111 ປີ ຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ

ມື້­ນີ້, ພັກ, ລັດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ພ້ອມ​ກັນ​ລະ­ນຶກ​ວັນ​ຄ້າຍ ວັນ​ເກີດ​ຂອງ​ປະ­ທານ​ສຸ​ພາ­ນຸ​ວົງ, ນັກ​ຮັກ​ຊາດ​ຜູ້​ຍິ່ງ​ໃຫຍ່, ວິ­ລະ​ບຸ­ລຸດ​ແຫ່ງ​ຊາດ​ລາວ ທີ່​ໄດ້​ສ້າງ​ຄຸນ­ງາມ­ຄວາມ­ດີ ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ­ເທດ​ຊາດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຄົບ­ຮອບ 111 ປີ (13/7/1909-13/7/2020)   ເພື່ອ​ຈົດ​ຈຳ​ຄຸນ­ງາມ­ຄວາມ­ດີ ອັນ​ລ້ຳ​ເລີດ ແລະ ຜົນ­ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ເພິ່ນ.

ຊີ­ວິດ ແລະ ພາ­ລະ­ກິດ​ຂອງ​ປະ­ທານ ສຸ​ພາ­ນຸ​ວົງ ແມ່ນ​ຊີ­ວິດ ແລະ ພາ­ລະ­ກິດ​ແຫ່ງ​ການ​ຕໍ່­ສູ້ ແລະ ການ​ອຸ­ທິດ​ສະ­ຕິ​ປັນ­ຍາ, ກຳ­ລັງ­ວັງ­ຊາ​ເພື່ອ​ຊາດ ແລະ ປະ­ຊາ­ຊົນ. ນໍ້​ໃຈ​ຮັກ​ຊາດ, ຮັກ​ປະ­ຊາ­ຊົນ​ຂອງ​ເພິ່ນ ແມ່ນ​ໃສ​ແຈ້ງ, ເລິກ­ເຊິ່ງ ແລະ ກວ້າງ​ໃຫຍ່ ຈົນ​ຍາກ​ທີ່​ຈະ​ພັນ​ລະ​ນາ​ໄດ້.

ປະ­ທານ​ສຸ​ພາ­ນຸ​ວົງ ໄດ້​ກຳ­ເນີດ​ເກີດ​ຂຶ້ນ​ຢູ່​ໃນ​ຄອບ­ຄົວ​ເຊື້ອ​ພະ​ວົງ​ຂອງ​ລະ­ບອບ​ສັກ­ດິ­ນາ​ລາວ ແລະ ເຕີບ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ່າມ­ກາງ​ສະ­ພາ­ວະ​ທີ່​ປະ­ເທດ​ຊາດ ໄດ້​ສູນ​ເສຍ​ຄວາມ​ເປັນ​ເອ­ກະ­ລາດ, ຕົກ​ເປັນ​ເມື້ອງ​ຂຶ້ນ​ເມືອງ​ສ່ວຍ​ຂອງ​ຈັກ­ກະ­ພັດ​ຕ່າງ​ດ້າວ; ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ຕົກ​ເປັນ​ຂ້ອຍ​ຂ້າ, ໄດ້​ຮັບ​ຄວາມ​ທຸກ­ທໍ­ລະ­ມານ ແລະ ເຈັບ​ປວດ​ຢ່າງ​ແສນ​ສາ­ຫັດ​ຈາກ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຊຶ່ງ​ສິ່ງ​ດັ່ງ­ກ່າວ​ໄດ້​ສ້າງ​ໃຫ້​ປະ­ທານ​ສຸ​ພາ­ນຸ​ວົງ ມີ​ຄວາມ​ຕື່ນ​ຕົວ​ຮັກ​ຊາດ ແລະ ຄຽດ​ແຄ້ນ​ສັດ­ຕູ​ຕັ້ງ­ແຕ່​ເຍົາ​ໄວ.

