ສະໜອງທຶນໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ 2 ໂຄງການ

    ພິທີລົງນາມສັນຍາສະໜອງທຶນ ໃຫ້ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງ ລະຫວ່າງຄົນກັບຊ້າງປ່າ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໂຄງການສົ່ງເສີມ ສະໜັບສະໜູນໃນການສ້າງສວນພຶກສາສາດ ລະຫວ່າງ (ກປສ) ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ຈັດຂຶ້ນວັນທີ 2 ກໍລະກົດ 2020 ຢູ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເຊິ່ງໂຄງການທີ 1 ລົງນາມໂດຍທ່ານນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ໂຄງການທີ 2 ລົງນາມໂດຍທ່ານນາງ ພັກກາວັນ ພິດສະໄໝ ແລະ ທ່ານນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມ ໂດຍມີທ່ານ ພູວົງ ຫຼວງໄຊຊະນະ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທໍາມຊາດ ແລະ ສິ່ງແວດລ້ອມ ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ ໃຊ້ງົບປະມານ 700 ລ້ານກີບ ພື້ນທີ່ໂຄງການຢູ່ ແຂວງວຽງຈັນ (ເມືອງເຟືອງ) ແລະ ແຂວງ ອຸດົມໄຊ (ເມືອງຫຼາ ແລະ ເມືອງນາໝໍ້) ຂອງພະແນກຄຸ້ມຄອງສັດນ້ໍາ ແລະ ສັດປ່າ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສ້າງຄວາມເຂົ້າໃຈ ຄວາມເຂັ້ມແຂງໃຫ້ພະນັກງານວິ ຊາການຂັ້ນທ້ອງຖິ່ນ ໃນການແກ້ໄຂບັນຫາຂໍ້ຂັດແຍ່ງລະຫ່ວາງຄົນກັບຊ້າງປ່າ ໂດຍໃຫ້ປະຊາຊົນເປັນເຈົ້າການໃນການຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ ໂດຍສະເພາະຊ້າງປ່າໃຫ້ມີຄວາມຍືນຍົງ ໃນນີ້ ລວມມີການສ້າງຕັ້ງທີມງານແກ້ໄຂຂໍ້ຂັດແຍ່ງນັບແຕ່ຂັ້ນສູນກາງ ໂດຍໄດ້ຮັບການອະນຸມັດຈາກລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຂັ້ນແຂວງໂດຍໄດ້ຮັບການອະນຸມັດຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຂັ້ນເມືອງໂດຍໄດ້ຮັບການອະນຸມັດຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ແລະ ຂັ້ນບ້ານໂດຍໄດ້ຮັບການອະນຸມັດຈາກອົງການປົກຄອງບ້ານ ເກັບກໍາຂໍມູນເສດຖະເສດ-ສັງຄົມບ້ານເປົ້າໝາຍ ເກັບກໍາຂໍ້ມູນພື້ນທີ່ທີ່ໄດ້ຮັບຜົນກະທົບ ແລະ ເສັ້ນທາງຂອງຊ້າງ ໂດຍສະເພາະເຂດຊ້າງປ່າອາໄສຢູ່ ແລະ ບ້ານທີ່ມີຜົນກະທົບໂດຍກົງຈາກຊ້າງປ່າ ສໍາຫຼວດຖິ່ນທີ່ຢູ່ອາໄສຂອງຊ້າງປ່າ ສ້າງລະບຽບບ້ານໃນການຄຸ້ມຄອງຊ້າງປ່າ ສ້າງຫໍຍາມເທິງຕົ້ນໄມ້ເພື່ອເຝົ້າລະວັງ ສ້າງຄອງເພື່ອເປັນແລວປ້ອງກັນຊ້າງປ່າ ສ້າງຮົ້ວ ສ້າງສັນຍານເຕືອນໄຟໃນຂອບເຂດຈຸດທີ່ມີຄວາມສ່ຽງຕໍ່ການທໍາລາຍຂອງຊ້າງປ່າ ແລະ ປຶ້ມຄູ່ມືສໍາລັບຊຸມຊົນ ກໍານົດເວລາຈັດຕັ້ງປະຕິບັດ 2 ປີ.

    ສ່ວນໂຄງການສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ໃຊ້ງົບປະມານ 100 ລ້ານກີບ ພື້ນທີ່ໂຄງການຢູ່ໂຮງຮຽນມັດທະຍົມສົມບູນບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດໂດຍກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຸດປະສົງເພື່ອສົ່ງເສີມ ແລະ ສະໜັບສະໜູນການສ້າງສວນພຶກສາສາດ ເພື່ອໃຫ້ມີຄວາມຍືນຍົງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກິດຈະກຳມີຕິດຕັ້ງລະບົບໄຟຟ້າ ນ້ໍາປະປາ ແລະ ຕິດຕາມກິດຈະກໍາການປູກພືດໃນສວນພຶກສາສາດ ກໍານົດເວລາໃນການຈັດຕັ້ງປະຕິບັດ 1 ປີ.

error: Content is protected !!