ໃນຕອນແລງ ຂອງວັນທີ 28 ພະຈິກ 2025 ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ໄດ້ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບ ຮອບ 50 ປີ ໂດຍມີທ່ານ ກົງສຸນໃຫຍ່ ພ້ອມດ້ວຍພະ ນັກງານສະຖານກົງສຸນໃຫຍ່ ແລະ ມີຄະນະພັກ ອຳນາດການປົກຄອງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ທະຫານເຂດ 5 ອະດີດທະຫານອາສາສະຫມັກ ແລະ ອະ ດີດຊ່ຽວຊານຊ່ວຍເຫຼືອການປະຕິວັດລາວ ພະນັກງານຕາງໜ້າພະແນກຂະແໜງການຕ່າງໆຂອງນະຄອນດານັງ ນະຄອນເທື່ອ ທຽນ ເຫວ້ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສສຫວຽດນາມ ທ່ານ ກົງສຸນໃຫຍ່ ຕ່າງປະ ເທດທີ່ມີສຳນັກງານ ຕັ້ງຢູ່ນະຄອນດານັງ.
ນອກຈາກນັ້ນ ຍັງມີນັກ ຮຽນນັກສຶກສາລາວທີ່ກຳລັງສຶກສາຢູ່ບັນດາແຂວງພາກກາງ-ໄຕຫງວຽນ ເຂົ້າຮ່ວມປະມານ 300 ຄົນ.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ທ່ານ ສຸພັນ ຫາດາວເຮືອງ ໄດ້ຂຶ້ນກ່າວຄຳປາໄສ ໂດຍໄດ້ຫວນຄືນມູນເຊື້ອວັນສະຖາປະນາສປປລາວ ກໍ່ຄື ວັນຊາດທີ 2 ທັນວາຄົບຮອບ 50 ປີ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສຳຄັນຂອງວັນຊາດ ຊຶ່ງແມ່ນວັນແຫ່ງໄຊຊະນະອັນຫຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ, ໄຊຊະນະປະຫັວດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ , ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ; ທີ່ທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນ ໃນເວທີປະຊາຄົມໂລກ.

ພ້ອມນີ້ ສະຫາຍຍັງໄດ້ຍົກໃຫ້ຮູ້ຕະຫລອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກ-ລັດເຮົາ ແລະ ການສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດຂອງສປປລາວ. ໃນຂະນະດຽວກັນ, ນອກຈາກງານລ້ຽງແລ້ວ ກໍ່ຍັງມີພິທີວາງສະແດງຮູບພາບ; ຮູບພາບ ທີ່ນຶ່ງ ໄດ້ສະແດງໃຫ້ເຫັນເຖິງມູນເຊື້ອ ແລະ ໄຊຊະນະຂອງພາລະກິດແຫ່ງກນຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ່ວນຮູບພາບທີ່ສອງ ກໍ່ແມ່ນໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງເປັນຜູ້ນຳກໍ່ສ້າງຕັ້ງພັກປປລາວ,ເປັນຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຫຍິ່ງໃຫຍ່ຂອງປະເທດຊາດ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ສະຖາປະນາ ສປປລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ພ້ອມນີ້, ກໍ່ຍັງໄດ້ຍົກໃຫ້ເຫັນຄວາມປີຊາສາມາດໃນການນຳພາ-ຊີ້ນຳພາລະກິດປະຕິວັດຕະຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ເຫັນແບບຢ່າງຄຸນສົມບັດສີນທຳປະຕິວັດ ແລະ ແຜບແຜນການດຳລົງຊີວິດທີ່ລຽບງ່າຍຂອງປະທານໄກສອນ ພົມວິຫານ ທີ່ຍາມໃດກໍ່ເປັນຫ່ວງເປັນໃຍຕໍ່ການພັດທະນາປະເທດຊາດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້.ພິທີສະເຫຼີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດດີ ແລະ ຟົດຟື້ນ; ເຕັມໄປດ້ວຍເນີ້ອໃນອັນເລິກເຊີງ ແລະ ໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ປະສົບຜົນສຳເລັດຢ່າງຈົບງາມ.