ງານວາງສະແດງສິນຄ້າ ຈີນ-ອາຊຽນ ປີນີ້ຈັດຂຶ້ນພໍດີຄົບຮອບ 20 ປີ ເຊິ່ງຜ່ານມາງານວາງສະແດງສິນດັ່ງກ່າວໄດ້ເປີດກວ້າງພື້ນທີ່ໃຫ້ການຮ່ວມມືເສດຖະກິດການຄ້າຂອງພາກພື້ນຢ່າງບໍ່ຢຸດຢັ້ງ ພ້ອມທັງເລັ່ງລັດຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ ແລະ ກາຍເປັນປັດໄຈສຳຄັນໃນການສ້າງ ແລະ ຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ ແລະ ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ.

ປີ 2004 ງານວາງສະແດງສິນຄ້າ ຈີນ-ອາຊຽນ ໄຂຂຶ້ນເປັນຄັ້ງປະຖົມມະເລີກ ຍອດມູນຄ່າການຄ້າ ລະຫວ່າງ ຈີນ-ອາຊຽນ ບັນລຸຫຼາຍກວ່າ 100 ຕື້ໂດລາສະຫະລັດ ຍອດມູນຄ່າດັ່ງກ່າວໄດ້ເພີ່ມຂຶ້ນເປັນ 975,34 ຕື້ໂດລາສະຫະລັດ ໃນປີ 2022 ສະເພາະປີ 2010 ເຂດການຄ້າເສລີ ຈີນ-ອາຊຽນ ໄດ້ສ້າງສຳເລັດຢ່າງຮອບດ້ານ ແລະ ໄດ້ຍົກເລີກພາສີຂອງຜະລິດຕະພັນຫຼາຍກວ່າ 7.000 ຊະນິດ ພາຍໃຕ້ຂອບເຂດການຄ້າເສລີດັ່ງກ່າວ ສິນຄ້າ 90% ປອດພາສີ ກ່ອນໜ້ານີ້ 10 ກວ່າປີ ໝາກຖົ່ວລຽນ ໝາກມັງຄຸດ ແລະ ໝາກໄມ້ຊະນິດອື່ນໆຂອງອາຊຽນ ມີຂາຍບໍ່ຫຼາຍໃນຕະຫຼາດຈີນ ປັດຈຸບັນຜະລິດຕະພັນເຫຼົ່ານີ້ໄດ້ຂາຍຢູ່ຕົວເມືອງໃຫຍ່ທຸກແຫ່ງຂອງປະເທດຈີນ ແລະ ມີລາຄາບໍ່ແພງຄືແຕ່ກ່ອນ.
ໃນຖານະເປັນເວທີສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ຫຼາຍປີຜ່ານມາງານວາງສະແດງສິນຄ້າ ຈີນ-ອາຊຽນ ໄດ້ຈັດກອງປະຊຸມເວທີເປິກສາຫາລືລະດັບລັດຖະມົນຕີ 300 ກວ່າຄັ້ງ ກ່ຽວກັບການເຊື່ອມຈອດກັນ ຄວາມສາມາດດ້ານການຜະລິດ ພາສີ ສາທາລະນະສຸກ ການເງິນ ແລະ ອື່ນໆ ສ້າງກົນໄກຮ່ວມມື “10+1” ໃນ 40 ກວ່າຂົງເຂດ ແລະ ປະຕິບັດໂຄງການຕ່າງໆ ເຊັ່ນ: ສູນຂໍ້ມູນຂ່າວສານ ຈີນ-ອາຊຽນ ຊ່ອງ ທາງໃໝ່ທາງບົກ-ທາງທະເລ ສະຫະພັນການຄົມມະນາຄົມຫຼາຍຮູບແບບລະຫວ່າງ ຈີນ-ອາຊຽນ ແລະ ອື່ນໆ ພາຍໃຕ້ການຊຸກຍູ້ຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ ຈີນ ແລະ ປະເທດສະມາຊິກອາຊຽນ ໄດ້ລົງເລິກຊຸກຍູ້ການຮ່ວມມືດ້ານການຄ້າ ການລົງທຶນ ການເຊື່ອມຈອດກັນ ແລະ ການຮ່ວມມືພາກພື້ນ ສຳເລັດໂຄງການທີ່ເປັນຂີດໝາຍສຳຄັນງວດ ເຊັ່ນ: ການເປີດນຳໃຊ້ທາງລົດໄຟ ຈີນ-ລາວ ເຊິ່ງເປັນການບັນລຸຄວາມຝັນຂອງປະຊາຊົນລາວທີ່ເປັນ “ປະເທດທີ່ບໍ່ມີທາງອອກສູ່ທະເລ ຫັນເປັນປະເທດທີ່ເຊື່ອມໂຍງ-ເຊື່ອມຈອດ” ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫະນຸ ໄດ້ຊຸກຍູ້ໃຫ້ກຳປູເຈຍ ກ້າວເຂົ້າສູ່ “ສະໄໝທາງດ່ວນ” ຈີນ ແລະ ສິງກະໂປຮ່ວມກັນສ້າງຊ່ອງທາງໃໝ່ທາງການຄ້າສາກົນທາງບົກ-ທາງທະເລ ໄດ້ເລັ່ງລັດໄວຂຶ້ນ ເຄືອຂ່າຍຂົນສົ່ງໄດ້ກວມເອົາທ່າກຳປັ່ນ 393 ແຫ່ງ ຂອງ 119 ປະເທດ ແລະ ເຂດແຄວ້ນ ມາຮອດເດືອນກໍລະກົດ 2023 ຍອດມູນຄ່າການລົງທຶນສອງຝ່າຍລະຫວ່າງ ຈີນ ກັບ ອາຊຽນ ບັນລຸຫຼາຍກວ່າ 380 ຕື້ໂດລາສະຫະລັດ ຈີນໄດ້ຕັ້ງວິສາຫະກິດທີ່ລົງທຶນໂດຍກົງຢູ່ອາຊຽນ ຫຼາຍກວ່າ 6.500 ແຫ່ງ.



ປີ 2022 ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ທີ່ຖືອາຊຽນເປັນແກນນຳ ມີຜົນບັງຄັບໃຊ້ຢ່າງຮອບດ້ານ ແລະ ກາຍເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ເພື່ອເຮັດໃຫ້ງານວາງສະແດງສິນຄ້າ ຈີນ-ອາຊຽນ ຈາກການບໍລິການ “10+1” ຂະຫຍາຍຕົວຫັນເປັນການບໍລິການໃຫ້ RCEP ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເລີ່ມແຕ່ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 11 ປີ 2014 ເປັນຕົ້ນມາ ໂດຍອີງຕາມຄຳຮ້ອງຂໍ ແລະ ສະພາບການກະກຽມຂອງປະເທດທີ່ກ່ຽວຂ້ອງ ໃຫ້ສຳນັກງານເລຂາຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ ເປັນຜູ້ເຊື້ອເຊີນປະເທດທີ່ກ່ຽວຂ້ອງ ເປັນຄູ່ຮ່ວມມືພິເສດຂອງງານວາງສະແດງຄັ້ງນັ້ນ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຈີນ-ອາຊຽນ ໃນພາກພື້ນ ແລະ ປະເທດອື່ນໆ ແລະ ສ້າງໂອກາດພັດທະນາຫຼາຍກວ່າເກົ່າ 20 ປີຜ່ານມາ ງານວາງສະແດງສິນຄ້າ ຈີນ-ອາຊຽນ ໃນຖານະເປັນຜະລິດຕະພັນສາທາລະນະສາກົນ ທີ່ໃຫ້ບໍລິການການຄ້າໂລກ ບົດບາດທີ່ເປັນເວທີແລກປ່ຽນ ແລະ ຮ່ວມມືນັບມື້ພົ້ນເດັ່ນຂຶ້ນ ຄຽງຄູ່ກັບການກໍ່ສ້າງງານວາງສະແດງສິນຄ້າ ຈີນ-ອາຊຽນ ໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງເຊິ່ງໄດ້ເພີ່ມພະລັງຊຸກດັນທີ່ແຂງແຮງໃຫ້ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນທ່ຽງຂອງພາກພື້ນຫຼາຍກວ່າ ເກົ່າຢ່າງແນ່ນອນ.