ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ຖະແຫຼງເນື່ອງໃນ ວັນຕ້ານການນຳໃຊ້ແຮງງານເດັກສາກົນ (12 ມິຖຸນາ ) ປີ 2026 ພີ່ນ້ອງປະຊາຊົນລາວບັນດາເຜົ່າ ຫົວໜ່ວຍທຸລະກິດ ການຜະລິດ ແລະ ການບໍລິການໃນຂອບເຂດທົ່ວປະເທດ ທີ່ ນັບຖື ແລະ ຮັກແພງ ທັງຫຼາຍ ເນື່ອງຈາກວ່າ ວັນທີ 12 ມີຖຸນາ ຂອງທຸກໆປີ ເປັນວັນສາກົນ ເພື່ອການຕ້ານການນໍາໃຊ້ແຮງງານເດັກໃນທຸກຮູບແບບ ໃນວັນນີ້ ຫລາຍປະເທດໃນທົ່ວໂລກ ຈະມີການຈັດກິດຈະກໍາຕ່າງໆຂຶ້ນ ຫລັກໆກໍ່ແມ່ນການໂຄສະ ນາເຜີຍແຜ່ນະໂຍບາຍ ແລະ ບັນດານິຕິກຳຕ່າງໆ ທີ່ກ່ຽວ ຂ້ອງກັບການຕ້ານການນໍາໃຊ້ແຮງງານເດັກ ແນໃສ່ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງໃນທົ່ວສັງຄົມ ຫຼື ປະ ເທດຂອງຕົນ ຕໍ່ບັນຫາແຮງງານເດັກ.

ສປປ ລາວ ກໍເປັນປະເທດສະມາຊິກຂອງອົງການແຮງງານສາກົນ ຊຶ່ງໄດ້ໃຫ້ການຮັບຮອງເອົາສອງສົນທີສັນຍາ ເລກ ທີ 138 ແລະ 182 ຂອງອົງການດັ່ງກ່າວທີ່ກ່ຽວຂ້ອງກັບກັນລົບລ້າງທຸກຮູບແບບຂອງການນຳໃຊ້ແຮງງານເດັກ ມາຈັດຕັ້ງປະຕິບັດ ຂໍສະແດງຄວາມເຫັນຕໍ່ວັນສຳຄັນດັ່ງກ່າວ ດັ່ງນີ້: ພວກເຮົາຕ່າງກໍຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ແມ່ນຜູ້ໃຫຍ່ໃນມື້ໜ້າ ແມ່ນອະນາຄົດຂອງຊາດ ຖ້າຊາດໃດເຮັດໃຫ້ເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບໃນມື້ນີ້ ໃນຕໍ່ໜ້າກໍຈະກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ເຊັ່ນມີຄວາມຮູ້ ຄວາມສາມາດ ຫຼື ກາຍເປັນຊັບພະຍາກອນມະນຸດທີ່ດີ ມີຄຸນນະພາບໃນອະນາຄົດໄດ້.ແຕ່ເຖິງຢ່າງໃດກໍຕາມ ໃນປະ ສົບການ ບົດຮຽນຕົວຈິງໃນຜ່ານມາ ແລະ ຈົນເຖິງປັດຈຸ ບັນ ເດັກນ້ອຍຢູ່ຫຼາຍປະເທດໃນໂລກ ລວມທັງຢູ່ປະເທດຂອງພວກເຮົາກໍເຊັ່ນດຽວກັນ ແມ່ນຍັງບໍ່ໄດ້ຮັບການພັດ ທະນາໃຫ້ດີໄດ້ຢ່າງທົ່ວເຖິງເທົ່າທີ່ຄວນ ກົງກັນຂ້າມກັນ ແມ່ນຍັງມີບັນຫາການນໍາໃຊ້ເດັກນ້ອຍທີ່ອາຍຸຍັງບໍ່ເຖິງກະສຽນການເຮັດວຽກໃຫ້ເຮັດວຽກ ເຊິ່ງປົກກະຕິແມ່ນຜູ້ທີ່ມີອາຍຸບໍ່ເຖິງ 18 ປີ. ແຕ່ປະເທດທີ່ກຳລັງພັດທະນາ ຫຼື ປະເທດທີ່ມີອັດຕາສ່ວນຂອງຄອບຄົວທຸກຍາກຍັງມີຫຼາຍຢູ່ນັ້ນ ສົນທິສັນຍາກໍກຳນົດໃຫ້ປະເທດເຫລົ່ານັ້ນສາມາດກຳນົດອາຍຸຂັ້ນຕ່ຳໃນການເຮັດວຽກໄດ້ຕ່ຳກວ່າ 18 ປີ ສປ ປ ລາວ ແມ່ນກຳນົດເອົາ 14 ປີ ແຕ່ຕ້ອງມີຂອບເຂດການເຮັດວຽກສະເພາະ ເປັນຕົ້ນແມ່ນເວລາເຮັດວຽກ ວຽກທີ່ບໍ່ອະນຸຍາດໃຫ້ເຮັດໄດ້ເຊັ່ນວຽກອັນຕະລາຍ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ພັດທະນາການທາງດ້ານຮ່າງກາຍ ຈິດໃຈ ແລະ ການສຶກສາຮຽນຮູ້ຂອງເດັກ.
