ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີ ປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະ ນາແບບຍືນຍົງ

ໃນລະຫວ່າງວັນທີ 10-19 ກໍລະກົດ 2023 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ ສ. ອາເມລິກາ ຄະນະ ຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າ ຮ່ວມກອງ ປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ ປະຈໍາປີ 2023 ເຊິ່ງໄດ້ຈັດຂຶ້ນ ໃນຂອບ ສະ ພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ການເລັ່ງລັດເພື່ອຟື້ນຟູຈາກ ຜົນກະທົບຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນໃນທຸກລະດັບ”.

ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນ ຍົງ ກໍຄື ບັນດາ 17 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ເຊິ່ງໃນປີນີ້ ແມ່ນສຸມໃສ່ 5 ປພຍ ຄື: ປພຍ 6 ວ່າ ດ້ວຍ ນໍ້າສະອາດ ແລະ ສຸຂະອະນາໄມ​ ປພຍ 7 ວ່າດ້ວຍ ພະລັງງານທີ່ສະອາດ ແລະ ທຸກຄົນເຂົ້າເຖິງໄດ້ ປພຍ 9 ວ່າດ້ວຍ ການສົ່ງເສີມການຫັນເປັນອຸດສາຫະກໍາ ການປະດິດສ້າງ ແລະ ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ ປພຍ 11 ວ່າດ້ວຍ ການ ສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 17 ວ່າດ້ວຍ ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ ໃນປີນີ້ ໄດ້ມີ 39 ປະເທດສະມາຊິກ ສປຊ ຜັດປ່ຽນຫມູນວຽນກັນນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການ ຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດຂອງຕົນ.

ສໍາລັບກອງປະຊຸມລະດັບລັດຖະມົນຕີ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 17 – 19 ກໍລະກົດ 2023 ພາຍໃຕ້ຫົວຂໍ້: “ການສ້າງ ທ່າແຮງໃຫ້ແກ່ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ” ເຊິ່ງໃນພິທີເປີດ ທ່ານເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງ ຄວາມເປັນຫ່ວງຕໍ່ກັບການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ທີ່ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເນື່ອງຈາກສິ່ງທ້າທາຍ ຫຼາຍ ດ້ານ ໂດຍສະເພາະແມ່ນການຂາດທຶນຮອນທີ່ເພີ່ມຂຶ້ນຈາກ 2.500 ຕື້ໂດລາສະຫະລັດຕໍ່ປີ ກ່ອນການລະບາດຂອງ ພະຍາດ ໂຄວິດ-19 ມາເປັນ 4.200 ຕື້ໂດລາສະຫະລັດຕໍ່ປີໃນປະຈຸບັນ ແລະ ລັດຖະບານຂອງຫລາຍປະເທດກໍາລັງພັດທະນາ ກຳລັງ ປະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ.

ສ່ວນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ກໍໄດ້ມີຂໍ້ສະເໜີແນະ 7 ຂໍ້ ເພື່ອຊ່ວຍໃນການບັນລຸ ປພຍ ເຊິ່ງຕິດພັນກັບ ການສ້າງຍຸດທະສາດ ແລະ ລະບຽບການ ທີ່ສະໜັບສະໜູນການຈັດຕັ້ງປະຕິບັດ ປພຍ ການກໍານົດ ແລະ ສຸມໃສ່ວຽກງານ ບຸລິມະສິດ ໃຫ້ສອດຄ່ອງກັບຫຼັກການຂອງ ປພຍ ການສ້າງແຜນດໍາເນີນງານທີ່ໂປ່ງໃສ ສໍາລັບ ປພຍ ແລະ ທີ່ສໍາຄັນ ແມ່ນ ການສ້າງກົນໄກຕິດຕາມການຈັດຕັ້ງປະຕິບັດ ປພຍ ທີ່ມີລັກສະນະວິທະຍາສາດ.

ໃນກອງປະຊຸມລະດັບລັດຖະມົນຕີ ມື້ທໍາອິດ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫົວ ໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິປາຍທົ່ວໄປ ເຊິ່ງໃນນັ້ນໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ບັນ ຫາວິກິດການ ແລະ ສິ່ງທ້າທາຍໃນດ້ານຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ພ້ອມໄດ້ ເນັ້ນຄວາມສຳຄັນຂອງ ກອງປະຊຸມ HLPF ແລະ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ (SDG Summit) ທີ່ຈະມາເຖິງ ສຳ ລັບການທົບທວນຄວາມຄືບຫນ້າ ກໍຄື ການວາງແນວທາງ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ໃຫ້ສາມາດບັນລຸໄດ້ ໃນພາຍປີ 2030.

ນອກຈາກນີ້ ສປປ ລາວ ໄດ້ແລກປ່ຽນໃຫ້ສາກົນໄດ້ຮັບຊາບ ກ່ຽວກັບ ຄວາມພະຍາຍາມໃນການແກ້ໄຂບັນຫາເສດຖະກິດ ແລະ ການເງິນ ກໍຄື ການສ້າງຍຸດທະສາດ ວ່າດ້ວຍ ການສະໜອງທຶນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ພ້ອມນັ້ນ ສປປ ລາວ ກໍຖືໂອກາດແຈ້ງ ກ່ຽວກັບ ແຜນການສ້າງ ບົດລາຍງານແຫ່ງຊາດແບບສະ  ໝັກໃຈ ສະບັບທີ 3 ທີ່ຈະນໍາສະເໜີຕໍ່ສາກົນ ໃນປີ 2024 ພາຍຫຼັງທີ່ ສປປ ລາວ ໄດ້ສົ່ງບົດລາຍງານມາແລ້ວ 2 ສະບັບ ໃນປີ 2018 ແລະ 2021 ຜ່ານມາ.

error: Content is protected !!