ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດ COVID-19

    ເພື່ອສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ນັກສຶກສາໃນການສະກັດກັ້ນ ແລະ ປ້ອງກັນພະຍາດປອດອັກ ເສບຈາກເຊື້ອຈຸລາໂຣກສາຍພັນໃໝ່ (COVID-19) ທີ່ກໍາລັງລະບາດໃນທົ່ວໂລກ ໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດດັ່ງກ່າວ ຂຶ້ນວັນທີ 18 ມີນາ 2020 ໂດຍມີທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະ ພາບ ກະຊວງສາທາລະນະສຸກ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນທິດສະດີດການເມືອງ-ການປົກຄອງ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ  ພອນປະເສີດ ອຸນາພົມ ໄດ້ຍົກໃຫ້ເຫັນກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ສະຖານະການຢູ່ໃນ ສປປ ລາວ ເຊິ່ງປັດຈຸບັນ ສປປ ລາວ ຍັງບໍ່ມີການຢືນຢັນວ່າມີຜູ້ຕິດເຊື້ອ ແຕ່ກະຊວງສາທາລະນະສຸກ ກໍໄດ້ມີກຽມຄວາມພ້ອມເພື່ອຮັບມືກັບການລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ ໂດຍມີການແຕ່ງຕັ້ງຄະນະສະເພາະກິດ ເພື່ອປະສານງານໃຫ້ຂໍ້ມູນຂ່າວສານແກ່ປະຊາຊົນ ອອກແຈ້ງການກ່ຽວກັບການເຝົ້າລະວັງການລະບາດຂອງພະຍາດ ກວດກາ ແລະ ຄັດກອງຜູ້ທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງສູງ ຕັ້ງເຄື່ອງກວດຢູ່ຊາຍແດນທຸກຈຸດ ນອກນີ້ຍັງລົງເຜີຍແຜ່ວິທີປ້ອງກັນ ແລະ ຫຼີກລ່ຽງຈາກພະຍາດຢູ່ເຂດທີ່ມີຄວາມສ່ຽງສູງ ເຊິ່ງພະຍາດດັ່ງກ່າວແມ່ນສາມາດຕິດໄດ້ຈາກຄົນສູ່ຄົນ ໂດຍການໄອ ຈາມ ແລະ ສຳຜັດກັບຜູ້ທີ່ຕິດເຊື້ອ.

    ວິທີປ້ອງກັນ ຕ້ອງໜັ່ນອອກກຳລັງກາຍ ໝັ່ນລ້າງມືໃຫ້ສະອາດ ກິນອາຫານທີ່ປຸງສຸກ ຫຼີກລ່ຽງຈາກຜູ້ຕິດເຊື້ອ ເວລາໄອ ຈາມ ຄວນປິດປາກ-ດັງ ແລະ ຄວນໃສ່ຜ້າອັດປາກ ເມື່ອຈໍາເປັນຕ້ອງອອກໄປຢູ່ຮ່ວມກັບຄົນຈຳນວນຫຼາຍ ສຳລັບອາການຂອງຜູ້ຕິດເຊື້ອຈະມີອາການໄຂ້ ໄອ ເຈັບຄໍ ແລະ ຫາຍໃຈຍາກ ຖ້າຫາກມີອາການດັ່ງກ່າວ ຫຼື ພົບຜູ້ທີ່ມີອາການ ແລະ ມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ຕ້ອງແນະນໍາໃຫ້ເຂົາເຈົ້າໄປກວດຢູ່ໂຮງໝໍທີ່ຂັ້ນເທິງຮັບຮອງ ຫຼື ໂທຫາເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ.

ພາບ-ຂ່າວ: ລັດເວລາ

error: Content is protected !!