Vietjet ໄດ້ຖືກຈັດໃຫ້ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກໃນປີ 2024 ອີກຄັ້ງໂດຍ AirlineRatings ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທົ່ວໂລກ ໃນການປະເມີນປະຈໍາປີ AirlineRatings ໄດ້ຕິດຕາມກວດກາ 385 ສາຍການບິນທົ່ວໂລກ ໂດຍການພິຈາລະນາຈາກການບັນທຶກເຫດການຂອງສາຍການບິນໃນຊຸມປີທີ່ຜ່ານມານີ້ ອາຍຸຂອງເຮືອບິນ ຜົນການກວດສອບທີ່ດໍາເນີນໂດຍອົງການການບິນພົນລະເຮືອນ ອົງການການບິນພົນລະເຮືອນສາກົນ (ICAO) ແລະ ອົງການການບິນອື່ນໆ Vietjet ແລະ ບັນດາຄູ່ຮ່ວມມືດ້ານລາຄາໃນໂລກໄດ້ຮັບກຽດຖືກຈັດຢູ່ໃນ 10 ອັນດັບຕົ້ນໆເປັນເວລາຫຼາຍປີຕິດຕໍ່ກັນ ໄດ້ຮັບລາງວັນໃນດ້ານຄວາມປອດໄພການບິນຈາກລູກເຮືອ ແລະ ຜູ້ໂດຍສານ.

ທ່ານ Geoffrey Thomas ຫົວໜ້າບັນນາທິການ AirlineRatings.com ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ “ການອຸທິດຕົນຂອງ Vietjet ໃນການຮັກສາວັດທະນາທຳຄວາມປອດໄພໃນທຸກດ້ານຂອງການປະຕິບັດການແມ່ນເປັນທີ່ໜ້າຊົມເຊີຍ ໂດຍສະເພາະແມ່ນການຂະຫຍາຍເຄືອຂ່າຍການບິນຢ່າງຕັ້ງໜ້າ ການປະຕິບັດລະບົບການຄຸ້ມຄອງຄວາມປອດໄພທີ່ເຂັ້ມແຂງ ແລະ ເປັນໄປຕາມກົດລະບຽບສາກົນຢ່າງເຂັ້ມງວດ ເຊິ່ງໄດ້ປະກອບສ່ວນເຂົ້າໃນຕົວຊີ້ວັດຄວາມໜ້າເຊື່ອຖືດ້ານວິຊາການທີ່ດີເລີດຂອງສາຍການບິນ ເປັນສິ່ງທີ່ຮັບປະກັນຄວາມປອດໄພສູງສຸດໃນການປະຕິບັດງານຂອງພວກເຂົາໃນຫຼາຍປີ.

AirlineRatings ຍັງໃຫ້ຄະແນນ Vietjet ໃນລະດັບ 7 ດາວເຊິ່ງເປັນອັນດັບທີ່ສູງທີ່ສຸດກ່ຽວກັບຄວາມປອດໄພດ້ານການບິນໃນໂລກໃນຫຼາຍປີຕິດຕໍ່ກັນນັບຕັ້ງແຕ່ປີ 2018 ເປັນຕົ້ນມາ Vietjet ໄດ້ເພີ່ມເຮືອບິນໃໝ່ທີ່ທັນສະໄໝ ແລະ ປະຢັດນ້ຳມັນຢ່າງຕໍ່ເນື່ອງ ໂດຍມີຄວາມໜ້າເຊື່ອຖືດ້ານເຕັກນິກ 99,72% ໃນບັນດາຜູ້ປະກອບການຊັ້ນນຳໃນພາກພື້ນ ແລະ ທົ່ວໂລກ ສາຍການບິນໄດ້ລົງທຶນຢ່າງຕໍ່ເນື່ອງໃນການເຝິກອົບຮົມ ວິສະວະກໍາເຮືອບິນ ແລະ ການບໍລິການ MRO ເພື່ອຮັບປະກັນມາດຕະຖານສູງສຸດໃນດ້ານຄວາມປອດໄພ ແລະ ຄຸນນະພາບ ໃນການເຄື່ອນໄຫວທີ່ຜ່ານມາ ສະຖາບັນການບິນ Vietjet (VJAA) ໄດ້ກາຍເປັນຄູ່ຮ່ວມມືການເຝິກອົບຮົມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຢ່າງເປັນທາງການ ເພື່ອຮັບປະກັນໃຫ້ກຳລັງແຮງງານມີຄຸນນະພາບສູງ ນອກຈາກນັ້ນ ບໍລິສັດ Vietjet ແລະ ການບິນລາວກໍໄດ້ສົມທົບກັນຈັດຕັ້ງປະຕິບັດສູນສ້ອມແປງເຮືອບິນຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ປະເທດລາວ ການຮ່ວມມືນີ້ໄດ້ເສີມຂະຫຍາຍວິທີການຕັ້ງໜ້າຂອງສາຍການບິນໃນການຄຸ້ມຄອງບໍາລຸງ-ຮັກສາເຮືອບິນ.

AirlineRatings ໃຫ້ຄະແນນຄວາມປອດໄພ ຜະລິດຕະພັນໃນການບິນ ແລະ ໄດ້ຖືກນໍາໃຊ້ໂດຍຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ ແລະ ໄດ້ກາຍເປັນມາດຕະຖານອຸດສາຫະກໍາສໍາລັບຄວາມປອດໄພ ການຈັດອັນດັບຜະລິດຕະພັນ Vietjet ຈະໄດ້ເປີດເສັ້ນທາງບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນໃນວັນທີ 25 ກຸມພານີ້ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດຄື ວັນຈັນ ພຸດ ສຸກ ແລະ ວັນອາທິດ ດ້ວຍເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ.
Home Page – Airline Ratings
