ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບຄະນະຜູ້ແທນຂັ້ນສູງ ພັກ ລັດ ແຫ່ງ ສປ ຈີນ

ຕອນບ່າຍວັນທີ 1 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວັງ ຮູ້ໜິງ ກຳມະການປະຈໍາກົມການເມືອງສູນກາງພັກ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ພັກ ລັດ ແຫ່ງ ສປ ຈີນ ເດີນທາງຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.

ໃນໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ແລະ ເຂົ້າ ຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງສະຫາຍ ຫວັງ ຮູ້ໜິງ ແລະ ຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ຂະຫຍາຍຕົວດ້ວຍມາດ ຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ ພ້ອມນີ້ ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບ ສະໜູນ ສປປ ລາວ ໃນການເຂົ້າເປັນປະເທດຄູ່ຮ່ວມເຈ ລະຈາຂອງອົງການຮ່ວມມືຊຽງໄຮ້ ເຊິ່ງອັນນີ້ຖືເປັນກຽດຢ່າງສູງສຳລັບ ສປປ ລາວ ຕີລາຄາສູງຕໍ່ຜົນກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ 20 ຂອງພັກກອມມູນິດຈີນ ເຊິ່ງຖືເປັນບາດກ້າວທີ່ສໍາຄັນໃນການບັນລຸເປົ້າໝາຍຄວາມທັນສະ ໄໝແບບຈີນ ເຖິງປີ 2035 ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະລະຫວ່າງ ສະຫາຍ ຫວັງ ຮູ້ໜິງ ແລະ ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ທີ່ໄດ້ຮັບການເສີມຂະ ຫຍາຍດ້ວຍຄຸນນະພາບ ແລະ ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງແຕ່ລະຝ່າຍ ໄດ້ຢ່າງໝັ້ນຄົງ ສປປ ລາວ ຖືສໍາຄັນ ແລະ ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມ ມືຂອງສອງລັດຖະບານ ກໍຄືການລົງທຶນ ແລະ ດໍາເນີນທຸ ລະກິດ ຢູ່ ສປປ ລາວ ຂອງວິສາ ຫະກິດ ນັກລົງທຶນຂອງຈີນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຢືນຢັນຄືນວ່າ ສປປ ລາວ ເວລາໃດກໍຍຶດໝັ້ນຫຼັກການຈີນດຽວ ຮັບຮູ້ວ່າ ໄຕ້ຫວັນເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ ສປປ ລາວ ຍິນດີໃຫ້ການສະ ໜັບສະໜູນສະຫາຍຈີນ ໃນການຮັກສາຜົນປະໂຫຍດທີ່ເປັນແກນກາງຂອງຕົນ ບໍ່ວ່າໃນເວທີພາກພື້ນ ແລະ ສາ ກົນ ໂດຍສະເພາະ ບັນຫາຊິນຈ່ຽງ ເຂດປົກຄອງພິເສດຮົງກົງ ບັນຫາໄຕ້ຫວັນ ນອກຈາກນັ້ນ ສປປ ລາວ ໃຫ້ຄວາມສໍາຄັນສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມຂອງສະຫາຍຈີນ ແລະ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມກອງປະຊຸມສາກົນ, ງານວາງສະແດງຕ່າງໆ ທີ່ຈັດໂດຍ ສປ ຈີນ ຢ່າງຕັ້ງໜ້າ.

ໃນໂອກາດດຽວກັນນີ້ ສະຫາຍ ຫວັງ ຮູ້ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ພ້ອມທັງໄດ້ເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດ ຈີນ-ລາວ ແລະ ຍັງໄດ້ລະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດທີ່ປະຊາ ຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ປປ ລາວ ຕະຫຼອດໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ພ້ອມນີ້ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບ ສະຫາຍປະທານສູນກາງແນວລາວສ້າງຊາດ ເຊິ່ງສອງຝ່າຍໄດ້ຮ່ວມກັນປຶກສາຫາລືໃນຫຼາຍຂົງ ເຂດການພົວພັນຮ່ວມມື ແລະ ໄດ້ເຊື່ອ ໝັ້ນວ່າ ການພົວພັນຮ່ວມມື ລະຫວ່າງ ຈີນ-ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ນັບມື້ມີປະສິດທິຜົນ ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ ພ້ອມນັ້ນ ຍັງໄດ້ສະແດງຄວາມຍິນດີ ແລະ ສະໜັບສະໜູນການເປີດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນອະນາຄົດອັນໃກ້ນີ້ ແລະ ຍິນດີຮ່ວມກັບສະ ຫາຍລາວ ສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ສປ ຈີນ ແລະ ສປປ ລາວ ຄົບຮອບ 65 ປີ ໃນປີ 2026 ທີ່ຈະມາເຖິງນີ້.ໃນຕອນທ້າຍ ສອງຝ່າຍຕ່າງກໍໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍ ດ້ວຍໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ

error: Content is protected !!