ສອງບໍລິສັດ ມອບນໍ້າດື່ມຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ III ຂອງພະແນກ ຖວທ ນວ

    ວັນທີ 19 ມີນາ 2020 ທ່ານນາງ ຫຼ້າ ນິດຕາ ສູນສະຫວັນ ປະທານບໍລິສັດ ຈີນາຍພລັສບາຍລາວ ຈໍາກັດຜູ້ດຽວ ແລະ ທ່ານ ອາທ່າວ ປະທານບໍລິສັດ ທ່ອງທ່ຽວ ວຽນວຽນ ຈໍາກັດ ໄດ້ນໍາເອົານໍ້າດື່ມ ມອບໃຫ້ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນກຽດຮັບໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີພະນັກງານຂອງພະແນກ ແລະ ບໍລິສັດເຂົ້າຮ່ວມ. 

    ເຄື່ອງທີ່ນໍາມາມອບຄັ້ງນີ້ ເປັນນໍ້າດື່ມຈໍານວນ 50 ແພັກ ຂອງບໍລິສັດ ຈີນາຍພລັສບາຍລາວ ຈໍາກັດຜູ້ດຽວ ແລະ 50 ແພັກຂອງບໍລິສັດ ທ່ອງທ່ຽວ ວຽນວຽນ ຈໍາກັດ ລວມທັງໝົດ 100 ແພັກ ທັງນີ້ກໍເພື່ອເປັນການຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

error: Content is protected !!