ຄາວ​ຍັງ​ນ້ອຍ, ປະ­ທານ ສຸ​ພາ­ນຸ​ວົງ ໄດ້​ເລີ່ມ​ຮຽນ​ໜັງ­ສື​ລາວ ໃນ​ຊັ້ນ​ປະ­ຖົມ​ຢູ່​ຫຼວງ​ພະ​ບາງ, ຈາກ​ນັ້ນ​ຈຶ່ງ​ໄປ​ຮຽນ​ຕໍ່​ຊັ້ນ​ມັດ­ທະ­ຍົມ​ທີ່​ຮ່າ​ໂນ້ຍ ສສ. ຫວຽດ­ນາມ​ໃນ​ປີ 1920 ແລະ ເດີນ­ທາງ​ໄປ​ຮຽນ​ຕໍ່​ຂັ້ນ​ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ນະ­ຄອນ­ຫຼວງ​ປາ​ຣີ, ປະ­ເທດ​ຝຼັ່ງ​ໃນ​ຂະ­ແໜງ​ວິ­ສະ­ວະ­ກອນ​ຂົວ-ທາງ ໃນ​ປີ 1937.

ໃນ​ສະ­ໄໝ​ທີ່​ເປັນ​ນັກ​ສຶກ​ສາ​ຢູ່​ປະ­ເທດ​ຝຼັ່ງ, ປະ­ທານ​ສຸ​ພາ­ນຸ​ວົງ ກໍ​ໄດ້​ເລີ່ມ​ຕົ້ນ​ເຄື່ອນ​ໄຫວ​ດ້ານ​ການ­ເມືອງ ໂດຍ​ມີ​ການ​ພົວ­ພັນ​ທີ່​ສະ­ໜິດ​ແໜ້ນ​ກັບ​ນັກ​ສຶກ​ສາ​ຂອງ​ບັນ­ດາ​ປະ­ເທດ​ເມືອງ​ຂຶ້ນ ທີ່​ພວມ​ສຶກ​ສາ​ຢູ່​ປະ­ເທດ​ຝຼັ່ງ​ໃນ​ເວ­ລາ​ນັ້ນ. ຈາກ​ນັ້ນ, ປະ­ທານ​ສຸ​ພາ­ນຸ​ວົງ ໄດ້​ເຂົ້າ​ເຮັດ​ວຽກ​ຢູ່​ໂຮງ­ງານ​ຕໍ່​ກຳ­ປັ່ນ​ຊຶ່ງ​ນະ​ທີ່​ນີ້, ເພິ່ນ​ໄດ້​ມີ​ໂອ­ກາດ​ໄກ້​ຊິດ​ຕິດ​ແທດ, ກິ້ງ­ເກືອກ​ລີ­ເລືອ​ກັບ​ບັນ­ດາ​ກຳ­ມະ­ກອນ. ພ້ອມ​ດຽວ​ກັນ​ນີ້, ເພິ່ນ​ກໍ​ໄດ້​ເລີ້ມ​ຄົ້ນ­ຄວ້າ ແລະ ເຫັນ​ໄດ້​ວິ­ຖີ​ຊີ­ວິດ​ຂອງ​ຊາວ​ຊົນ­ນະ­ບົດ​ທີ່​ປະ­ເທດ​ຝຼັ່ງ ແລະ ບາງ​ປະ­ເທດ​ໃນ​ເຂດ​ອາ​ຟຼິ​ກາ​ເໜືອ​ຢ່າງ​ເລິກ­ເຊິ່ງ. ຕໍ່​ມາ, ຜ່ານ​ການ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ໃນ​ແນວ​ຮ່ວມ​ປະ­ຊາ­ຊົນ​ຕ້ານ​ຟາດ​ຊິດ, ເຮັດ​ໃຫ້ ປະ­ທານ​ສຸ​ພາ­ນຸ​ວົງ ໄດ້​ສຶກ​ສາ​ຄົ້ນ­ຄວ້າ ແລະ ເຫັນ​ໄດ້​ທາດ​ແທ້, ຄວາມ​ເປັນ​ຈິງ​ພາຍ​ໃຕ້​ລະ­ບອບ​ລ່າ​ເມືອງ​ຂຶ້ນ ຊຶ່ງ​ໄດ້​ເປັນ​ການ​ສ້າງ​ໃຫ້​ສະ­ຕິ​ຕື່ນ​ຕົວ ແລະ ແນວ​ຄວາມ​ຄິດ​ປະ­ຕິ­ວັດ ໃນ​ການ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຕໍ່­ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ໄດ້​ຮັບ​ກາ​ພັດ­ທະ­ນາ​ຂະ­ຫຍາຍ­ຕົວ​ຢ່າງ​ໄວ­ວາ ແລະ ໜັກ​ແໜ້ນ.

