ກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການທະຫານ ນວ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງຫານ

     ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ໄຂຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ສະໂມສອນກອງບັນຊາການທະຫານ ນວ ເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງ ເລຂາຄະນະພັກ ນວ ມີບັນດາສະຫາຍຜູ້ແທນສົມບູນ-ສໍາຮອງ ແລະ ແຂກຖືກເຊີນ.

ກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການທະຫານ ນວ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງຫານ

    ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກອງບັນຊາການທະຫານ ນວ ທັງສອງພາກຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ຈາກນັ້ນ ຜູ້ແທນກອງປະຊຸມທັງ 131 ສະຫາຍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງ 13 ສະຫາຍ ເລືອກເອົາ 11 ສະຫາຍ ໃນນັ້ນເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເປັນເລຂາ ສະຫາຍ ພັນເອກ ບຸນວານ ພົມມະວົງ ເປັນຮອງ ສະຫາຍ ພັນເອກ ບົວເງິນ ຫົງໄຂຄໍາ ເປັນຮອງ ທັງເປັນປະທານກວດກາ ສະຫາຍ ພັນໂທ ສຸລິເດດ ດວງມະນີ ເປັນຮອງ ສະຫາຍ ພັນໂທ ຄໍາວົງ ໄຊຍະເພັດ ເປັນຄະນະ ພ້ອມນັ້ນ ໄດ້ເລືອກຕັ້ງຄະນະຜູ້ແທນສົມບູນ-ສໍາຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກ ນວ 11 ສະຫາຍ ເຊິ່ງຕອນທ້າຍກອງປະຊຸມໄດ້ກຽດໃຫ້ການໂອ້ລົມຂອງສະຫາຍ ສິນລະວົງ ຄຸດໄພທູນ ເພື່ອເປັນທິດທາງເພີ່ມຕື່ມໃນຕໍ່ໜ້າແກ່ຄະນະພັກຊຸດໃໝ່ອີກດ້ວຍ.

ກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການທະຫານ ນວ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງຫານ
error: Content is protected !!