ໃນວັນທີ 18-20 ພະຈິກ 2025 ທີ່ນະຄອນຫຼວງຄີກ່າລີ ປະເທດຣູວັນດາ ຄະນະຜູ້ແທນ ສປປລາວ ນໍາພາໂດຍ ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າປະທານປະເທດ ແຫ່ງ ສປປ ລາວ ປະຈໍາອົງການຝຣັ່ງໂກໂຟນີສາກົນ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມສະໄໝທີ 132 ຂອງສະພາຜູ້ຕາງໜ້າອົງການຝຣັ່ງໂກໂຟນີ ແລະ ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ສະໄໝທີ 46 ພາຍໃຕ້ຫົວຂໍ້ ‘‘30 ປີ ພາຍຫລັງກອງປະຊຸມປັກກິ່ງ: ການປະກອບສ່ວນຂອງແມ່ຍິງໃນບັນດາປະເທດທີ່ນໍາໃຊ້ພາສາຝຣັ່ງ’’
ກອງປະຊຸມລັດຖະມົນຕິໃນຄັ້ງນີ້ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ນາງ Éléonore Caroit ລັດຖະມົນຕີປະຈໍາກະຊວງເອີຣົບ ແລະ ການຕ່າງປະເທດຂອງຟຣັ່ງ ຮັບຜິດຊອບວຽກງານຟຣັງໂກໂຟນີ ປະທານກອງປະຊຸມ ແລະ ໄດ້ມີຄະນະຜູ້ແທນຂັ້ນລັດ ຖະມົນຕິ ແລະ ເອກອັກຄະລັດຖະທຸດຈາກ 65 ປະເທດສະມາຊິກປະເທດ ຈຳນວນຫຼາຍກວ່າ300 ທ່ານເຂົ້າຮ່ວມ.

ກອງປະຊຸມໄດ້ມີການຮັບຟັງການປະກອບຄຳເຫັນຂອງບັນດາປະເທດຕ່າງໆກ່ຽວກັບຫົວຂໍ້ກອງປະຊຸມ ເຊິ່ງໃນໂອກາດນີ້ ທ່ານ ກາລະມຸງູຄຸນ ສຸພານຸວົງ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງແມ່ຍິງໃນທົ່ວໂລກທີ່ໄດ້ປະ ກອບສ່ວນເຂົ້າໃນການພັດທະນາ ແຕ່ແມ່ຍິງສ່ວນໃຫຍ່ໃນໂລກຍັງຄົງດໍາລົງຊີວິດດ້ວຍຄວາມທູກຍາກທີ່ສຸດ ບໍ່ສາມາດມາເຂົ້າເຖິງແຫລ່ງທຶນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງທົ່ວເຖິງ ດັ່ງນັ້ນເພື່ອຫລຸດຜ່ອນຄວາມທຸກຍາກ, ຈະຕ້ອງຮັບປະກັນໃຫ້ແມ່ຍິງສາມາດເປັນເຈົ້າຕົນເອງໂດຍສາມາດສາມາດເຂົ້າເຖິງແຫລ່ງທຶນ ໄດ້ຮັບການສຶກສາ-ຝຶກອົບຮົມວິຊາຊີບ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃນການປະກອບອາຊີບ ລັດຖະບານ ສປປ ລາວ ໄດ້ຖືເອົາຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນໃນລັດຖະທໍາມະນູນ ແລະ ເປັນພື້ນຖານໃນຍຸດທະສາດການພັດທະນາ. ຄວາມສະເໝີພາບຍິງ-ຊາຍໃນດ້ານການສຶກສາໄດ້ຮັບການປັບປຸງຢ່າງຕໍ່ ເນື່ອງ ແມ່ຍິງລາວມີບົດບາດສໍາຄັນຫລາຍຂື້ນໃນຂົງເຂດການເມືອງ ແລະ ເສດຖະກິດ ແລະ ມີຕົວແທນແມ່ຍິງໃນສະພານັບມື້ນັບເພີ່ມຂື້ນ.
