ກອງປະຊຸມສາມັນຄົບຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ 14 ສະໄໝທີ V ຈັດຂຶ້ນໃນວັນທີ 12 ມັງກອນ 2024 ຢູ່ກະຊວງດັ່ງກ່າວ ໂດຍມີສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະພັກກະຊວງ ຍທຂ ມີສະຫາຍ ຮອງເລຂາ ບັນດາສະຫາຍຄະນະພັກກະຊວງ ສະຫາຍຕາງໜ້າຈາກສູນກາງພັກ ສະຫາຍກໍາມະການພັກກະຊວງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ງາມປະສົງ ເມືອງມະນີ ກ່າວວ່າ:ກອງປະຊຸມພວກເຮົາໄດ້ຕີລາຄາສູງ ຕໍ່ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ຕາງໜ້າຈາກສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫຼັກ ແຫຼ່ງ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນຕົ້ນຄວ້າ ປະກອບຄຳຄິດ-ຄຳເຫັນຕໍ່ເນື້ອໃນ ເອກະສານ ທີ່ໄດ້ສະເໜີຜ່ານກອງປະຊຸມທັງໝົດນັ້ນ ເຊິ່ງເປັນການປະກອບສ່ວນທີ່ດີ ມີເນື້ອໃນ ສຳຄັນເລິກເຊິ່ງ ເພື່ອນຳໄປຄົ້ນຄ້ວາຊີ້ນຳຈັດຕັ້ງປະຕິບັດ ຢູ່ແຕ່ລະຂົງເຂດວຽກງານໃຫ້ດີຂຶ້ນເທື່ອລະກ້າວ.
ຢ່າງໃດກໍຕາມ ຜ່ານການຮັບຟັງການປະກອບຄຳເຫັນ ຂອງບັນດາສະຫາຍທັງໝົດນັ້ນ ສາມາດສະ ຫຼຸບຕີລາຄາໄດ້ວ່າ ຄໍາເຫັນທັງໝົດນັ້ນໄດ້ສ່ອງແສງໃຫ້ເຫັນດ້ານດີຕັ້ງໜ້າ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ຄົ້ນຄວ້າແກ້ໄຂ ໂດຍສະເພາະແມ່ນບັນຫາທີ່ເປັນໃຈກາງຕົ້ນຕໍ ເຊັ່ນ:ສະພາບການຂອງໂລກມີການຜັນແປ ສະພາບທີ່ເສດຖະກິດມີຄວາມຫຍຸ້ງຍາກ ລາຄານໍ້າມັນເຊື້ອໄຟສູງຂຶ້ນ ສົ່ງຜົນກະທົບຕໍ່ລາຄາສິນຄ້າ ແລະ ເກີດມີສະພາບອັດຕາເງິນເຟີ້ ເຮັດໃຫ້ສົ່ງຜົນກະທົບຕໍ່ການດຳລົງຊີວິດ ການເປັນຢູ່ຂອງສະ ມາຊິກພັກ-ພະນັກງານ ສະນັ້ນ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ ວຽກງານການເມືອງ-ແນວຄິດ ໃຫ້ແຂງແຮງຂຶ້ນຕື່ມ ຄະນະບໍລິຫານງານພັກ ຕ້ອງຖືເປັນຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມພະນັກງານ ສະມາຊິກພັກໃຫ້ເລິກເຊິ່ງ ແລະ ແທດເຖິງເປັນປະຈຳ ເພື່ອໃຫ້ສະມາຊິກພັກ-ພະນັກງານ ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.


