ພະແນກ ຮສສ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

   ສະຫະພັນແມ່ຍິງຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 ຫາ 202 ກໍລະກົດ 2023) ຂຶ້ນໃນວັນທີ 19 ກໍລະກົດ 2023 ຢູ່ພະແນກດັ່ງກ່າວ ໂດຍມີທ່ານນາງ ໂຄຕະມິນ ພົງຍາລັກ ຮອງປະທານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ທ່ານນາງ ສົມປອງ ພະລະກຸນ ປະທານສະຫະພັນແມ່ຍິງ ພະແນກ ຮສສ ນວ ຕະຫຼອດຮອດເອື້ອຍນ້ອງສະມາຊິກແມ່ຍິງ ພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.   

    ທ່ານນາງ ສົມປອງ ພະລະກຸນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຫຼາຍໜ້າວຽກທີ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະວຽກງານດ້ານວິຊາສະເພາະ ເອື້ອຍນ້ອງແມ່ຍິງ ກໍຄືສະມາຊິກສະຫະຍັນແມ່ຍິງ ຮາກຖານພະແນກ ຮສສ ນວ ໄດ້ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂັ້ນຂອງຕົນ ຕິດພັນກັບຄາດໝາຍສູ້ຊົນໃຫ້ບັນລຸຕາມເປົ້າໝາຍ.

    ນອກຈາກນີ້ ຍັງໄດ້ເຂົ້າຮ່ວມໃນການຈັດອົບຮົມດ້ານຕ່າງໆ ຢູ່ສູນພັດທະນາສີມືແຮງງານ ແລະ ນອກສະຖານທີ່ ໄດ້ທັງໝົດ ຈຳນວນ 338 ທຽບໃສ່ແຜນການປີ (ໃຫ້ໄດ້ 450 ຄົນ) ເທົ່າກັບ 75,11% ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານ ໄດ້ 2.868 ຄົນ (ທຽບໃສ່ແຜນການປີໃຫ້ໄດ້ 4.500 ຄົນ ເທົ່າກັບ 63,73%) ແລະ ບັນຈຸເຂົ້າໃນຂະແໜງຕ່າງໆ ເຊັ່ນ:ຂະແໜງອຸດສາຫະກຳ 2.560 ຄົນ ຂະແໜງບໍລິການ 308 ຄົນ ຕັ້ງຈຸດຮັບສະໜັກງງານຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ 9 ເມືອງ (ທຽບໃສ່ແຜນການປີເທົ່າກັບ 100%).

    ສໍາລັບທິດທາງແຜນການຕໍ່ໜ້າ ສືບຕໍ່ເອົາໃຈໃສ່ນຳພາສະມາຊິກ ກໍຄືເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມບັນດາມະຕິຕ້າສັ່ງ ແຈ້ງການ ແລະ ເອກະສານສຳຄັນຂອງພັກ-ຂອງຊາດ ນຳຄະນະພັກ ຄະນະນຳ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ເອື້ອຍນ້ອງແມ່ຍິງ ປະຕິບັດ 2 ວາລະແຫ່ງຊາດ ສືບຕໍ່ເຜີຍແຜ່ນິຕິກຳທີ່ຕິພັນກັບການພັດທະນາແມ່ຍິງ ໃຫ້ຫຼາຍຂຶ້ນກວ່າເກົ່າ ເອົາໃຈໃສ່ບຳລຸງກໍ່ສ້າງສະມາຊິກແມ່ ຍິງ ປະສານສົມທົບກັບຄະນະພັກອົງການປົກຄອງ ເພື່ອຊຸກຍູ້ສົ່ງເສີມໃຫ້ສະມາຊິກສະຫະພັນແມ່ຍິງ ໄດ້ຍົກລະດັບການສຶກສາໃນຂັ້ນຕ່າງໆ ສືບຕໍ່ຊຸກຍູ້ໃຫ້ສະມາຊິກຄົ້ນຄ້ວານິຕິກຳຕ່າງໆ ທີ່ພົວພັນເຖິງການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ກົດໝາຍທີ່ພົວພັນເຖິງຄວາມສະເໝີພາບຍິງ-ຊາຍ ໃຫ້ຫຼາຍຂຶ້ນກວ່າເກົ່າ ສືບຕໍ່ປຸກລະດົມສະມາຊິກເອື້ອຍນ້ອງແມ່ຍິງ ໃຫ້ເອົາໃຈໃສ່ສ້າງເສດຖະກິດ ເພື່ອເພີ່ມລາຍໄດ້ໃຫ້ແກ່ຄອບຄົວ ປູກຝັງ-ລ້ຽງສັດ ເພື່ອກຸ້ມຕົນເອງ ແລະ ຂາຍເປັນສິນຄ້າ ສືບຕໍ່ຊຸກຍູ້ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້.

   ໂອກາດນີ້ ທ່ານນາງ ໂຄຕະມິນ ພົງຍາລັກ ຍັງໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນການກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງໄດ້ກຳເນີດຂຶ້ນໃນໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນເປັນຕົ້ນມາ ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກຳປະຫວັດສາດຂອງການປະຕິວັດ ພັກໄດ້ເອົາໃຈໃສ່ຈົດຈໍ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ ໜ້າທີ່ຂອງການຈັດຕັ້ງແມ່ຍິງໃນໄລຍະ ເບື້ອງຕົ້ນແມ່ນ: ລ້ຽງດູເບິ່ງແຍງ ຊຸກເຊື່ອງ ຕິດຕໍ່ ສົ່ງຂ່າວພະນັກງານທະຫານປະຕິວັດ ສົ່ງເອກະສານຕ່າງໆ ໃຫ້ພະນັກງານທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ.  

   ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ຂອງເອື້ອນນ້ອງແມ່ຍິງ ຮາກຖານພະແນກ ຮສສ ນວ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2021-2022 ອີກດ້ວຍ.

error: Content is protected !!