ສຳມະນາທິດສະດີລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງທີ XI

    ວັນທີ 9 ມັງກອນ 2024 ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ” ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ສະຫາຍ  ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແລະ ສະຫາຍ ຫຼີ ຊູເຫີຍ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ສູນກາງພັກກອມມູນິດຈີນ ມີບັນດາສະຫາຍພະນັກງານການນໍາຂັ້ນສູງ ທີ່ປຶກສາສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ ສະມາຊິກສະພາທິດສະດີສູນກາງພັກ ບັນດານັກວິທະຍາສາດ ນັກທິດສະດີ ຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ.

    ໃນວາລະເປີດກອງປະຊຸມ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວມີຄຳເຫັນ ໃນຫົວຂໍ້: “ທັດ ສະນະຂອງພັກໃນການເພີ່ມທະວີປົກປັກຮັກລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ”

    ຈາກນັ້ນ ສະຫາຍ ຫຼີ ຊູເຫີຍ ໄດ້ກ່າວມີຄຳເຫັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ໂດຍສະເພາະເນື່ອງໃນໂອກາດຄົບຮອບ 11 ປີແຫ່ງການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ການສຳມະນາທິດສະດີຮ່ວມກັນຜ່ານມາແມ່ນມີຫຼາຍເນື້ອໃນທີ່ອຸດົມສົມບູນ ປະກອບສ່ວນໃຫ້ຄຳປຶກສາແກ່ສູນກາງພັກໃນການວາງແນວທາງ ແຜນນະໂຍບາຍ ຂອງພັກ-ລັດ ສະນັ້ນ ກອງປະຊຸມສຳມະນາທິດສະດີ ສອງພັກລາວ-ຈີນ ໃນຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ໃຫຍ່: ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດ ລ້ອມໃນຍຸກຫັນເປັນທັນສະໄໝ ເປັນຫົວຂໍ້ມີຄວາມໝາຍທາງດ້ານທິດສະດີ-ພຶດຕິກໍາ ທີ່ພັກປະຊາຊົນ ປະຕິວັດລາວ ມີຄວາມສົນໃຈຖືສຳຄັນ ແລະ ມີທັດສະນະຊີ້ນຳຢ່າງໃກ້ຊິດຕະຫຼອດມາ ສຳມະນາທິດສະດີສອງພັກຄັ້ງນີ້ ມີຄວາມສຳຄັນຫຼາຍຂຶ້ນເພາະມັນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມມູນິດຈີນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງຕົນຢ່າງເປັນຂະບວນ ແລະ ຍາດໄດ້ຜົນສຳເລັດໃຫຍ່ຫຼວງສຳຄັນຫຼາຍດ້ານ ສ່ວນພັກປະຊາຊົນ ປະຕິວັດລາວ ກໍພວມຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ໃນໄລຍະທ້າຍສະໄໝ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ຮອບ ດ້ານ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້ ໃນໄລຍະນີ້ ກໍພໍດີຢູ່ໃນບັນຍາກາດທີ່ສອງພັກສອງລັດ ປະຊາຊົນສອງຊາດລາວ-ຈີນ ພວມຜັນຂະຫຍາຍເນື້ອໃນແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມ ໄລຍະ 2024-2028 ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ມີມາດຕະຖານສູງ ມີຄຸນນະພາບສູງ ມີລະດັບສູງປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບໃນການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດໂລກ.

    ລາວ-ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີອຸດົມການດຽວກັນ ມີແມ່ນໍ້າລໍາເຊຮ່ວມກັນຫຼາຍຍອດ ມີພູຜາປ່າດົງຮ່ວມກັນຫຼາຍສາຍ ມີຊາຕາກໍາ ແລະ ອະນາຄົດຮ່ວມກັນ ປະຊາຊົນສອງຊາດ ມີມູນ ເຊື້ອຮີດຄອງປະເພນີ ວັດທະນະທໍາທີ່ຄ້າຍຄືກັນ ພົວພັນໄປມາຫາສູ່ກັນມາຕັ້ງຫຼາຍຮ້ອຍປີ ມີມູນເຊື້ອອັນສະຫງ່າອົງອາດ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງໃຜລາວຢ່າງຍາວນານ ມາໃນຍຸກໃໝ່ນີ້ ການພົວພັນຮ່ວມມືອັນດີງາມເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສູ່ລະດັບໃໝ່ ຄຸນນະພາບໃໝ່ ແລະ ມາດຕະຖານໃໝ່ ສູງກວ່າເກົ່າຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ ຄູ່ຮ່ວມມືທີ່ດີ ອ້າຍນ້ອງທີ່ດີ ແລະ ສະຫາຍທີ່ດີ) ແລະ ຄູ່ຮ່ວມຊາຕາກໍາລາວ-ຈີນ ຈິດໃຈທັງໝົດເຫຼົ່ານັ້ນຈະເປັນພື້ນຖານອັນໜັກແໜ້ນໃຫ້ແກ່ກອງປະຊຸມສໍາມະນາທິດສະດີສອງພັກ ໄດ້ດໍາເນີນໄປຢ່າງມີປະສິດທິພາບ.