ແຕ່ໃນຄວາມເປັນຈິງເດັກເຫລົ່ານັ້ນພັດຍັງໄດ້ ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການດັ່ງກ່າວນັ້ນຢູ່ ນັ້ນຖືວ່າເປັນການນຳໃຊ້ແຮງງານເດັກ ບັນຫາແຮງ ງານເດັກແມ່ນເປັນບັນຫາລະດັບໂລກ ຊຶ່ງ ທາງອົງການແຮງງານສາກົນ ໄດ້ຮຽກຮ້ອງໃຫ້ບັນດາປະທດສະມາຊິກຕ້ອງໄດ້ສູ້ຊົນເພື່ອບັນລຸເປົ້າໝາຍໃນການລຶບລ້າງການນຳໃຊ້ແຮງງານເດັກໃຫ້ສຳເລັດຕັ້ງແຕ່ປີ 2016 ຜ່ານມາ ແຕ່ຍັງບໍ່ສາມາດບັນລຸໄດ້.
ອີງຕາມຂໍ້ມູນຂອງອົງການແຮງງານສາກົນ (ILO) ໃນປີ 2024,ຍັງພົບວ່າໃນທົ່ວໂລກ ມີເດັກເຮັດວຽກທີ່ເຂົ້າຂ່າຍເປັນແຮງງານເດັກຢູ່ ຈຳນວນເຖິງ 137,6 ລ້ານຄົນ ເທົ່າ ກັບ 7,8% ຂອງເດັກໃນທົ່ວໂລກ ໃນນີ້ ມີເດັກທີ່ເຮັດວຽກອັນຕະລາຍ ຈຳນວນ 54 ລ້ານຄົນ ຂົງເຂດອາຊີ-ປາ ຊີຟິກ ມີແຮງງານເດັກ ຈໍານວນ 27,7 ລ້ານຄົນ, ເດັກທີ່ເຮັດວຽກອັນຕະລາຍ ຈຳນວນ 18,1 ລ້ານຄົນ.
ສຳລັບປະເທດຂອງພວກເຮົາ ຜົນການສຳຫລວດຫລ້າສຸດໃນປີ ປີ 2022 ພົບວ່າ່ ຈາກເດັກອາຍຸ 5-17 ປີ ຈຳ ນວນ 1,724,340 ຄົນ ແມ່ນມີ 172,422 ຄົນ ເຮັດວຽກເຂົ້າຂ່າຍເປັນແຮງງານເດັກ ທຽບໃສ່ການສຳຫຼວດປີ 2010 ເຖິງແມ່ນວ່າຈະຫຼຸດລົງແຕ່ກໍຫລຸດບໍ່ຫລາຍເຊັ່ນການສຳຫຼວດປີ 2010 ພົບວ່າມີແຮງງານເດັກຢູ່ ຈຳນວນ 178,014 ຄົນຈາກເດັກ 1,7 ລ້ານຄົນ ສະແດງວ່າຫຼຸດລົງພຽງແຕ່ 42.769 ຄົນ ຫຼື ເທົ່າກັບ 2.4% ເທົ່ານັ້ນ.