ສືບຕໍ່ເປັນເຈົ້າການນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງບັນດາກົມ-ກອງ ທີ່ໄດ້ກຳນົດໄວ້ໃຫ້ສໍາເລັດຕາມແຜນການ ແລະ ຮັບປະກັນຄຸນນະພາບ ເປັນເຈົ້າການສົມທົບ ກັບຂະແໜງການທີ່ກ່ຽວ ຂ້ອງຈັດຕັ້ງປະຕິບັດວຽກງານທີ່ຮັບຜິດຊອບໃຫ້ປະກົດຜົນເປັນຈິງ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຫາງສຽງສັງຄົມ ກ່ຽວກັບ ວຽກງານຂົວ-ທາງ ວຽກຄຸ້ມຄອງນໍ້າໜັກ ວຽກງານຂົນສົ່ງ ທາງລົດໄຟ ວຽກງານການບິນ ການຈ່າຍຄ່າຊົດເຊີຍທີ່ດິນທີ່ຖືກກະທົບຈາກໂຄງການ ແລະ ບັນຫາອື່ນໆ ໃຫ້ຕົກໄປເທື່ອລະກ້າວ ແລະ ພັດທະນາໃຫ້ເປັນສູນກາງເຊື່ອມໂຍງ ເຊື່ອມຈອດ ພ້ອມທັງສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແບບ ແຜນວິທີນຳພາຂອງຄະນະພັກ ໃນນີ້ຕ້ອງພ້ອມກັນບຸກທະລຸຢ່າງຕັ້ງໜ້າ ປະຕິບັດຫຼັກການລວມສູນປະຊາ ທິປະໄຕຢ່າງເຂັ້ມງວດ ປະຕິບັດລະບອບປຶກສາຫາລືເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບບຸກຄົນ ຕິດພັນກັບການມອບສິດຕົກລົງໃຫ້ຈະແຈ້ງ ຂາດຕົວ ປະຕິບັດລະບອບສ່ອງແສງລາຍງານໃຫ້ເປັນປົກກະຕິ ເຊີດຊູຄວາມເປັນແບບຢ່າງນຳໜ້າທີ່ດີ ຂອງສະມາຊິກພັກ ແລະ ພະນັກງານນຳພາ.

ນອກຈາກນີ້ ເອົາໃຈໃສ່ວຽກງານກໍ່ສ້າງພັກໃຫ້ເຂັ້ມແຂງ ດ້ວຍການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024 ໃຫ້ໄດ້ຕາມແຜນການທີ່ການົດໄວ້ ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ຕ້ອງເພີ່ມທະວີຄວາມເປັນເຈົ້າການ ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ ຄໍາແນະນໍາຕ່າງໆ ຂອງພັກ ກົດໝາຍ ແລະ ລະບຽບການຂອງລັດ ໃຫ້ບັນດາຮາກຖານພັກຂັ້ນຕ່າງໆ ໃຫ້ແທດເຖິງຕົວຈິງ ແລະ ທັນເວລາ ຕາມຂອບເຂດຄວາມຮັບຜິດຊອບຊີ້ນຳຂອງຕົນ ທີ່ຖືກມອບໝາຍ ໃຫ້ຮັບຜິດຊອບນໍາພາຊີ້ນໍານັ້ນ ຄະນະພັກ ຕ້ອງຖືເອົາວຽກງານຕິດຕາມກວດກາພາຍໃນ ກວດກາແຕ່ຫົວທີ ເປັນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດວຽກຂອງຂະແໜງ ຍທຂ ໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ສະຫຼຸບລວມແລ້ວເຫັນວ່າ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມ ລະດັບຄາດໝາຍທີ່ໄດ້ວາງໄວ້ ໃນໂອກາດນີ້ ຂໍສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍຄະນະປະຈຳ ກຳມະການພັກກະ ຊວງ ຕາງໜ້າຈາກສູນກາງພັກ ແລະ ບັນດາສະມາຊິກພັກ-ພະນັກງານ ຫຼັກແຫຼ່ງທັງໝົດທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມ ແລະ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມຢ່າງເລິກເຊິ່ງ ດ້ວຍຄວາມຮັບຜິດຊອບສູງ ຈຶ່ງໄດ້ເຮັດໃຫ້ກອງປະຊຸມສາມັນຄົບຄະນະບໍລິຫານງານພັກ ກະຊວງພວກເຮົາໃນຄັ້ງນີ້ ສຳເລັດຜົນຢ່າງຈົບງາມ.