ພາຍ­ຫຼັງ​ທີ່​ປະ­ທານ​ໂຮ່​ຈິ​ມິນ ໄດ້​ນຳ­ພາ​ສ້າງ­ຕັ້ງ​ພັກ​ກອມ​ມູ​ນິດ​ອິນ­ດູ­ຈີນ​ຂຶ້ນ​ໃນ​ປີ 1930 ແລະ ນຳ­ພາ​ຂະ​ບວນ​ການ​ຕໍ່­ສູ້​ຂອງ​ປະ­ຊາ­ຊົນ​ອິນ­ດູ­ຈີນ; ປະ­ທານ ສຸ​ພາ­ນຸ​ວົງ ໄດ້​ກັບ​ຄືນ​ມາ​ອິນ­ດູ­ຈີນ ແລະ ໄດ້​ເຂົ້າ​ຮ່ວມ​ນຳ­ພາ​ການ​ຕໍ່­ສູ້​ປະ­ຕິ­ວັດ​ຂອງ​ປະ­ຊາ­ຊົນ​ລາວ ນັບ​ແຕ່​ເວ­ລາ​ນັ້ນ​ເປັນ­ຕົ້ນ​ມາ.

ໃນ​ຕະ­ຫຼອດ​ຊີ­ວິດ​ຂອງ​ເພິ່ນ, ປະ­ທານ ສຸ​ພາ­ນຸ​ວົງ ໄດ້​ອຸ­ທິດ​ໝົດ​ຊີ­ວິດ​ຂອງ​ຕົນ​ເພື່ອ​ພາ­ລະ­ກິດ​ປະ­ຕິ­ວັດ​ລາວ ແລະ ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ, ປະ­ທານ ສຸ​ພາ­ນຸ​ວົງ ແມ່ນ​ນັກ​ຮັກ​ຊາດ​ຜູ້​ຍິ່ງ​ໃຫຍ່, ແມ່ນ​ວິ­ລະ​ບຸ­ລຸດ​ແຫ່ງ​ຊາດ​ລາວ ທີ່​ໄດ້​ສ້າງ​ຄຸນ­ງາມ­ຄວາມ­ດີ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ­ເທດ​ຊາດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ.

ຊີ­ວິດ ແລະ ການ­ເຄື່ອນ­ໄຫວ​ຂອງ​ປະ­ທານ​ສຸ​ພາ­ນຸ​ວົງ ແມ່ນ​ຊີ­ວິດ​ປະ­ຕິ­ວັດ​ທີ່​ມີ​ກຽດ​ສະ­ຫງ່າ​ງາມ. ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ, ປະ­ທານ ສຸ​ພາ­ນຸ​ວົງ ໄດ້​ເລີ່ມ​ຈາກ​ນັກ​ຮັກ​ຊາດ​ທີ່­ແທ້​ຈິງ​ຜູ້​ໜຶ່ງ ຈົນ​ກາຍ­ເປັນ​ນັກ​ປະ­ຕິ­ວັດ​ຜູ້​ກ້າ­ແກ່ນ, ເປັນ​ຜູ້­ນຳ​ຂັ້ນ​ສູງ​ຂອງ​ພັກ​ແລະ​ລັດ​ເຮົາ, ເພິ່ນ​ແມ່ນ​ຜູ້­ນຳ​ທີ່​ມີ​ຜົນ­ງານ​ອັນ​ໃຫຍ່​ຫຼວງ ຊຶ່ງ​ໄດ້​ອຸ­ທິດ​ໃຫ້​ແກ່​ຂະ​ບວນ​ການ​ຕໍ່­ສູ້ ແລະ ການ​ຂະ­ຫຍາຍ­ຕົວ​ຂອງ​ການ​ປະ­ຕິ­ວັດ​ລາວ ກໍ​ຄື​ຂະ​ບວນ​ການ​ຕໍ່­ສູ້​ຂອງ​ບັນ­ດາ​ປະ​ຊາດ​ຢູ່​ໃນ​ທົ່ວ​ໂລກ.

