ແລກປ່ຽນການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

      ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳຈັດກອງປະຊຸມຖອດຖອນ ແລະ ແລກປ່ຽນບົດຮຽນກ່ຽວກັບການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈັດຂຶ້ນວັນທີ 19 ກໍລະກົດ 2023 ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ມີ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ຜູ້ຕາງໜ້າຈາກ ສານປະຊາຊົນສູງສຸດ ສານປະຊາຊົນ ນວ ສານປະຊາຊົນພາກກາງ ອົງການໄອຍະການປະຊາຊົນສູງສຸດ ອົງການໄອຍະການປະຊາຊົນພາກກາງ ຫ້ອງການປະຕິບັດຄຳຕັດສິນຂອງສານ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທາ ຊົງເຢີທ່າວໄດ້ກ່າວວ່າ: ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຕິດພັນກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ປະກອບການທາງດ້ານທຸລະກິດ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນນະໂຍບາຍໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ວາງອອກໃນປີ 1989 ໂດຍສ້າງຕັ້ງເປັນອົງການໄກ່ເກ່ຍເສດຖະກິດ ຂຶ້ນກັບກະຊວງເສດຖະກິດ ແຜນການ ແລະ ການເງິນໃນເວລານັ້ນ ໂດຍແມ່ນແນວຄິດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງພວກເຮົາເປັນຜູ້ລິເລີ່ມໃຫ້ສ້າງຕັ້ງຂຶ້ນຮອດປັດຈຸບັນ ເພື່ອຈຸດປະສົງ ຄື: ຖອດຖອນ ແລະ ແລກປ່ຽນບົດຮຽນ ຂອງສອງພາກສ່ວນ ຮອດປັດຈຸບັນ ແມ່ນໄດ້ 34 ປີ ແລ້ວ ແລະ ກອງປະຊຸມຄັ້ງນີ້ເປັນຄັ້ງທໍາອິດ.

ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ສ້າງຕັ້ງຂຶ້ນກັບກະຊວງຍຸຕິທໍາ ແລະ ຢູ່ທ້ອງຖິ່ນ ແມ່ນຂຶ້ນກັບ ພະແນກຍຸຕິທໍາ ມີຄວາມຮັບຜິດຊອບແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍຮູບການໄກ່ເກ່ຍ ແລະ ຕັດສິນ ຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມວ່ອງໄວ ອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງນັກລົງທຶນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ໂດຍປະຕິບັດຕາມພາລະບົດບາດ ແລະ ກົດໝາຍທີ່ກ່ຽວຂ້ອງຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ເຫັນວ່າ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນຕິດພັນກັບສອງພາກສ່ວນ ກໍຄື ກະຊວງຍຸຕິທໍາ ແລະ ສານປະຊາຊົນໂດຍສະເພາະແມ່ນການອອກຄໍາຊີ້ຂາດຕໍ່ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການອອກມາດຕະການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄູ່ກໍລະນີ ໃນເວລາດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການອອກຄໍາຊີ້ຂາດຂອງສານປະຊາຊົນແຂວງ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນຄະນະສານການຄ້າ ທີ່ມີສິດອໍານາດໃນການອອກຄໍາຊີ້ຂາດຕາມກົດໝາຍ ຜ່ານມາສານປະຊາຊົນສູງສຸດ ກໍໄດ້ສ້າງຄໍາແນະນໍາ ວ່າດ້ວຍການພິຈາລະນາຂອງສານປະຊາຊົນ ຕໍ່ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 62/ສປສສ ລົງວັນທີ 7 ກຸມພາ 2019 ພາຍໃຕ້ຄວາມຮັບຜິດຊອບຂອງສານປະຊາຊົນສູງສຸດ ແຕ່ໃນການປະຕິບັດຕົວຈິງ ເຫັນວ່າ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຈັດກອງປະຊຸມນີ້ຂຶ້ນມາ ເພື່ອເປັນການຖອດຖອນ ແລະ ແລກປ່ຽນບົດຮຽນ ໃນການປະຕິບັດໃຫ້ຖືກຕ້ອງ ມີຄວາມ ເປັນເອກະພາບກັນ ແລະ ສອດຄອງກັນຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ.

      ການຈັດກອງປະຊຸມໃນຄັ້ງນີ້ມີຄວາມໝາຍ ຄວາມສໍາຄັນເປັນຢ່າງຍິ່ງ ໃນການພັດທະນາ ແລະ ຄວາມເຂັ້ມແຂງໃຫ້ບຸກຄະລາກອນ ແລະ ແລກປ່ຽນບົດຮຽນຮ່ວມກັນ ລະຫ່ວາງ ກະຊວງຍຸຕິທໍາ ໂດຍສະເພາະແມ່ນສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສານປະຊາຊົນ (ຄະນະສານການຄ້າ) ໃຫ້ມີຄວາມເຂົ້າໃຈ ແລະ ສອດຄ່ອງຕາມກົດໝາຍທີ່ກ່ຽວຂ້ອງໃຫ້ເປັນໄປໃນທິດທາງດຽວກັນ.

      ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສ້າງຕັ້ງຂຶ້ນເພື່ອເປັນທາງເລືອກໜຶ່ງດ້ວຍຄວາມສະໝັກໃຈຂອງຜູ້ທີ່ດໍາເນີນທຸລະກິດ ແລະ ເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດ ໃນການແກ້ໄຂຂໍ້ຂັດແຍ່ງຂອງຕົນໃຫ້ມີຄວາມວ່ອງໄວໂປ່ງໃສ ສະນັ້ນ ຈຶ່ງບໍ່ມີການອຸທອນຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ     ກອງປະຊຸມໃນຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍຕໍ່ທຸລະກິດລາວ.

error: Content is protected !!