    ກອງປະຊຸມຄັ້ງນີ້ ບັນດານັກວິທະຍາສາດ ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມບັນດາຂະບວນວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປປ ລາວ ແລະ ສປ ຈີນຝ່າຍລາວປະກອບມີ 4 ບົດຄື: 1 ບົດຮຽນໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ຂອງ ສປປ ລາວ 2 ສົ່ງເສີມການຄົ້ນຄວ້ານະວັດຕະກໍາໃໝ່ ການນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ຢູ່ ສປປ ລາວ 3 ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ ແລະ 4 ພັດທະນາພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ຝ່າຍ ສປ ຈີນ ປະກອບມີ 5 ບົດຄື: 1 ຂະບວນການວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປ ຈີນ ພາຍໃຕ້ການນຳພາຂອງພັກກອມມູນິດຈີນ 2 ພຶດຕິກຳຕົ້ນຕໍ ແລະ ຜົນສຳເລັດໃຫຍ່ຫຼວງຂອງ ສປ ຈີນ ໃນການເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມູນິດຈີນ ເປັນຕົ້ນມາ 3 ຊຸກຍູ້ການຫັນເປັນສີຂຽວຢ່າງຮອບດ້ານ ຂອງການພັດທະນາເສດຖະກິດ-ສັງຄົມ 4 ການສ້າງ ແລະ ປັບປຸງລະບົບການຄຸ້ມຄອງອາລິຍະທຳລະບົບນິເວດວິທະຍາ  ແລະ 5 ການບຸກເບີກ ແລະ ການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ກ່ຽວກັບ ແນວຄວາມຄິດ “ພູຂຽວນ້ຳໃສ ກໍ່ຄື ພູເງິນ ພູເຂົາ” ພ້ອມດຽວກັນນັ້ນ ຄະນະຜູ້ແທນ ຂອງທັງສອງຝ່າຍຍັງໄດ້ຜັດປ່ຽນກັນໃນການແລກປ່ຽນ ແລະຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

    ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຊີ້ໃຫ້ເຫັນວ່າ: ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງສອງພັກ ສອງລັດ ລາວ-ຈີນ ຈີນ-ລາວ ຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊຊະນະຂອງການປະຕິວັດສັງຄົມນິຍົມ ພັກກອມມູນິດກັບສັງຄົມນິຍົມແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້ ພັກນໍາພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່ ນຳພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະ ບູລະນະລະບອບປະຊາທິ ປະໄຕ ປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ ສປປລາວ ແລະ ການສ້າງສັງຄົມນິຍົມທີ່ທັນສະ ໄໝສີສັນພິເສດຢູ່ ສປ.ຈີນ ໃນນີ້ໄດ້ເອກະພາບສູງຕໍ່ຂັ້ນຕອນ ບາດກ້າວເດີນ ວິທີການໃນການສ້າງສັງຄົມນິຍົມ ຂອງແຕ່ລະປະ ເທດ ໂດຍເລີ່ມຈາກຈຸດພິເສດ ແລະເງື່ອນໄຂ ຂອງແຕ່ລະປະເທດ ແຕ່ຕ້ອງຢຶດໝັ້ນໃນລັກ ສະນະພັກ ລັກສະນະປະດິດສ້າງ ລັກສະນະສາກົນ ແລະ ບົນພື້ນຖານດ້ານທິດສະດີວິທະຍາສາດ ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ສາຍພົວພັນແບບຄູ່ຮ່ວມຊາຕາກໍາສັງຄົມນິຍົມ ທີ່ບໍ່ສາມາດທັບມ້າງໄດ້ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈີນ-ລາວ ທີ່ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

      ຂ່າວ: ສະພາທິດສະດີສູນກາງພັກ ພາບ:ສຸກສະຫວັນ

error: Content is protected !!