ສຳມະນາການຮ່ວມມືດ້ານອາຊີວະສຶກສາ ລາວ-ຈີນ 2023

ອາທິດຜ່ານມາ ສະມາຄົມແລກປ່ຽນການສຶກສາສາກົນຈີນ ຮ່ວມກັບສະຖາບັນພັດທະນາອາຊີອະຊີວະສຶກສາ (ສພອ) ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ວິທະຍາໄລພົນລະເຮືອນຊາງຊາ ຈັດສໍາມະນາການຮ່ວມມືດ້ານອາຊີວະສຶກສາລາວ-ຈີນ 2023 ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ບຸນເສັງ ຄໍາມູນຕີ ຜູ້ອໍານວຍການສະຖາບັນພັດທະນາອາຊີວະສຶກສາ ທ່ານ ທອງສາ ອິນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ AN YAN ຮອງເລຂາທິການສະມາຄົມແລກປ່ຽນການສຶກສາສາກົນຈີນ.

ໃນການສຳມະນາຄະນະປະທານໄດ້ກ່າວຄໍາປາໄສປະກາດໜັງສືເຊີນໃຫ້ເຂົ້າຮ່ວມເຄື່ອຂ່າຍ ການຮ່ວມມືໃນການພັດທະນາອາຊີວະສຶກສາລາວ-ຈີນ ນອກນັ້ນທ່ານ ວຽງສະຫວັນ ພັດທະວົງ ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ ທ່ານ ໂຍທິນ ເວດສະພົງ  ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ທ່ານນາງ LIU YA QIN ຮອງຜູ້ອໍານວຍການວິທະຍາໄລພົນລະເຮືອນຊາງຊາ ທ່ານ QIN HAI BO ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບທາງລົດໄຟຫຼິວໂຈ່ວ ໄດ້ແບ່ງປັນບົດຮຽນໃນການຮ່ວມມືດ້ານອະຂີວະສຶກສາລະຫວ່າງລາວ-ຈີນ ພາຍໃຕ້ການເປັນສັກຂີພິຍານຂອງພາກສ່ວນຕ່າງໆເຊັ່ນ: ກົມການຮ່ວມມືກັບຕ່າງປະເທດ ກົມການສຶກສາຊັ້ນສູງ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ລວມທັງບັນດາຜູ້ອໍານວຍການຂອງວິທະຍາໄລ 11 ແຫ່ງໃນລາວ ແລະ ວິທະຍາໄລ 17 ແຫ່ງໃນຈີນ.

ການສໍາມະນາຄັ້ງນີ້ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ວິທະຍາໄລພົນລະເຮືອນຊາງຊາ ໄດ້ເຊັນສັນຍາຮ່ວມມືເພື່ອຮ່ວມກັນກໍ່ສ້າງເຄືອຂ່າຍໃນການພັດທະນາອາຊີວະສຶກສາ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກວິຊາຊີບເວີ່ນໂຈ່ວ ໄດ້ເຊັນແຜນການປະຕິບັດກ່ຽວກັບການຮ່ວມມືລະຫວ່າງສອງວິທະຍາ ໄລ ນອກນີ້ຍັງໄດ້ສະຫຼຸບບົດຮຽນການຮ່ວມມືອາຊີວະສຶກສາລະຫວ່າງລາວ-ຈີນ ພ້ອມທັງໄດ້ຕັ້ງໜ້າຄົ້ນຫາຮູບແບບໃໝ່ຂອງການຮ່ວມມືພາຍຫຼັງສະຖານະການໃໝ່ຂອງການແຜ່ລະບາດພະຍາດ ຜ່ານກົນໄກການຮ່ວມມືແບບໝັ້ນຄົງ ປະກອບສ່ວນດ້ານພູມປັນຍາ ແລະ ກໍາລັງເຫື່ອແຮງດ້ານອາຊີວະສຶກສາ ເພື່ອກໍ່ສ້າງບຸກຄະລາກອນຮອງຮັບຄວາມຕ້ອງການໃນການກໍ່ສ້າງຄູຮ່ວມຊະຕາກໍາລາວ-ຈີນ.

error: Content is protected !!