ຊີ­ວິດ ແລະ ພາ­ລະ­ກິດ​ຂອງ​ປະ­ທານ​ສຸ​ພາ­ນຸ​ວົງ ແມ່ນ​ຊີ­ວິດ ແລະ ການ­ເຄື່ອນ­ໄຫວ​ທີ່​ສູງ​ສົ່ງ, ຈົບ­ງາມ​ໃນ​ທຸກໆ​ສະ­ພາ­ວະ, ຍາມ​ໃດ​ເພິ່ນ​ກໍ​ເປັນ​ແບບ­ຢ່າງ​ທີ່​ດີ­ເລີດ ດ້ານ​ຄຸນ​ທາດ​ປະ­ຕິ­ວັດ​ທີ່​ເດັດ­ຂາດ, ມີ​ນ້ຳ­ໃຈ​ອົດ­ທົນ, ໜຽວ​ແໜ້ນ​ມີ​ຄວາມ​ດຸ­ໝັ່ນ, ປະ­ຢັດ, ສັດ​ທ່ຽງ, ຮັກ­ສາ​ໄດ້​ແບບ­ແຜນ​ດຳ­ລົງ​ຊີ­ວິດ​ທີ່​ປົກ­ກະ­ຕິ, ງ່າຍ­ດາຍ. ໃນ​ຕະ­ຫຼອດ​ຊີ­ວິດ​ຂອງ​ເພິ່ນ​ແມ່ນ​ໄດ້​ອຸ­ທິດ​ໝົດ​ສະ­ຕິ​ປັນ­ຍາ, ກຳ­ລັງ­ວັງ­ຊາ​ໃຫ້​ແກ່​ປະ­ເທດ​ຊາດ​ແລະ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ; ນ້ຳ­ໃຈ​ຮັກ​ຊາດ, ຮັກ​ປະ­ຊາ ຊົນ, ນ້ຳ­ໃຈ​ສາ­ກົນ​ກຳ​ມະ​ຊີບ​ຂອງ​ປະ­ທານ​ສຸ​ພາ­ນຸ​ວົງ​ແມ່ນ​ໃສ​ແຈ້ງ, ເລິກ­ເຊິ່ງ ແລະ ກວ້າງ­ຂວາງ​ຈົນ​ຫາ​ສິ່ງ​ໃດ​ມາ​ປຽບ­ທຽບ ແລະ ພັນ​ລະ​ນາ​ບໍ່​ໄດ້​ເລີຍ.

