ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດຫວຽດນາມ ເຂົ້າອວຍພອນວັນຊາດລາວ ຄົບຮອບ 50 ປີ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025 ທີ່ ກະຊວງການຕ່າງປະເທດ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 50 ປີ.

ໃນໂອກາດດັ່ງກ່າວ ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ຕາງໜ້າໃຫ້ ສະຖານທູດ ຫວຽດນາມ ປະຈໍາລາວ ນໍາເອົາກະຕ່າດອກໄມ້ມາອວຍພອນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ ສປປ ລາວ ຍາດມາໄດ້ ໃນຕະຫຼອດໄລຍະ 50 ປີ ຜ່ານມາ ພ້ອມທັງໄດ້ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າໃນຕໍ່ໜ້າ.

ໃນຂະນະດຽວກັນ ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນປະເສີດ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້, ເຊິ່ງປີນີ້ກໍເປັນປີຄົບ ຮອບປີມົນໃຫຍ່ ມີຄວາມໝາຍສໍາຄັນ ແລະ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ໃນການຈັດຫຼາຍກິດຈະກໍາ ແລະ ຫຼາຍຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ພ້ອມທັງສະແດງຄວາມຂອບ ໃຈຕໍ່ຄໍາຊົມເຊີຍອັນຈົບງາມ ຕໍ່ກັບການພັດທະນາປະເທດຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ, ເຊິ່ງຜົນສໍາເລັດດັ່ງກ່າວທີ່ ສປປ ລາວ ຍາດມາໄດ້ກໍປາສະຈາກບໍ່ໄດ້ຕໍ່ການຊ່ວຍເຫຼືອຂອງ ສະຫາຍ ຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ຄວາມເອົາໃຈໃສ່ຊ່ວຍເຫຼືອຢ່າງລໍ້າຄ່າ ແລະ ທັນການ ໃຫ້ແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າໃນຍາມຕໍ່ສູ້ກູ້ຊາດ ກໍຄື ໃນຍາມສ້າງສາພັດທະນາປະເທດຊາດໃນປັດຈຸບັນ ເຊິ່ງສິ່ງດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນພິເສດທີ່ ມີໜຶ່ງບໍ່ມີສອງໃນໂລກນີ້.

ນອກຈາກນັ້ນ ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດຂອງສອງກະຊວງການຕ່າງປະເທດ, ສອງສະຖານທູດ ກໍຄື ບັນດາກົງສຸນໃຫຍ່ຂອງສອງປະເທດ ທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນ ໃນການເປັນເສນາທິການ ໃຫ້ແກ່ການນໍາຂັ້ນສູງສອງປະ ເທດ ທັງເປັນຂົວຕໍ່ກະຕຸກຊຸກຍູ້ທີ່ສໍາຄັນ ໃນການຮ່ວມມື ລະຫວ່າງສອງປະເທດ ກໍຄື ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນຕະຫຼອດໄລຍະຜ່ານມາ ພ້ອມທັງຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນອະນາຄົດອັນໃກ້ນີ້ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

error: Content is protected !!