ສະແດງວ່າການບັນລຸຕົວເລກຄາດຫມາຍຍັງເປັນສິ່ງທ້າ ທາຍສູງຢູ່ສຳລັບປະເທດພວກເຮົາ ພັກ ແລະ ລັດຖະບານເຮັດຫຍັງແດ່ຕໍ່ກັບບັນຫາດັ່ງກ່າວຜ່ານມາ ພັກ ແລະ ລັດ ຖະບານໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການພັດທະນາ ແລະ ປົກປ້ອງເດັກ ທັງນີ້ກໍຍ້ອນເຫັນໄດ້ວ່າເດັກເປັນຊັບພະຍາກອນອັນລໍ້າຄ່າຂອງຊາດ ເປັນຜູ້ສືບທອດພາລະກິດໃນການສ້າງສາ ແລະ ພັດທະນາປະ ເທດຊາດຢ່າງແທ້ຈິງ ດ້ວຍເຫັນໄດ້ຄວາມສໍາຄັນດັ່ງກ່າວນັ້ນ, ໃນໄລຍະຜ່ານມາພວກເຮົາໄດ້ສ້າງນະໂຍບາຍ ຍຸດທະ ສາດ ກົດໝາຍ ລະບຽບການຕ່າງໆ ຫຼາຍສະບັບ ແນໃສ່ການປົກປ້ອງ ແລະ ຄຸ້ມຄອງເດັກນ້ອຍ.
ພ້ອມດຽວກັນນັ້ນກໍໄດ້ມີກົນໄກເພື່ອຈັດຕັ້ງປະຕິບັດຍຸດ ທະສາດ ແຜນງານ ແລະ ນິຕິກຳ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ ໃນລະດັບພາກພື້ນ ລະດັບສາກົນ ລັດຖະ ບານກໍໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການເຄື່ອນໄຫວວຽກງານກ່ຽວກັບເດັກຢ່າງເປັນປົກກະຕິ ໂດຍການໄດ້ເຂົ້າເປັນພາຄີຂອງສົນທິ ສັນຍາສາກົນ ເຊັ່ນ ໃນປີ 1991 ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ ຕໍ່ກັບດ້ານແຮງງານ ໃນປີ 2005 ກໍໄດ້ໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາຂອງອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ເລກທີ 182 ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງ ທີ່ດັ່ງທີ່ກ່າວມາຂ້າງເທິງ.ສຳລັບກະຊວງ ໃນປີ 2013 ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ມີການປັບ ປຸງກົດໝາຍວ່າດ້ວຍແຮງງານ ແລະ ໃນປີ 2014 ກໍໄດ້ມີ ການຮັບຮອງ ແລະ ປະກາດໃຊ້ແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ໄລຍະ 2014-2020 ນອກນັ້ນວຽກງານກ່ຽວກັບການລຶບລ້າງການນຳໃຊ້ແຮງງານເດັກກໍໄດ້ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຜນງານສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ສຳລັບ ສປປ ລາວ ໄລຍະ 2017-2021 ແຜນພັດທະນາວຽກງານການສຶກ ສາ ແລະ ກິລາ ແຜນຍຸດທະສາດແຫ່ງຊາດວ່າດ້ວຍວຽກແມ່ ແລະ ເດັກ ລວມທັງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຂອງລັດຖະບານໃນແຕ່ລະໄລຍະ ແລະ ອື່ນໆບັນດາທ່ານທີ່ຮັກແພງທັງຫຼາຍ ພວກເຮົາຕ້ອງໄດ້ເຂົ້າໃຈນໍາກັນເຖິງເນື້ອແທ້ຂອງຄໍາວ່າ ແຮງງານເດັກ ເປັນຫຍັງຈຶ່ງມີການຫ້າມບໍ່ໃຫ້ມີການນຳໃຊ້ແຮງງານເດັກ ເພາະການຫ້າມບໍ່ໃຫ້ມີແຮງງານເດັກຢູ່ໃນໂລກນີ້ ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກ ໂດຍສະເພາະແມ່ນເດັກນ້ອຍທີ່ມີອາຍຸຍັງບໍ່ຮອດ 18 ປີ ເພາະໃນສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ບໍ່ວ່າທາງດ້ານເສດຖະກິດວັດທະນະ ທຳ-ສັງຄົມ ລວມໄປເຖິງຮີດຄອງປະເພນີຂອງແຕ່ລະປະ ເທດ ມັນເປັນໄປບໍ່ໄດ້ທີ່ຈະໄປຫ້າມເດັດຂາດບໍ່ໃຫ້ເດັກເຮັດວຽກໄດ້.
