ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ນະຄອນດານັງ ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020 ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກ ປ່ຽນບົດຮຽນໃນການພື້ນຟູເສດ ຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


ໃນການຢ້ຽມຢາມຄັ້ງນີ້ ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວ ພັນມິດຕະພາບອັນດູດດື່ມ ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ແໜ້ນເເຟ້ນໃນໄລຍະຜ່ານ.ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືທີ່ມີໝາກມີຜົນໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງຢູ່ ສສ.ຫວຽດນາມ ແລະ ສປປລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະການເເຜ່ລະບາດຂອງພະຍາດດັ່ງກ່າວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍໃນຕົວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງຊາດໄດ້ຮັບການພັດທະນາໃຫ້ດີ ຂື້ນເທື່ອລະກ້າວ.

ໃນໂອກາດນີ້, ຝ່າຍລາວ ກໍ່ໄດ້ສະແດງຄວາມຊົມເຊີຍຝ່າຍຫວຽດນາມ ທີ່ໄດ້ປະສົບຜົນສຳ ເລັດໃນການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ກອງປະຊຸມໄອປາ ແລະ ທັງເປັນປະທານກອງປະຊຸມສະມາຊິກບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນີ້.

ໃນໄລຍະການຢ້ຽມຢາມເຮັດວຽກໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມເຂດອຸດສະຫະກຳ ດ້ຽນນາມ-ດ້ຽນຫງ໋ອກ, ແຂວງກວາງນາມ ອີກດ້ວຍ ເພື່ອຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມໃນເຂດດັ່ງກ່າວ.