ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂື້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍມີ ບັນດາພໍ່ຄ້າ ແມ່ຄ້າ-ຊາວຂາຍ ທັງພາຍໃນ ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳອຸດສາຫະກຳ ເຄື່ອງນຸ່ງຫົ່ມ ເຄື່ອງປ່າຂອງດົງ ເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງໃຊ້ໃນຄົວເຮືອນ ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.





ເຊີ່ງງານໂລະລາດ ເປັນປະເພນີໜື່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸຮັກປົກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນ ທີ່ໄດ້ສືບທອດກັນມາເຫິງນານ ໃນປີນີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ປຸກລະດົມໃຫ້ປະຊາຊົນ ນຳເອົາສີນຄ້າ ມາວາງຂາຍໃຫ້ຫຼາຍ ທັງໄດ້ມີການຄຸ້ມຄອງ ແລະ ຈັດສັນ ໃຫ້ເປັນລະບຽບຮຽບຮ້ອຍ.





ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການໂລະລາດຢູ່ຫຼວງພະບາງ ໃນປີໜື່ງຈະມີ 2 ຄັ້ງ ຄື: ບຸນປີໃໝ່ລາວ ແລະ ບຸນຫໍ່ເຂົ້າປະດັບດີນ ເພື່ອໃຫ້ງານໂລະລາດມີຄວາມເປັນລະບຽບຮຽບຮ້ອຍ ຄະນະຮັບຜິດຊອບ ໄດ້ປຸກລະດົມໃຫ້ຊາວຄ້າຂາຍ ນຳເອົາສີນຄ້າມາວາງຂາຍ ທັງຈັດສັນໃຫ້ມີຄວາມເປັນລະບຽບ.






ສະເພາະປີນີ້ ຈັດຂຶ້ນວັນທີ 13 ກັນຍາ 2023 ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2566 ຄສ 2023 ມີ ທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນແຂວງຂັ້ນນະຄອນ-ເມືອງ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.







ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ ສ່ວນປິນີ້ ກົງກັບມື້ແຮມ 14 ຄໍ່າ ກົງກັບວັນທີ່ 14 ກັນຍາ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ ເລີ້ມແຕ່ຕອນເຊົ້າ ເວລາ 5 ໂມງ ການນຳພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ.