ຄະນະຜູ້ແທນລາວໄດ້ການສະໜັບສະໜູນ ຄໍາຮຽກຮ້ອງ ຄີກາລີ ເພື່ອເລັ່ງລັດການປະຕິບັດຄວາມສະເໜີພາບຍິງ-ຊາຍ ໃຫ້ປະກົດຜົນເປັນຈິງ ແລະ ຢືນຢັນຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະເຮັດວຽກ ຄຽງຄູ່ກັບຄອບຄົວຟຣັງໂກໂຟນີ ເພື່ອຮັບປະກັນໃຫ້ແມ່ຍິງທຸກຄົນສາມາດປະກອບສ່ວນຢ່າງເຕັມສ່ວນເຂົ້າໃນການສ້າງສາພັດທະນາປະເທດຂອງຕົນ ແລະ ຂອງໂລກ.

ນອກຈາກນີ້, ກອງປະຊຸມໄດ້ມີການປຶກສາຫາລື ແລະ ພິຈາລະນາບັນຫາຕ່າງໆເຊັ່ນ: ບັນດາບົດລາຍງານສຳຄັນປະຈຳປີຂອງອົງການຝຣັ່ງໂກໂຟນີຕະຫຼອດ 01 ປີທີ່ຜ່ານມາ ແລະ ໄດ້ຮັບຮອງເອົາບັນດາມະຕິ-ຍັດຕິຕ່າງໆ ຮັບຮອງເອົາຄໍາຮຽກຮ້ອງຄີກ່າລີ ເພື່ອສົ່ງເສີມບົດບາດຂອງແມ່ຍິງ ແລະ ແຜນງົບປະມານຂອງອົງການປີ 2026 ພ້ອມກັນນີ້ ກອງປະຊູມ ໄດ້ຮັບຟັງການນຳສະເໜີຂອງປະເທດກຳປູເຈຍ ໃນນາມປະທານກອງປະຊຸມສຸດຍອດຄັ້ງທີ 20 ກ່ຽວກັບການກໍານົດວັນ ແລະ ເວລາ ໃນການຈັດກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 20 ຊຶ່ງຈະຈັດຂື້ນໃນລະຫວ່າງວັນທີ 14-16 ພະຈິກ 2026 ທີ່ ເມືອງຊຽມຮຽບ ປະເທດກໍາປູເຈຍ ໄດ້ຮັບຟັງຂັ້ນຕອນຕ່າງໆໃນການຮັບສະໝັກເລືອກຕັ້ງເອົາເລຂາທິການໃຫຍ່ອົງການຟຣັງໂກໂຟນີ ສໍາລັບສົກປິ 2027- 2030 ໃນຕອນທ້າຍຂອງກອງປະຊຸມໄດ້ມີການຈັດພິທີມອບ-ຮັບການເປັນປະທານກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 47 ຈາກປະເທດຝຣັ່ງ ໃຫ້ແກ່ປະເທດກໍາປູເຈຍ.
ອົງການຟຣັງໂກໂຟນີສາກົນ ໃນປັດຈຸບັນມີສະມາຊິກທັງໝົດ 90 ປະເທດ ຖືກສ້າງຕັ້ງຂື້ນໃນປີ 1970 ມີຈຸດປະສົງ ເພື່ອສົ່ງເສີມພາສາຝຣັ່ງ ແລະ ຄວາມຫລາກຫລາຍທາງດ້ານວັດທະນະທໍາ ສົ່ງເສີມສັນຕິພາບ ແລະ ອື່ນໆ ອົງການດັ່ງກ່າວມີກົນໄກເຄື່ອນໄຫວພາຍໃນຄື: ກອງປະຊຸມສະໄໝສະພາຜູ້ຕາງໜ້າອົງການຝຣັ່ງໂກໂຟນີ ແລະ ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຈັດຂື້ນທຸກໆປີ ແລະ ກອງປະຊຸມສຸດຍອດຟຣັງໂກໂຟນີ ຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ຈັດຂື້ນໃນທຸກໆສອງປີ ສປປ ລາວໄດ້ເຂົ້າເປັນສະມາຊິກສົມບູນ ໃນປີ 1991 ແລະ ໄດ້ໄດ້ປະກອບສ່ວນຢ່າງຫ້າວຫັນໃນການເຄື່ອນໄຫວຂອງອົງການດັ່ງກ່າວຕະຫຼອດມາ.