ໂຄງການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ ບ້ານນາກະສັງ ບ້ານດອນເດດ ແລະ ບ້ານ ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ເປີດນຳໃຊ້ເປັນທາງການພາຍຫຼັງທີ່ໃຊ້ເວລາໃນການກໍ່ສ້າງກວ່າ 2 ປີ ດ້ວຍມູນຄ່າການກໍ່ສ້າງເກືອຍ 4 ລ້ານໂດລາສະຫະລັດ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຫຼື ADB.

ໂຄງການໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເຊິ່ງໄດ້ເຊັນສັນຍາກໍ່ສ້າງໃນວັນທີ 30 ທັນວາ 2019 ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ບໍລິສັດພູໂຂງ ກໍ່ສ້າງຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ມູນຄ່າການກໍ່ສ້າງລວມທັງໝົດ 3.964.308,36 ໂດລາສະຫະລັດ ມີໄລຍະການກໍ່ສ້າງແມ່ນແຕ່ວັນທີ 26 ພຶດສະພາ 2020 ຫາ 30 ມິຖຸນາ 2023 ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດແລ້ວ 100%.

ໂຄງການກໍ່ສ້າງດັ່ງກ່າວປະກອບດ້ວຍບັນດາໜ້າວຽກຫຼັກ ດັ່ງນີ້:
ບ້ານນາກະສັງ:
- ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກຍາວ 2,9 ກິໂລແມັດ ໜ້າທາງກ້ວາງ 6 ແມັດ ປະກອບດ້ວຍທໍ່ລອດທາງຮ່ອງລະບາຍນໍ້າສອງຝາກທາງ ຫຼັກເຕືອນໄພກັນຕົກ ຫຼັກກິໂລແມັດ ປູກຫຍ້າບ່າທາງ ແລະ ອື່ນໆ.
- ປູທາງຮ່ອມດ້ວຍເບຕົງ ເຂົ້າຫາບ່ອນຈອດລົດນາກະສັງ ຍາວ 60 ແມັດ.
- ປັບປຸງທ່າເຮືອໂດຍສານ ແລະ ນັກທ່ອງທ່ຽວຊຶ່ງປະກອບມີ: ຂັ້ນໄດຂຶ້ນ-ລົງ ຫາບ່ອນຈອດເຮືອ ປູເບຕົງເສີມເຫຼັກທາງ ຍ່າງຕາມແຄມແມ່ນໍ້າຂອງ ຍາວ 123 ແມັດ ກວ້າງ 3,4 ແມັດ ເທເບຕົງເສີມເຫຼັກກັນເຈື່ອນຍາວ 98 ແມັດ ຕິດຕັ້ງ ຮາວກັນຕົກຕາມແຄມຂອງຍາວ 100 ແມັດ ປັບປຸງຂົວເກົ່າຂາງເຫຼັກທີ່ເຄີຍປູດ້ວຍໄມ້ ມາເປັນຂົວເບຕົງເສີມເຫຼັກ 1 ແຫ່ງ ຍາວ 9 ແມັດ ກ້ວາງ 3,4 ແມັດ ປະກອບໄຟເຍືອງທາງແສງຕາເວັນ ປັບປຸງຫ້ອງຂາຍປີ້ເຮືອ ປັບປຸງບ່ອນລໍຖ້າລົງ ເຮືອ ແລະ ລານຈອດລົດ.
- ວາງທໍ່ລະບາຍນໍ້າຕໍ່ຈາກປາກທໍ່ເດີມລົງໄປນໍ້າຂອງ ອີກ 40 ແມັດ ຂະໜາດຟີ 100 ຊັງຕີແມັດ.
ບ້ານດອນເດດ

- ສໍາເລັດການກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ 3 ເສັ້ນ ລວມຄວາມຍາວ 5,91 ກິໂລແມັດ ປະກອບມີ:
- ເສັ້ນທາງ IRL – 01 ຈາກຫົວດອນເດດ ຫາບ່ອນຄ່ຽນຖ່າຍສິນຄ້າ ທ່າກໍາປັ່ນເກົ່າ ຍາວ 1.346 ແມັດ ກ້ວາງ 3 ແມັດ.
- ເສັ້ນທາງ IRL – 02 ຈາກບ່ອນຄ່ຽນຖ່າຍສິນຄ້າທ່າກໍາປັ່ນເກົ່າ ຜ່ານທົ່ງນາ ຫາ ຂົວຂ້າມນໍ້າຂອງ ດອນເດດ-ດອນຄອນ ຍາວ 2.072 ແມັດ ກວ້າງ 3,50 ແມັດ;
- ເສັ້ນທາງ IRL – 03 ຈາກບ່ອນຄ່ຽນຖ່າຍສິນຄ້າທ່າກໍາປັ່ນເກົ່າລຽບຕາມແຄມແມ່ນໍ້າຂອງ ຝັ່ງຕາເວັນອອກຂອງດອນເດດ ຫາ ຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຍາວ 2.489 ແມັດ ກວ້າງ 3 ແມັດ
ປັບປຸງລານຈອດລົດ 2 ແຫ່ງ (ຢູ່ຫົວດອນເດດ ແລະ ທ່າກໍາປັ່ນເກົ່າ) ພ້ອມທັງສ້າງຈຸດຊົມວິວ.
ບ້ານດອນຄອນ
- ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ ຈໍານວນ 5 ເສັ້ນທາງ ລວມຄວາມຍາວ 12,3 ກິໂລແມັດ ປະກອບມີ:
- ເສັ້ນທາງ IRL – 04 ຈາກຂົວຂ້າມນໍ້າຂອງ ດອນເດດ-ດອນຄອນ ຫາ ຫາງຄອນ ຄວາມຍາວ 4.620 ແມັດ ກວ້າງ 3,50 ແມັດ.
- ເສັ້ນທາງ IRL – 05 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນຜ່ານຫົວດອນຄອນ ລຽບຕາມແຄມແມ່ນໍ້າຂອງ ຝັ່ງຕາເວັນອອກຂອງດອນຄອນຫາ 3 ແຍກຫາງຄອນ ຄວາມຍາວ 5.648 ແມັດ ກວ້າງ 2,50 – 3,50 ແມັດ.
- ເສັ້ນທາງ IRL – 06 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຫາ 3 ແຍກທາງເຂົ້ານໍ້າຕົກຕາດຫຼີ່ຜີ ຄວາມຍາວ 1.335 ແມັດ ກວ້າງ 3,50 ແມັດ.
- ເສັ້ນທາງ IRL – 07 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຫາ 3 ແຍກວາງສະແດງຫົວລົດໄຟເກົ່າ ຄວາມຍາວ 104,3 ແມັດ ກວ້າງ 3,50 ແມັດ.
- ເສັ້ນທາງ IRL – 08 ຈາກນໍ້າຕົກຕາດຫຼີ່ຜີ ຫາ ເສັ້ນທາງ IRL – 06 ຄວາມຍາວ 594 ແມັດ ກວ້າງ 3,50 ແມັດ.
- ໄດ້ກໍ່ສ້າງຂົວເບເລ່ 3 ແຫ່ງ ຕາມເສັ້ນທາງ IRL – 05 ຄວາມກວ້າງ 3,96 ແມັດ ແຫ່ງທີ 1 ຍາວ 21 ແມັດ ແຫ່ງທີ 2 ຍາວ 24 ແມັດ ແລະ ແຫ່ງທີ 3 ຍາວ 27 ແມັດ.
- ປັບປຸງບ່ອນວາງສະແດງຫົວລົດໄຟເກົ່າ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ໄດ້ມາທ່ຽວຊົມ ແລະ ຮຽນຮູ້ ປະຫວັດຄວາມເປັນມາ.




- ປັບປຸງລານຈອດລົດ ຢູ່ບ້ານຫາງຄອນ ເພື່ອຊົມທິວທັດທໍາມະຊາດຕາມລໍາແມ່ນໍ້າຂອງ ເຂດຊາຍແດນ ລາວ-ກໍາປູເຈຍ.
ພາຍຫຼັງໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆສຳເລັດແລ້ວ ຈະເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງຈໍາປາສັກ ເພື່ອເຊື່ອມໂຍງກັບປະເທດໃກ້ຄຽງ.
ນອກຈາກນີ້ ກໍຍັງເປັນການຊ່ວຍ ຊຸກຍູ້-ສົ່ງເສີມການຜະລິດ ການຂົນສົ່ງສິນຄ້າ ກໍຄື ຜົນຜະລິດຂອງປະຊາຊົນ ແລະ ການໄປ ມາຫາສູ່ກັນຂອງປະຊາຊົນໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຍິ່ງຂຶ້ນ ອັນເປັນການປະກອບ ສ່ວນພັດທະ ນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ຂອງຊາດ ນອກຈາກນັ້ນ ຍັງເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດປີ ທ່ອງທ່ຽວລາວ ປີ 2024 ທີ່ຈະມາເຖິງນີ້.
ເຂົ້າຮ່ວມໃນພິທີມອບ-ຮັບ ແລະ ເປີດນຳໃຊ້ເປັນທາງການໂຄງການດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີຕາງໜ້າຈາກທະນາຄານພັດທະນາອາຊີ ແລະ ແຂກຖືກເຊີນ.