ເພາະສະນັ້ນ ຕ້ອງເຂົ້າໃຈວ່າ ການນຳໃຊ້ແຮງງານເດັກ ແມ່ນໝາຍເຖິງການນຳໃຊ້ ຫຼື ການໃຫ້ເດັກທີ່ມີອາຍຸຕ່ຳກວ່າ 18 ປີ ເຮັດວຽກທີ່ຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫຼື ເກີນກວ່າ 8 ຊົ່ວ ໂມງຕໍ່ວັນ ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ເຊັ່ນ: ຂະແໜງການກໍ່ສ້າງ ບໍ່ແຮ່, ເຮັດວຽກກັບສານເຄມີ, ເຮັດວຽກທີ່ພົວພັນກັບສິ່ງມຶນເມົາ ການພະນັນ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ.
ນອກຈາກນັ້ນ ແຮງງານເດັກແມ່ນການເອົາເດັກທີ່ອາຍຸຕ່ຳກວ່າເກນອາຍຸທີ່ກົດໝາຍກຳນົດ ເຊັ່ນ ຕໍ່າກວ່າ 14 ປີ ໄປເຮັດວຽກທີ່ບໍ່ແມ່ນວຽກທີ່ອະນຸຍາດ ຫຼື ບໍ່ແມ່ນວຽກເບົາ ລວມທັງເຮັດວຽກແບບເປັນແມ່ບ້ານ ຄົນສວນ ໃຫ້ແກ່ຄອບຄົວຜູ້ອື່ນ ສຳລັບເດັກເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກໃນຄົວເຮືອນ ໃນຊີວິດປະຈຳວັນ ຫຼື ການໄປເຮັດວຽກ ຫາເງິນຊ່ວຍຄອບຄົວແບບຊົ່ວຄາວໃນຊ່ວງພັກພາກຮຽນ, ຊ່ວຍທຸລະກິດຄອບຄົວໃນແຕ່ລະວັນ ໂດຍບໍ່ມີຜົນກະທົບຕໍ່ການສຶກສາ ຕໍ່ພັດທະນາການທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກ ຈະບໍ່ຖືວ່າເປັນແຮງງານເດັກ.
ເພາະສະນັ້ນ ທຸກພາກສ່ວນໃນສັງຄົມ ທັງພາກລັດ ພາກ ເອກະຊົນ, ຊຸມຊົນ, ສັງຄົມ ແລະ ຄອບຄົວຂອງເດັກ ລວມທັງບັນດາປະເທດຕ່າງໆໃນທົ່ວໂລກ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ແລກປ່ຽນຄວາມຮູ້, ປະສົບການ ແລະ ຊັບພະ ຍາກອນ ແນໃສ່ບັນລຸເປົ້າໝາຍຂອງການລຶບລ້າງບໍ່ໃຫ້ມີບັນຫາແຮງງານເດັກ ໂດຍສະເພາະແມ່ນບັນຫາແຮງງານເດັກໃນຮູບແບບທີ່ຮ້າຍແຮງ ນັ້ນໃຫ້ໝົດໄປຢ່າງຊີ້ນເຊີງ.