ປະ­ທານ ສຸ​ພາ­ນຸ​ວົງ ແມ່ນ​ຜູ້­ນຳ​ທີ່​ມີ​ນ້ຳ­ໃຈ​ອາດ​ຫານ, ຍາມ​ໃດ​ກໍ​ໄດ້​ຍົກ​ສູງ​ນ້ຳ­ໃຈ​ຕໍ່­ສູ້​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ເສຍ­ສະ­ຫຼະ ໃນ​ເວ­ລາ​ທີ່​ຢືນ​ຢູ່​ໃນ​ສະ­ພາບ​ທີ່​ເຄັ່ງ­ຮ້ອນ, ຫົວ​ລ້ຽງ​ຫົວ­ຕໍ່​ຂອງ​ບັ້ນ​ຮົບ​ປ້ອງ​ກັນ​ທ່າ​ແຂກ,  ກອງ​ກຳ­ລັງ​ປະ­ກອບ​ອາ­ວຸດ ແລະ ປະ­ຊາ­ຊົນ​ຜູ້​ຮັກ​ຊາດ ພາຍ​ໃຕ້​ການ​ບັນ­ຊາ​ໂດຍ​ກົງ​ຂອງ​ປະ­ທານ​ສຸ​ພາ­ນຸ​ວົງ ໄດ້​ຕ່າວ​ໂຈມ​ຕີ​ສັດ­ຕູ​ຢ່າງ​ອົງ­ອາດ​ກ້າ­ຫານ, ສາ­ມາດ​ດັບ​ສູນ​ກຳ­ລັງ​ສັດ­ຕູ​ໄດ້​ຢ່າງ​ຫຼວງ­ຫຼາຍ ແລະ ຢັບ​ຢັ້ງ​ການ​ຍຶດ​ຄອງ​ຂອງ​ພວກ​ເຂົາ​ໄດ້​ໃນ​ເບື້ອງ​ຕົ້ນ; ເພື່ອ​ຮັກ­ສາ​ກຳ­ລັງ​ຈັ້ງ​ທ່າ, ປະ­ທານ​ສຸ​ພາ­ນຸ​ວົງ​ໄດ້​ຖອນ​ກຳ­ລັງ​ຂ້າມ​ໄປ​ສູ່​ເຂດ​ປອດ​ໄພ ຊຶ່ງ​ໃນ​ຂະ­ນະ​ນັ້ນ, ສັດ­ຕູ​ໄດ້​ໃຊ້​ຍົນ​ສູ້​ຮົບ​ແລະ​ປືນ​ໃຫຍ່​ລະ­ດົມ​ຍິງ​ຢ່າງ​ໜັກ­ໜ່ວງ ເຮັດ​ໃຫ້​ກຳ­ລັງ​ຂອງ​ພວກ​ເຮົາ​ຖືກ​ບາດ­ເຈັບ ແລະ ລົ້ມ​ຕາຍ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແລະ ໃນ​ເວ­ລາ​ນັ້ນ, ປະ­ທານ​ສຸ​ພາ­ນຸ​ວົງ​ກໍ​ຖືກ​ບາດ­ເຈັບ​ເຊັ່ນ​ດຽວ​ກັນ.

ໃນ​ເວ­ລາ​ທີ່​ຢູ​ໃນ​ສະ­ພາບ​ຄັບ­ຂັນ, ສ່ຽງ​ເປັນ​ສ່ຽງ​ຕາຍ​ໃນ​ເວ­ລາ​ຖືກ​ຈັບ ແລະ ຖືກ​ຄຸມ​ຂັງ​ຢູ່​ຄຸກ​ໂພນ​ເຄັງ, ປະ­ທານ​ສຸ​ພາ­ນຸ​ວົງ​ຍາມ​ໃດ​ກໍ​ທຸ່ນ​ທ່ຽງ, ໜຽວ​ແໜ້ນ, ບໍ່​ຄອນ​ແຄນ; ເຖິງ​ວ່າ​ລັດ­ຖະ­ບານ​ຫຸ່ນ​ວຽງ​ຈັນ​ໄດ້​ໃຊ້​ທຸກ​ກົນ­ອຸ­ບາຍ ແລະ​ມາດ­ຕາ​ການ​ທີ່​ຜິດ​ກົດ­ໝາຍ​ຕໍ່​ປະ­ທານ​ສຸ​ພາ­ນຸ​ວົງ ແລະ ບັນ­ດາ​ຜູ້­ນຳ​ປະ­ຕິ­ວັດ​ເຮົາ, ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເພິ່ນ​ມີ​ຄວາມ​ສະ­ທ້ານ​ຢ້ານ​ກົວ​ແຕ່​ປະ­ການ​ໃດ, ຍາມ​ໃດ​ເພີ່ນ​ແລະ​ຜູ້­ນຳ​ເຮົາ​ກໍ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ ແລະ ເຊື່ອ​ໝັ້ນ​ຕໍ່​ກຳ­ລັງ​ແຮງ​ຂອງ​ມະ­ຫາ­ຊົນ​ຢູ່​ສະ­ເໝີ.

