ຫາລື ກະກຽມໃຫ້ແກ່ກອງປະຊຸມ ລມຕ ຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມຣິກາ

   ວັນທີ 1-2 ກໍລະກົດຜ່ານມາ ທ່ານ ສົມບູນ ສີຫານາດ ຮອງຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໃນນາມເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມຣິກາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ (The Lower Mekong Initiative Senior Official’s Meeting and The Friends of the Lower Mekong) ໂດຍການເປັນປະທານຮ່ວມຂອງ ສສ. ຫວຽດນາມ ແລະ ສ.ອາເມຣິກາ ໂດຍມີບັນດາປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມຣິກາ (The Lower Mekong Initiative Senior Official’s Meeting) ໄດ້ຖືກຈັດຂຶ້ນໃນວັນທີ 1 ກໍລະກົດຜ່ານມາ ໂດຍມີຜູ້ເຂົ້າຮ່ວມຈາກ 6 ປະເທດສະມາຊິກ ຄື: ກໍາປູເຈຍ ລາວ ມຽນມາ ໄທ ສສ.ຫວຽດນາມ ສ.ອາເມຣິກາ ແລະ ກອງເລຂາອາຊຽນ ເຂົ້າຮ່ວມຕິດຕາມ ກອງປະຊຸມໄດ້ປຶກສາຫາລືກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມຣິກາ ຄັ້ງທີ 13 ເຊິ່ງໄດ້ມີການສະຫຼຸບຕີລາຄາຄືນ ກ່ຽວກັບຜົນການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍມີການສະເໜີປ່ຽນຊື່ຂອບການຮ່ວມມືຈາກ “ຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມ-ສ.ອາເມຣິກາ ຫຼື The Lower Mekong

Initiative” ໄປເປັນ “ຄູ່ຮ່ວມມືແມ່ນໍ້າຂອງ-ສ.ອາເມຣິກາ ຫຼື Mekong-US Partnership” ລວມທັງການປັບປຸງກົນໄກການຮ່ວມມືໃຫ້ຂະຫຍາຍລົງສູ່ລວງເລິກໃນແຕ່ລະຂະແໜງການ ໃຫ້ມີປະສິດທິພາບ ແລະ ສົ່ງຜົົນປະໂຫຍດອັນເປັນຮູບປະທຳໃຫ້ຫຼາຍກວ່າເກົ່າ. ສຳລັບກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ ໄດ້ຖືກຈັດຂຶ້ນວັນທີ 2 ກໍລະກົດ 2020 ໂດຍມີຄະນະຜູ້ແທນ 14 ຄະນະເຂົ້າຮ່ວມຄື: ກຳປູເຈຍ ລາວ ມຽນມາ ໄທ ສສ.ຫວຽດນາມ ສ.ອາເມຣິກາ ອົດສະຕຣາລີ ຍີ່ປຸ່ນ ນູແວນເຊລັງ ສ.ເກົາຫຼີ ສະຫະພາບເອີຣົບ ທະນາຄານພັດທະນາອາຊີ ທະນາຄານໂລກ ແລະ ກອງເລຂາອາຊຽນ ເຂົ້າຮ່ວມຕິດຕາມ ກອງປະຊຸມໄດ້ປຶກສາຫາລືກັນເພື່ອສະຫຼຸບຕີລາຄາຄືນຜົນຮ່ວມມືໃນໄລຍະຜ່ານມາເຫັນວ່າໄດ້ມີການຮ່ວມມືຫຼາຍດ້ານທີ່ມີການຂະຫຍາຍຕົວ ແລະ ໄດ້ມີການສະເໜີຍົກລະດັບກົນໄກການຮ່ວມມືຈາກລະດັບ    ກອງປະຊຸມເຈົ້າໜ້າທີ່ອາວຸໂສ ໄປເປັນກອງປະຊຸມລັດຖະມົນຕີ ເພື່ອເປັນການກະຕຸກຊຸກຍູ້ບັນດາເພື່ອນແມ່ນໍ້າຂອງໃຫ້ເພີ່ມທະວີການຊ່ວຍເຫຼືອໃນການພັດທະນາຂົງເຂດແມ່ນໍ້າຂອງໃຫ້ຫຼາຍຂຶ້ນກວ່າເກົ່າ.

error: Content is protected !!