ສປປ ລາວ ພວກເຮົາພ້ອມແລ້ວທີ່ຈະປະຕິບັດພັນທະ ແລະ ໜ້າທີ່ຂອງຕົນໃນການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ກຳນົດໄວ້ໃນແຜນງານແຫ່ງຊາດ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ມີປະສິດທິພາບ ເພື່ອເຮັດໃຫ້ເດັກໄດ້ມີໂອກາດໄດ້ເຂົ້າຮັບການສຶກສາຫຼາຍຂຶ້ນ ຫຼື ຖ້າຈຳເປັນຕ້ອງໄດ້ເຮັດວຽກ ກໍຕ້ອງແມ່ນວຽກທີີມີຄວາມປອດໄພ, ມີຄຸນຄ່າ, ເປັນທໍາ ແລະ ມີລາຍໄດ້ທີ່ເໝາະສົມ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆຂອງປະ ເທດ.ສຳລັບແຜນໃນຕໍ່ໜ້າ: ອັນລວມ ຫຼື ວຽກທີ່ຈະຕ້ອງໄດ້ເຮັດຢ່າງເປັນປະຈຳແມ່ນຈະໄດ້ເພີ່ມທະວີການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ຄອບຄົວ, ຊຸມຊົນ ແລະ ຜູ້ທີ່ກ່ຽວຂ້ອງກັບການນຳໃຊ້ເດັກເຮັດວຽກໃຫ້ກວ້າງຂວາງອອກ ເພື່ອຢ່າງໜ້ອຍກະໃຫ້ພວກເພິ່ນໄດ້ຄຳນຶງເຖິງທຳມະຊາດຂອງຄວາມເປັນເດັກ ຊຶ່ງຕ້ອງມີຄວາມລະມັດລະວັງໃນການນຳໃຊ້ ຫຼື ໃຫ້ເຄົາລົບກົດໝາຍ ແລະ ຫຼັກ ການທາງວິທະຍາສາດເປັນສຳຄັນ ແລະ ຫຼາຍຂຶ້ນຕື່ມ ເພື່ອໃຫ້ບັນລຸຕົວຊີ້ວັດໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ (2026-2030) ໃຫ້ມີຜົນສຳເລັດ ເພື່ອກຳຈັດບັນຫາແຮງງານເດັກອອກຈາກປະເທດເຮົາ. ອັນສະເພາະ ຫຼື ເປັນແຜນສະເພາະໜ້ານີ້ ໃນປີ 2026 ນີ້ ແມ່ນຈະສຸມໃສ່ການສ້າງ ຮ່າງແຜນຍຸດທະ ສາດແຫ່ງຊາດ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ ໄລຍະ ປີ 2026-2040 ໃຫ້ໄດ້ຮັບການຮັບຮອງຈາກລັດຖະບານໃນທ້າຍປີນີ້, ຊຶ່ງຮ່າງແຜນດັ່ງກ່າວ ປະກອບດ້ວຍຫຼາຍກິດຈະກຳທີ່ຈະນຳໄປສູ່ການລຶບລ້າງການນຳໃຊ້ແຮງງານເດັກຢູ່ປະເທດເຮົາໃນຕໍ່ໜ້າໃຫ້ໝົດໄປ.ບັນດາທ່ານ ທີ່ ຮັກແພງທັງຫຼາຍ. ອົງການສະຫະປະຊາຊາດ, ອົງການແຮງງານສາກົນ ໄດ້ຖືເອົາວຽກການປົກປ້ອງເດັກ, ການຕ້ານ ແລະ ການລຶບລ້າງທຸກຮູບແບບຂອງການນຳໃຊ້ແຮງງານເດັກ ເປັນຫນ້າທີ່ ແລະ ພັນທະຂອງທຸກປະເທດໃນໂລກ ທັງນີ້ກໍ ເພື່ອບັນລຸເປົ້າໝາຍສະຫັດສະວັດ ຍຸດ ທະສາດການພັດທະນາແບບຍືນຍົງ ຫຼື SDG ໂດຍສະ ເພາະແມ່ນເປົ້າໝາຍທີ 8.7 ທີ່ກຳນົດກ່ຽວກັບການສິ້ນສຸດການນໍາໃຊ້ແຮງງານເດັກ ພາຍໃນປີ 2025 ແລະ ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ທາລຸນ ໃນປີ 2030.