ນັບແຕ່ເລີ່ມມີການລະບາດຂອງ COVID-19 ເຫັນໄດ້ວ່າແຕ່ລະທ້ອງຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ຕ່າງກໍພາກັນເປັນເຈົ້າການຢ່າງຕັ້ງໜ້າ ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວ ໃນນັ້ນ ບໍ່ແກ້ວ ເປັນອີກແຂວງໜຶ່ງທີ່ໄດ້ເປັນເຈົ້າການໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ໂດຍໄດ້ເອົາໃຈໃສ່ກວດກາຄົນທີ່ເດີນທາງເຂົ້າມາ ສປປ ລາວ ໃນໄລຍະທີ່ຍັງບໍ່ທັນປິດດ່ານ ພ້ອມນັ້ນ ກໍຍັງໄດ້ສືບຕໍ່ເປັນເຈົ້າການໃນໄລຍະປະຕິບັດຄຳສັ່ງຂອງຂັ້ນເທິງ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຈົນກວ່າມີຄຳສັ່ງໃນການປ່ຽນແປງ ເພື່ອບໍ່ໃຫ້ມີການລະບາດຂອງ COVID-19 ເກີດຂຶ້ນພາຍໃນແຂວງ.

ທ່ານນາງ ເກດຈັນ ສີສະຫວັດ ວິຊາການລະບາດວິທະຍາ ຊີ້ນຳວຽກງານເຝົ້າລະວັງຢູ່ດ່ານ ລະຫວ່າງຊາຍແດນແຂວງບໍ່ແກ້ວ ໃຫ້ສຳພາດຕໍ່ຄະນະສື່ມວນຊົນ ທີ່ໄດ້ລົງເກັບກຳຂໍ້ມູນຕ້ານການລະບາດຂອງ COVID-19 ຢູ່ແຂວງບໍ່ແກ້ວ ໃນໄລຍະກາງເດືອນມິຖຸນາ 2020 ວ່າ: ສຳລັບວຽກງານກວດຄົນເຂົ້າເມືອງຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນໄລຍະບໍ່ທັນປິດດ່ານ ສະເລ່ຍປະມານ 400 ຄົນຕໍ່ມື້ ໃນນັ້ນ ມີຄົນໄທ ຈີນ ລາວ ແລະ ເອີຣົບຈຳນວນໜຶ່ງ ມາຮອດໄລຍະປິດດ່ານ ຕາມຄຳສັ່ງເລກທີ 06 ຂອງທ່ານນາຍົກລັດຖະມົນຕີ ແມ່ນອະນຸຍາດໃຫ້ພຽງແຕ່ລົດບັນທຸກສິນຄ້າເຂົ້າ-ອອກດ່ານເທົ່ານັ້ນ ເຊິ່ງໄດ້ເລີ່ມແຕ່ເດືອນມີນາ 2020 ເປັນຕົ້ນມາ ເຮັດໃຫ້ໃນແຕ່ລະວັນມີຄົນເຂົ້າອອກພຽງ 60-70 ຄົນ ໃນນັ້ນ ກໍມີແຕ່ຄົນຂັບ ແລະ ແອັດລົດບັນທຸກສິນຄ້າ ພ້ອມນັ້ນ ໃນໄລຍະທີ່ປະຕິບັດຄຳສັ່ງຊີ້ນຳຂອງທາງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ຂັ້ນແຂວງ ເຫັນໄດ້ວ່າລົດບັນທຸກສິນຄ້າທີ່ຈະເຂົ້າມາໃນ ສປປ ລາວ ອະນຸຍາດໃຫ້ມາຮອດພຽງສາງຄ່ຽນຖ່ານສິນຄ້າເທົ່ານັ້ນ ສ່ວນລົດບັນທຸກນ້ຳມັນ ຊີມັງ ທີ່ຮັບໃຊ້ໂຄງການກໍ່ສ້າງເສັ້ນທາງລົດໄຟ ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ແມ່ນອະນຸຍາດໃຫ້ແລ່ນເຂົ້າໃນເຂດພື້ນທີ່ຂອງໂຄງການ ແລະ ເຂດ ໂດຍມີລົດບໍລິສັດເປັນຜູ້ນຳທາງ ພ້ອມໃຫ້ປະຕິບັດຕາມມາດຕະການຢ່າງເຄັ່ງຄັດ.

