6 ເດືອນຕົ້ນປີ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 68,38 ຕື້ກີບ

ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2023 ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ຈັດ​ເກັບ​ລາຍ​ຮັບ​ໄດ​້ 68,38 ຕື້ກີບ ເທົ່າກັບ 42,11% ຂອງແຜນການປີ ​ຂະ​ນະ​ທີ່​ຕ້ອງ​ໄດ້​ສືບ​ຕໍ່​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽດ​ງານ​ຕ່າງ​ໆ ເພື່ອ​ຮັບ​ປະ​ກັນ​ເຮັດ​ໃຫ້​ການ​ຈັດ​ເກັບ​ລາຍ​ຮັບ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ​ໃຫ້​ບັນ​ລຸ​ຕາມ​ແຜນ​ການ.

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດກ່ຽວກັບການຈັດເກັບລາຍ ຮັບໃນ 6 ເດືອນຕົ້ນປີ 2023 ເມື່ອບໍ່ດົນມານີ້ວ່າ: ປີ 2023 ດ່ານພາສີສາກົນນາເພົ້າໄດ້ຮັບໂຕເລກມອບໝາຍໃນການຈັດເກັບ ລາຍຮັບທັງໝົດ 162,40 ຕື້ກີບ ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 68,38 ຕື້ກີບ ເທົ່າກັບ 42,11% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 38,51 ຕື້ກີບ) ສິນຄ້າສ່ວນຫຼາຍແມ່ນ ໄດ້ມາຈາກ ການນໍາເຂົ້ານໍ້າມັນເຊື້ອໄຟ ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າທຳນຽມຕ່າງໆ.

ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ບໍ່ບັນລຸຕາມແຜນທີ່ວາງໄວ້ ບໍ່ໄດ້ເຖິງ 50% ຂອງແຜນການປີ ຍ້ອນພື້ນຖານໂຄງລ່າງຂອງດ່ານຍັງບໍ່ທັນສະດວກ ໂດຍສະເພາະສາງກວດກາສິນຄ້າຍັງເປັນສາງ ກາງແປນ (ຍັງບໍ່ມີສາງໃນ ຮົ່ມ) ເຊິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດກາ ແລະ ເກັບມ້ຽນສິນຄ້າ ລະບົບໄຟຟ້າຢູ່ດ່ານຍັງບໍ່ທັນສົມບູນ ພາໃຫ້ ລະບົບສັນຍານຕິດຄັດ ເຮັດໃຫ້ການບໍລິການມີຄວາມຊັກຊ້າ ແລະ ລະບົບເສັ້ນທາງຄົມມະນາຄົມຍັງບໍ່ທັນສະດວກເປ່ເພ ໂດຍສະເພາະໄລຍະທາງຈາກດ່ານລົງມາຫາສາງສິນຄ້າ.

ທ່ານກ່າວອີກວ່າ: ເພື່ອສູ້ຊົນເຮັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນ 6 ເດືອນທ້າຍປີ 2023 ດ່ານພາສີສາກົນນາເພົ້າຈະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ເອົາໃຈໃສ່ກວດກາເອກະສານເປັນຕົ້ນ: ຫົວໜ່ວຍ ຈຳນວນ ນໍ້າໜັກ ລາຄາ ລະຫັດ ແຫຼ່ງກຳເນີດສິນຄ້າ ແລະ ສິນ ຄ້ານຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມຮັດກຸມ ຖືກຕ້ອງຕາມລະບຽບກົດໝາຍ ຄຸ້ມຄອງສິນຄ້າຜ່ານດ່ານ ສາກົນ ໃຫ້ໄປຕາມລະບົບ ແລະ ມາດຕະຖານການຂົນສົ່ງສາກົນ ເພື່ອຫຼີກລ່ຽງຊ່ອງວ່າງສວຍໂອກາດ ແລະ ບໍ່ໃຫ້ມາຈຳໜ່າຍ ຢູ່ພາຍໃນປະເທດ ປັບປຸງຂອດບໍລິການໃຫ້ສະດວກ ວ່ອງໄວ ຕັດຮອນຂັ້ນຕອນທີ່ບໍ່ຈຳ ເປັນ ປະສານສົມທົບຢ່າງກົມກຽວ ກັບອຳນາດການປົກຄອງຂັ້ນທ້ອງຖິ່ນ ແລະ ບັນດາຂະແໜງການພາຍ ໃນດ່ານໃຫ້ມີຄວາມກົມກຽວກັນ ສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ປະກອບການ ແລະ ບັນດາບໍລິສັດໃຫ້ມາເຄື່ອນ ໄຫວຜ່ານດ່ານພາສີສາກົນນາເພົ້າຫຼາຍຂຶ້ນ ເພີ່ມທະວີວຽກງານກວດ ກາສິນຄ້າໃຫ້ມີຄວາມເຂັ້ມແຂງຂຶ້ນ ເພື່ອຕ້ານການຮົ່ວໄຫຼລາຍຮັບທາງດ້ານງົບປະມານ.

error: Content is protected !!