ພັກ​ເຮົາ​ໄດ້​ຕີ​ລາ­ຄາ​ວ່າ ປະ­ທານ ສຸ​ພາ­ນຸ​ວົງ ແມ່ນ​ປັນ­ຍາ​ຊົນ​ຜູ້​ຍິ່ງ​ໃຫຍ່, ແມ່ນ​ນັກ​ປະ­ຕິ­ວັດ​ທີ່​ກ້າ­ແກ່ນ, ນັກ​ການ­ເມືອງ​ທີ່​ໂດດ​ເດັ່ນ, ນັກ​ການ​ທະ­ຫານ​ທີ່​ເກັ່ງ​ກ້າ, ນັກ​ການ​ຕ່າງ­ປະ­ເທດ​ທີ່​ສະ­ຫຼຽວ​ສະ­ຫຼາດ; ປະ­ທານ ສຸ​ພາ­ນຸ​ວົງ ສົມ​ກຽດ​ແມ່ນ​ຜູ້­ນຳ​ຂັ້ນ​ສູງ​ລຸ້ນ​ທຳ​ອິດ​ທີ່​ມີ​ອິດ​ທິ​ພົນ​ສູງ​ຂອງ​ພັກ ແລະ ການ​ປະ­ຕິ­ວັດ​ລາວ, ແມ່ນ​ລູກ​ຮັກ​ຫຼານ​ປະ­ເສີດ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ, ຜູ້­ນຳ​ພາ​ທີ່​ມີ​ທາດ​ແທ້​ປະ­ຕິ­ວັດ​ທີ່​ໜຽວ​ແໜ້ນ, ອາດ​ຫານ, ຍາມ​ໃດ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ­ເຊິ່ງ​ຕໍ່​ປະ­ຊາ­ຊົນ, ຖື​ເອົາ​ປະ­ຊາ­ຊົນ​ເປັນ​ກົກ, ເປັນ​ກຳ­ລັງ​ແຮງ​ຕັດ­ສິນ​ທຸກ​ໄຊ­ຊະ­ນະ​ຂອງ​ພາ­ລະ­ກິດ​ປະ­ຕິ­ວັດ, ຍາມ​ໃດ​ເພິ່ນ​ກໍ​ໄກ້​ຊິດ​ສະ­ໜິດ­ສະ­ໜົມ, ເປັນ​ຫ່ວງ​ເປັນ​ໄຍ​ນຳ​ຄວາມ­ສຸກ​ທຸກ​ຂອງ​ປະ­ຊາ­ຊົນ​ຢູ່​ສະ­ເໝີ. ສະ­ນັ້ນ, ຕະ­ຫຼອດ​ຊີ­ວິດ​ຂອງ​ເພິ່ນ, ປະ­ທານ​ສຸ​ພາ­ນຸ​ວົງ​ໄດ້​ອຸ­ທິດ​ເພື່ອ​ອິດ­ສະ­ຫຼະ­ພາບ ແລະ ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໂດຍ​ບໍ່​ມີ​ວັດ­ຖຸ​ປະ­ສົງ​ອື່ນ​ໃດ​ທີ່​ເໜືອກ​ວ່າ.

ທົ່ວ​ພັກ, ທົ່ວ​ລັດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ, ຍາມ​ໃດ​ກໍ​ຄິດ​ຄະ­ນິງ​ເຖິງ, ຈາ­ລຶກ​ໄວ້​ຢູ່​ສະ­ເໝີ​ຊຶ່ງ​ຄຸນ­ງາມ­ຄວາມ­ດີ, ຜົນ­ງານ ແລະ ແບບ­ຢ່າງ​ທີ່​ໃສ​ແຈ້ງ​ທີ່ ປະ­ທານ ສຸ​ພາ­ນຸ​ວົງ ໄດ້​ອຸ­ທິດ​ໃຫ້​ແກ່​ປະ­ເທດ​ຊາດ ແລະ ພາ­ລະ­ກິດ​ປະ­ຕິ­ວັດ​ຂອງ​ປະ­ຊາ­ຊົນ​ເຮົາ.

error: Content is protected !!