“ 68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ “

    ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດຂຶ້ນ ໃນວັນທີ 21 ກໍລະກົດ 2023 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ ໂດຍມີ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງ ຊາດ ເອື້ອຍນ້ອງແມ່ຍິງ ຈາກສຳນັກງານ ອົງການ ທັງພາກລັດ ແລະ ເອກະຊົນ ມວນຊົນ ຈາກພາກສ່ວນ ຕ່າງ ເຂົ້າຮ່ວມ ບໍລິຈາກເລືອດ.

    ໂອກາດນີ້ ທ່ານ ນາງ ສິລິກິດ ບຸບຜາ ໄດ້ກ່າວວ່າ: ໃນນາມໜ້າໃຫ້ແກ່ ຄະນະນໍາຂອງສູນກາງສະຫະພັນແມ່ຍິງລາວ ໃນການນໍາພາ ເອື້ອຍນ້ອງຍິງ ແລະ ບັນດາທ່ານຈາກການຈັດຕັ້ງຂອງລັດອ້ອມຂ້າງສູນກາງ ແລະ ມວນຊົນທົ່ວໄປ ໃນນະຄອນຫຼວງວຽງຈັນ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 68 ປີ ເຊີ່ງສູນກາງສະຫະພັນແມ່ຍິງລາວໄດ້ຮ່ວມກັບ ອົງການກາແດງແຫ່ງຊາດລາວ ພາຍໃຕ້ການຮ່ວມສະໜັບສະໜູນ ຈາກອົງການສາກົນ ຈັດຂະບວນການ ຮັບບໍລິຈາກເລືອດຂຶ້ນ ເພື່ອຊ່ວຍເຫຼືອຊີວີດຂອງຄົນເຈັບທີ່ຕ້ອງການເລືອດຢູ່ໂຮງພະຍາບານຕ່າງໆ.

    ໂອກາດທີ່ມີຄວາມໝາຍສຳຄັນນີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງການນຳຂອງຄະນະສະຫະພັນແມ່ຍີງລາວທຸກຂັ້ນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ທີ່ໄດ້ມີແນວຄວາມຄິດສ້າງກິດຈະກຳນີ້ຂຶ້ນ ໃນໄລຍະຫຼາຍປີ ຜ່ານມາຢ່າງຕໍ່ເນື່ອງ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ແມ່ຍິງລາວຮຸ້ນປັດຈຸບັນ ສືບຕໍ່ມູນເຊື້້ອອັນດີງາມ ໃນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ແລະ ຍອມເສຍສະຫຼະສິດຜົນປະໂຫຍດສ່ວນຕົວຂອງຕົນ ເພື່ອປະເທດຊາດ ແລະ ຖືໂອກາດນີ້ ກໍ່ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງການຈັດຕັ້ງພາກລັດ-ເອກະຊົນ ແລະ ອົງການສາກົນ   ທີ່ໄດ້ຮ່ວມສະໜັບສະໜູນໃນກິດຈໍະກໍາອັນສໍາຄັນນີ້ ດັ່ງຄໍາຂັວນທີ່ໄດ້ລະບຸໄວ້ໃນກິດຈະກຳມື້ນີ້ : “ 68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ “.  

   ໂອກາດດຽວກັນ ທ່ານ ຮສ ດຣ ສິງ ເມໂນລາດ ໄດ້ກ່າວວ່າ: ໃນນາມ ອົງການກາແດງແຫ່ງຊາດລາວ ໃນນາມຜູ້ຈັດຕັ້ງປະຕິບັດວຽກງານປຸກລະດົມການບໍລິຈາກເລືອດ ແລະ ຕອບສະຫນອງເລືອດທີ່ປອດໄພໃນທົ່ວປະເທດ ຕາງໜ້າໃຫ້ຜູ້ທີ່ໄດ້ຮັບເລືອດ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງ ຄະນະນໍາຊອງສູນກາງສະຫະພັນແມ່ຍິງລາວ ແລະ ຄະນະສະຫະພັນແມ່ຍີງລາວ ຂັ້ນທ້ອງຖີ່ນ ສະມາຊິກແມ່ຍິງລາວ ແລະ ຜູ້ທີ່ໄດ້ບໍລິຈາກເລືອດທຸກໆທ່ານ ແລະ ຜູ້ທີ່ກຳລັງຈະບໍລິຈາກເລືອດໃນມື້ນີ້ ຫຼືມື້ຕໍ່ໆໄປ ຂໍະແດງຄວາມຮູ້ບຸນຄຸນ ຕໍ່ການຈັດຕັ້ງ ແລະ ບຸກຄົນ-ນິຕິບຸກຄົນ ພາຍໃນ ແລະຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ວຽກງານເລືອດຢູ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າຈະ ໄດ້ຮັບການຮ່ວມມືສະໜັບສະໜູນ ຈາກບັນດາທ່ານ ໃນໂອກາດຕໍ່ໄປ.

error: Content is protected !!