຈາກ ທົ່ງນາ. ທົ່ງນາ ໄດ້ສ້າງອາຫານ, ສ້າງທິວທັດ, ດຶງດູດນັກທ່ອງທ່ຽວ ແລະ ເປັນພື້ນຖານໃຫ້ກິດຈະກຳອື່ນໆ ເກີດຂຶ້ນ. ຈາກນັ້ນ ທຳມະຊາດ, ອາຫານ, ກາ ເຟ, ວັດທະນະທຳ ແລະ ການບໍລິການ ຈຶ່ງຖືກນຳມາເຊື່ອມຕໍ່ເປັນປະສົບການດຽວ.ສຳລັບຄົນເມືອງ, Yakou ແມ່ນບ່ອນທີ່ສາມາດໜີຈາກຄວາມວຸ້ນວາຍຂອງເມືອງມາສູ່ຄວາມງຽບສະຫງົບຂອງທົ່ງນາ.

ແຕ່ສຳລັບປະຊາຊົນຊາວ Yakou, ທົ່ງນາເຫຼົ່ານີ້ຄືຮາກເຫງົ້າຂອງຊຸມຊົນ ແລະ ການຮັກສາຮາກເຫງົ້ານັ້ນ ພ້ອມກັບສ້າງມູນຄ່າໃໝ່ ອາດເປັນຫົນທາງໜຶ່ງຂອງການຟື້ນຟູຊົນນະບົດໃນຍຸກໃໝ່.

ຮຽບຮຽງຈາກ https://www.cnbayarea.org.cn/english/News/content/post_1304144

error: Content is protected !!