ໃນວັນທີ 7 ກໍລະກົດ 2023 ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດລາວ ປະຈໍາ ເຢຍລະມັນ ໄດ້ຕ້ອນ ຮັບ ການມາ ຢ້ຽມຢາມພົບປະ ຂອງທ່ານ Ludwig Neuber ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ ແລະ ທ່ານ ນາງ Elisabeth Winkelmeier-Becker ສະມາຊິກລັດຖະສະພາເຢຍລະມັນ ປະທານກໍາມາທິການກົດໝາຍ ທີ່ ສະຖານ ທູດລາວ ທີ່ ແບກແລງ ແລະ ໃນວັນທີ 11 ກໍລະກົດ 2023 ເອກອັກຄະລັດຖະທູດລາວ ໄດ້ໄປພົບປະ ທ່ານ ນາງ Gisela HAMMERSCHMIDT ຫົວໜ້າກົມອາຊີ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ) ທີ່ ແບກແລງ ເຊິ່ງ ເປັນກະຊວງ ທີ່ຮັບຜິດຊອບບັນດາໂຄງການຊ່ວຍເຫຼືອຕ່າງປະເທດຂອງເຢຍລະມັນ.

ໃນໂອກາດນີ້ ທັງສອງຝ່າຍ ໄດ້ທົບທວນການພົວພັນຮ່ວມມື ແລະ ການຊ່ວຍເຫລືອຕະຫຼອດໄລຍະຜ່ານມາ ພ້ອມທັງ ຕີລາ ຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ນັບຕັ້ງ ແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1958 ການຮ່ວມມື ລາວ-ເຢຍລະມັນ ໃນປີ 1964 ແລະ ສ້າງ ຕັ້ງສອງສະ ມາຄົມມິດຕະພາບ ໃນປີ 2007 ພິເສດໃນປີ 2023 ນີ້ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ແລະ ປີໜ້າກໍ່ຈະຄົບຮອບ 60 ປີ ການຮ່ວມມື ລາວ-ເຢຍລະມັນ ຝ່າຍລາວ ໄດ້ຕີລາຄາສູງຕໍ່ການ ຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະ ບານ ແລະ ປະຊາຊົນ ເຢຍລະມັນ ໃຫ້ແກ່ ສປປ ລາວ.
ພ້ອມກັນນັ້ນ ກໍໄດ້ຕາງໜ້າໃຫ້ ລັດຖະບານ ສະແດງຄວາມຂອບໃຈ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອທີ່ມີໝາກຜົນ ຕະ ຫຼອດໄລຍະຜ່ານມາ ທັງໃນ ຂອບສອງຝ່າຍ ຫຼາຍຝ່າຍ ລວມທັງຜ່ານຂອບການຮ່ວມມື ສອງສະມາຄົມມິດຕະພາບ ເຊິ່ງປັດຈຸ ບັນ ມີມູນຄ່າຫຼາຍກວ່າ 571 ລ້ານເອີໂຣ ເຢຍລະມັນ ເປັນຄູ່ຮວມພັດທະນາທີ່ສຳຄັນ ເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ສປ ປ ລາວ ຫຼາຍກວ່າໝູ່ ໃນການຊ່ວຍເຫຼືອສອງຝ່າຍ ໃນບັນດາປະເທດເອີຣົບ ລວມມີຂະແໜງການພັດທະນາຊົນນະບົດ ກໍ່ ສ້າງໂຄງລ່າງພື້ນຖານ ອະນຸລັກສິ່ງແວດລ້ອມ ພັດທະນາເສດຖະກິດແບບຍືນຍົງ ສົ່ງເສີມພາກທຸລະກິດ-ເອກະຊົນ ແລະ ອັນ ພົ້ນເດັ່ນກວ່າໝູ່ ແມ່ນຂະແໜງອາຊີວະສຶກສາ (ໂຮງຮຽນເຕັກນິກ ລາວ-ເຢຍລະມັນ) ໄດ້ສ້າງທັກ ສະວິຊາຊີບ ແລະ ວຽກເຮັດ ງານທໍາໃຫ້ຄົນລາວລຸ້ນໝຸ່ມ ນັບມື້ນັບຫລາຍຂຶ້ນ ແລະ ທັງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ກໍຄື ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ໃນໂອກາດພົບປະດັ່ງກ່າວ ສອງຝ່າຍ ຍືນຍັນ ສືບຕໍ່ປະສານງານກັນຢ່າງໃກ້ສິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບດີຂື້ນ ແລະ ມີປະສິດທິ ພາບ ແລະ ປະສິດທິຜົນກວ່າເກົ່າ.

ນອກຈາກນັ້ນ ຍັງໄດ້ທົບທວນ ແລະ ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງ ປະເທດ ໂດຍ ສະເພາະການຢ້ຽມຢາມທາງການ ທີ່ ປະເທດເຢຍລະມັນ ຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນປີ 2019 ການເດີນທາງຢ້ຽມຢາມລາວ ຂອງທ່ານ Jochen Flasbarth ຮອງ ລັດຖະມົນ ຕີກະຊວງ BMZ ໃນປີ 2022 ແລະ ການຢ້ຽມຢາມ ພ້ອມທັງຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງ ສະມາຄົມ ມິດຕະພາບ ແລະ ເຊັນ MOU ວ່າດ້ວຍການຮ່ວມມື ໂດຍ ທ່ານ ປອ. ຄຳລຽນ ພົນເສນາ ປະທານສະມາຄົມ ມິດຕະ ພາບ ລາວ-ເຢຍລະມັນ ໃນເດືອນພຶດ ສະພາ 2023 ທີ່ຜ່ານມາ.
ຝ່າຍເຢຍລະມັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການສ້າງສາພັດທະນາ ຂອງ ສປປ ລາວ ຕະຫຼອດ ໄລຍະ ຜ່ານມາ ແລະ ມີຄວາມຍິນດີ ທີ່ເຫັນວ່າ ບັນດາໂຄງການຊ່ວຍເຫຼືອຂອງເຢຍລະມັນ ທີ່ດໍາເນີນຢູ່ ສປປ ລາວ ແມ່ນມີປະ ສິດທິພາບ ແລະ ປະສິດທິຜົນ ນອກນັ້ນ ສອງຝ່າຍ ຍືນຍັນສືບຕໍ່ປະສານງານກັນ ເພື່ອຊຸກຍູ້ສົ່ງເສີ່ມການ ພົວພັນຮ່ວມມືໃນວຽກງານອາຊີວະສຶກສາ ເປັນຕົ້ນ ດ້ານສີມືແຮງງານການແພດຂັ້ນຕົ້ນ ເຊິ່ງເຢຍລະມັນ ມີຄວາມຕ້ອງ ການສູງ ແລະ ລວມທັງຊຸກຍູ້ ຂະແໜງການຄ້າ-ການລົງທຶນ ການທ່ອງທ່ຽວ ແລະ ການແລກປ່ຽນເຜີຍແຜ່ວັດທະນາທໍາ ໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງໆຂື້ນ.