ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາ ຮ່າງກົດໝາຍ 10 ສະ​ບັບ

ກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງ ກົດໝາຍ ຈໍານວນ 10 ສະບັບ ຍັງຈະໄດ້ສືບຕໍ່ ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຄະນະຮັບ ຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ຮຽບຮຽງໃຫ້ສໍາເລັດສົມບູນ ກ່ອນ​ນຳ​ສະ​ເໜີ​ປະ​ທານ​ປະ​ເທດ ເພື່ອ​ອອກ​ລັດ​ຖະດຳ​ລັດ​ນຳ​ໃຊ້​ຢ່າ​ງເປັນ​ທາງ​ການ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ໄດ້ ຖະແຫຼ່ງຂ່າວກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 17 ກໍລະກົດນີ້ ວ່າ: ເລີ່ມແຕ່ວັນທີ 6-14 ກໍລະກົດ 2023 ນີ້ ກອງປະຊຸມໄດ້ສຸມໃສ່ ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງກົດໝາຍ ຈໍານວນ 10 ສະບັບ ຢ່າງລະອຽດຖີ່ຖ້ວນ ຫຼັງຈາກນັ້ນ ຄະນະ ຮັບຜິດ ຊອບແຕ່ລະຮ່າງກົດໝາຍ ໄດ້ປັບປຸງຮ່າງກົດໝາຍ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລ້ວ ໃນວັນທີ 17 ກໍລະກົດ 2023 ນີ້ ບັນດາທ່ານ ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍ ການເຫັນດີເປັນສຽງສ່ວນຫຼາຍ ເຊິ່ງໃນນີ້ ມີກົດໝາຍສ້າງໃໝ່ 4 ສະບັບ ແລະ ປັບປຸງ 6 ສະບັບ.

ສໍ​າລັບກົດໝາຍສ້າງໃໝ່ປະ​ກອບ​ມີ: ກົດໝາຍວ່າດ້ວຍອາກອນທີ່ດິນ ເຊິ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ ກົດໝາຍວ່າ ດ້ວຍເຍົາວະຊົນລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍການຈັດຫາງານ ກະ ຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ສະເໜີ ແລະ ກົດໝາຍວ່າດ້ວຍສາທາລະນະສຸກ ເຊິ່ງແມ່ນກະຊວງສາທາລະ ນະສຸກ ເປັນຜູ້ສະເໜີ ​ທັງ​ໝົດ​ນັ້ນ ໄດ້​ຮັບ​ສຽງ​ເຫັນ​ດີ​ເປັນ​ສຽງ​ສ່ວນຫຼາຍ.

ສ່ວນກົດໝາຍສະບັບປັບປຸງປະ​ກອບ​ມີ: ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະເໜີໂດຍທະນະຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສານທະຫານ ແມ່ນກະຊວງປ້ອງກັນປະເທດ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສັດປ່າ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສະ​ເໜີ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ກະຊວງຍຸຕິທໍາ ເປັນຜູ້ສະເໜີ ແລະ ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ ແມ່ນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ​ເປັນຜູ້ສະເໜີ.

ທ່ານ ຮອງປະທານສະພາແຫ່ງຊາດ ຍັງກ່າວວ່າ: ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບນີ້ ແມ່ນ ຜົນສໍາເລັດທີ່ສໍາຄັນໃນການ ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ທັງເປັນການປະກອບ ສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ ຂອງລັດ ລວມໝູ່ ບຸກຄົນ ນິຕິບຸກ ຄົນ ແລະ ປະຊາຊົນລາວບັນດາເຜົ່າ ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນ ສັງຄົມ ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.

ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ ສົມທົບກັບບັນດາກໍາມາ ທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ຮຽບຮຽງ ໃຫ້ສໍາເລັດສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະ ດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.

ຮຽບ​ຮຽງ​ຈາກ ນ​ສ​ພ ປະ​ຊາ​ຊົນ

error: Content is protected !!