11 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມີທັດໄດ້ຮັບສົ່ງເສີມຊີວິດການເປັນຢູ່

    ອີງຕາມບົດລາຍງານຂອງຫ້ອງການ ການກະສິກຳ ແລະ ປ່າໄມ້ເມືອງຫົງສາ ແຂວງໄຊຍະບູລີ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໃຫ້ປະຊາຊົນ ປະຈຸບັນໄດ້ຕິດຕາມຊຸກຍູ້ສົ່ງເສີມສຳເລັດແລ້ວ 11 ບ້ານເປົ້າໝາຍ ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຄະນະຊີ້ນຳໂຄງການ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດ ບັນດາກິດຈະກຳສົ່ງເສີມກະສິກຳແບບຍືນຍົງໂດຍບໍ່ທຳລາຍປ່າໄມ້ ເມື່ອບໍ່ດົນຜ່ານມາວ່າ:

    ຫຼັງຈາກເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນຂອງໂຄງການ ເລີ່ມແຕ່ຕົ້ນເດືອນ ກັນຍາ ປີ 2022 ຫາ ກາງເດືອນກໍລະກົດ 2023 ນີ້ ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ສົ່ງເສີມຢ່າງໃກ້ສິດຕິດແທດ ສໍາລັບໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໃຫ້ປະຊາຊົນ ຢູ່ເມືອງຫົງສາ ແມ່ນກຳນົດເອົາ 13 ບ້ານເປົ້າໝາຍຄື: ບ້ານປາກຫ້ວຍຍາງ ບ້ານ ພູດອກໄມ້ ບ້ານຫ້ວຍຈ້ວງ ບ້ານພູແລ້ງກາງ ບ້ານໜອງຫຼວງ ບ້ານນໍ້າສິບ ບ້ານກິ່ວສາລາ ບ້ານຫ້ວຍໄລ່ ບ້ານນໍ້າຕັບ ບ້ານທ່ານຸ່ນ ບ້ານທ່າຊ່ວງ ບ້ານແກ້ງແອນ ແລະ ບ້ານປາກງຶ່ມ ປະກອບມີ 298 ຄອບຄົວທີ່ທຳການຜະລິດ ໂດຍຈັດຕັ້ງປະຕິບັດ 8 ກິດຈະກໍາຄື: ກິດຈະກໍາຂະຫຍາຍເນື້ອທີ່ນາ ກິດຈະກໍາປູກຫຍ້າລ້ຽງສັດ ກິດຈະກໍາປູກແຂມ ກິດຈະກໍາຂຸດໜອງລ້ຽງປາ ກິດຈະກໍາປູກຢາງພາລາ ກິດຈະກໍາປູກໄມ້ໃຫ້  ໝາກ ກິດຈະກໍາປູກກາເຟ ແລະ ກິດຈະກໍາປັບປຸງນາເກົ່າ ລວມມູນຄ່າການລົງທຶນທັງໝົດ 2 ຕື້ 270 ລ້ານກວ່າກີບ ເພື່ອຈັດຕັ້ງກິດຈະກຳສົ່ງເສີມກະສິກຳແບບຍືນຍົງໂດຍບໍ່ທຳລາຍປ່າໄມ້.

    ມາຮອດປັດຈຸບັນ ການຈັດຊື້ອຸປະກອນ ແລະ ແນວພັນ (ຕາມລະດູການຜະລິດ) ໄດ້ມອບໃຫ້ຄອບຄົວເປົ້າໝາຍແລ້ວຢູ່ 11 ບ້ານຄື: ບ້ານຫ້ວຍຈ້ວງ ມີຈໍານວນ 5 ກິດຈະກຳ ມີ 27 ຄອບຄົວ ບ້ານພູແລ້ງກາງ: ມີ 5 ກິດຈະກຳ ມີຈຳນວນ 24 ຄອບຄົວ ບ້ານໜອງຫຼວງ ມີ 5 ກິດຈະກຳ ມີຈຳນວນ 23 ຄອບຄົວ ບ້ານກິ່ວສາລາ: ມີ 6 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານນໍ້າສິບ ມີ 6 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານ ນໍ້າຕັບ: ມີ 4 ກິດຈະກໍາ ມີຈໍານວນ 29 ຄອບຄົວ ບ້ານ ຫ້ວຍໄລ່: ມີ 4 ກິດຈະກໍາ ມີຈໍານວນ 29 ຄອບຄົວ ບ້ານພູດອກໄມ້ ມີ 4 ກິດຈະກໍາ ມີ 28 ຄອບຄົວ ບ້ານປາກງື່ມ: ມີ 3 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານແກ້ງແອນ ມີ 4 ກິດຈະກໍາ ມີຈໍານວນ 30 ຄອບຄົວ ແລະ ບ້ານ ປາກຫ້ວຍຍາງ ມີ 5 ກິດຈະກໍາ ມີຈໍານວນ 27 ຄອບຄົວ ລວມມູນຄ່າການລົງທຶນທັງໝົດ 1 ຕື້ 878 ລ້ານກວ່າກີບ.     ທ່ານຍັງກ່າວອີກວ່າ: ໂຄງການນີ້ ໂດຍເລັ່ງໃສ່ຕອບສະໜອງປັດໃຈການຜະລິດກະສິກຳ ເປັນຕົ້ນແມ່ນ: ແນວພັນຫຍ້າທີ່ເປັນອາຫານສັດ ແນວພັນສາລີ ເບ້ຍຢາງພາລາເບ້ຍກາເຟ່ ເບ້ຍໄມ້ໃຫ້ໝາກ ແລະ ອຸປະກອນລ້ອມຮົ້ວ-ສວນ ເຊິ່ງທຶນດັ່ງກ່າວນີ້ ແມ່ນທຶນສົ່ງເສີມການຜະລິດກະສິກຳແບບຍືງຍົງ ຂອງໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ເປົ້າໝາຍແມ່ນຄົວເຮືອນທຸກຍາກ ຄົວເຮືອນຊາວໜຸ່ມ ຫຼື ລົງເຮືອນໃໝ່ ຄົວເຮືອນທີ່ແມ່ຍິງເປັນຫົວໜ້າຄອບຄົວ ແລະ ຄົວເຮືອນທີ່ຖືກຜົນກະທົບຈາກການວາງແຜນຄຸ້ມຄອງທີ່ດີນ-ປ່າໄມ້ບ້ານ ແລະ ຈະສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມບ້ານທີ່ຍັງບໍ່ທັນຈັດຕັ້ງໃຫ້ສຳເລັດຕາມແຜນ.

error: Content is protected !!