ສ່ວນການຄັດກອງຄົນເຂົ້າເມືອງ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 4 ທາງແຂວງ ໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໂດຍມີການຕິດຕັ້ງເຄື່ອງວັດແທກອຸນຫະພູມ ໃຫ້ກັບທຸກຄົນທີ່ເດີນທາງເຂົ້າ ເຊິ່ງແຕ່ລະຄົນທີ່ຜ່ານການກວດ ຈະໄດ້ຮັບໃບຢັ້ງຢືນຈາກແພດ ກ່ອນສາມາດຢືນເອກະສານເຂົ້າເມືອງຕາມຂັ້ນຕອນ ໃນກໍລະນີພົບອາກາດທີ່ໃກ້ຄຽງກັບນິຍາມ ຈະໄດ້ເກັບກຳຂໍ້ມູນຢ່າງລະອຽດ ແລ້ວຕິດຕໍ່ຫາລົດສຸກເສີນຂອງໂຮງໝໍແຂວງ ເພື່ອນຳໄປຕິດຕາມຢູ່ຫ້ອງແຍກປ່ຽວ.
ສຳລັບທີມແພດປະຈຳຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 4 ແມ່ນໄດ້ເລີ່ມແຕ່ປີ 2014 ພາຍຫຼັງທີ່ມີການລະບາດຂອງພະຍາດ ເມີສ ຢູ່ບັນດາປະເທດຕາເວັນອອກກາງ ໃນປີ 2013 ໃນເມື່ອກ່ອນ ມີພຽງ 8 ຄົນ ປ່ຽນຜຽນກັນ ປະຈຳການມື້ລະສອງຄົນ ມາຮອດໄລຍະທີ່ມີການລະບາດຂອງ COVID-19 ນັບແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນ ກໍໄດ້ເພີ່ມວິຊາການແພດມາປະຈຳຢູ່ດ່ານຕື່ມອີກ 8 ຄົນ ເປັນ 16 ຄົນ ໂດຍຜັດປ່ຽນກັນມາປະຈຳການ 4 ຄົນຕໍ່ອາທິດ ໃນນັ້ນ ປະກອບມີທີມງານລະບາດວິທະຍາຂອງແຂວງ ແລະ ອາສາສະໝັກຈຳນວນໜຶ່ງ ທີ່ສາມາດເວົ້າພາສາອັງກິດ ຈີນ ແລະ ຫວຽດນາມ ເພື່ອສະດວກໃນການປະຕິບັດວຽກງານ.
ສຳລັບອຸປະກອນທີ່ໄດ້ນຳມາຕິດຕັ້ງຢູ່ດ່ານ ປະກອບມີ ເຄື່ອງວັດແທກອຸນຫະພູມລະບົບອິນເຟີເຣສ ທີ່ໄດ້ຮັບການສະໜັບສະໜູນຈາກກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມນັ້ນກໍຍັງມີຊຸດປ້ອງກັນແພດຈຳນວນໜຶ່ງ ສຳລັບຫ້ອງເຕັກໂນສະແກນ ແມ່ນໄດ້ຮັບການຊີ້ນຳຈາກຂັ້ນແຂວງ ແລະ ໄດ້ນຳໃຊ້ແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນມາ.
ຜ່ານການຈັດຕັ້ງປະຕິບັດວຽກງານ ພວກເຮົາກໍໄດ່ເອົາໃຈໃສ່ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ແຕ່ຢ່າງໃດກໍຕາມ ຕາງໜ້າໃຫ້ຄະນະແພດທີ່ປະຈຳຢູ່ດ່ານ ກໍຮຽກຮ້ອງໃຫ້ບັນດາພາກສ່ວນຕ່າງໆທີ່ຈະເດີນທາງເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງຄະນະແພດພວກເຮົາ ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ ແນໃສຮັບປະກັນບໍ່ໃຫ້ມີການລະບາດຂອງ COVID-19 ຢູ່ໃນແຂວງບໍ່ແກ້ວ ກໍຄື ບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດເປັນຮອບທີສອງ.
ການເດີນທາງລົງເຄື່ອນໄຫວເກັບກຳຂໍ້ມູນເພື່ອຂຽນຂ່າວຂອງຄະນະສື່ມວນຊົນໃນຄັ້ງນີ້ ແມ່ນເປັນການຮ່ວມກັນລະຫວ່າງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ແລະ ອົງການອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອຸຍນີເຊັບ ແລະ USAID.
ໂດຍ: ສ.ແສງງາມ