ສະຫະພັນກີລາໝາກແລ້ແຫ່ງຊາດຈັດກອງປະຊຸມຄະນະບໍລິຫານ ຄັ້ງທີ III

     ກອງປະຊຸມ ຄະນະບໍລິຫານງານສະຫະພັນກີລາໝາກແລ້ແຫງຊາດ ຄັ້ງທີ III ຈັດຂຶ້ນວັນທີ 14 ມິຖຸນາ 2023 ທີ່ສະໂມສອນຂອງຄະນະກຳມະການໂອລິປິກແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ຄຳພອນ ພົມມະວັນ ປະທານສະຫະພັນກີລາໝາກແລ້ແຫ່ງຊາດລາວ ມີທ່ານ ອຳພາວັນ ມະນີວັນ ຮອງໜ້າກົມກີລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະຮອງປະທານ ພະແນກແນກການກ່ຽວຂ້ອງ ຕະຫຼອດເຖິງພະນັກງານ ນັກກີລາ ບໍລິສັດ ນັກທຸລະກີດ ເຂົ້າຮ່ວມ.

      ທ່ານ ນາງ ຄໍາຕາ ສີອໍາພອນ ຮອງປະທານສະຫະພັນໝາກແລ້ແຫ່ງຊາດ ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງສະຫະພັນກີລາໝາກແລ້ແຫ່ງຊາດວ່າ: ໃນໄລຍະຜ່ານມາ ໄດ້ເຕົ້າໂຮມຄະນະບໍລິຫານງານ ຄູເຝິກ ແລະ ນັກກີລາ ພ້ອມກັນມາເຝິກແອບ ເຝິກຊ້ອມທຸກວັນອາທິດ ໄລຍະ  3 ເດືອນ ໃຫ້ຈັດການ ແຂ່ງຂັນກີລາໝາກແລ້ຢູ່ພາຍໃນ 1 ຄັ້ງ ເພື່ອສ້າງຂະບວນການ ຈາກຜົນສຳເລັດການແຂ່ງຂັນກີລາໝາກແລ້ລະດັບຊາດ ໂດຍອີງໃສ່ເນື້ອໃນຂອງຄູ່ມື ລະບຽບ-ກະຕິກາ ກີລາໝາກແລ້ ແລະ ເອົາເນື້ອໃນຂອງຄູ່ມື ມາເປັນພື້ນຖານ ແລະ ຍັງໄດ້ຟື້ນຟູກີລາມາກແລ້ພື້ນເມືອງລາວ (ພາກເໜືອ ພາກກາງ ແລະ ພາກໃຕ້) ມາປັບປຸງແກ້ໄຂ ໄດ້ນຳເຕັກນິກ ກົດກະຕິກາການຫຼິ້ນ ພັດທະນາດ້ານລະບຽບ, ກົດກະຕິກາການຫຼິ້ນ ການແຂ່ງຂັນກີລາໝາກແລ້ ໃນທຸກແບບ ແລະ ເປັນເອກະພາບກັນໃນທົ່ວປະເທດ. ການສ້າງຄູ່ມື ລະບຽບ ແລະ ກົດກະຕິກາ ການແຂ່ງຂັນ.

    ນອກຈາກນັ້ນ ສະຫະພັນກີລາກາຍແລ້ແຫ່ງຊາດຍັງໄດ້ເປີດການເຝິກອົບຮົມເພື່ອສ້າງ ແລະ ປັບປຸງຄະນະກໍາມະການຕັດສິນ ການແຂ່ງຂັນຂັ້ນສູນກາງ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 15-16/02/2020 ແລະ ຄັ້ງທີ 2 ໃນວັນທີ 26/11/2022 ຢູ່ທີ່ສະໂມສອນຂອງຄະນະກຳມະການໂອແລັມປິກແຫ່ງຊາດທີ່ວຽງຈັນ

ສົ່ງບັນດາຄູເຝິກໄປຊ່ວຍບັນດາແຂວງຕ່າງໆເຊັນ: ເດືອນ 6/2017 ໄດ້ສົ່ງຄູເຝິກ 3 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງຜົ້ງສາລີ ເດືອນ 7/2017 ໄດ້ສົ່ງຄູເຝິກ 2 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງເຊກອງ ເດືອນ 3/2018 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງຊຽງຂວາງ ເດືອນ 8/2018 ໄດ້ສົ່ງຄູເຝິກ 2 ຄົນ ໄປຊ່ວຍຄະນະນຳຮູ້ເຝິກກີລາໝາກແລ້ຢູ່ ແຂວງຫຼວງພະບາງ ເດືອນ 8/2019 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳ ຝຶກກີລາໝາກແລ້ຢູ່ ແຂວງຊຽງຂວາງ ເປັນຄັ້ງທີ II ເດືອນ 9/2019 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ 4 ແຂວງພາກໃຕ້ຄື : ແຂວງສະຫວັນນະເຂດ ແຂວງຈຳປາສັກ ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ.

    ເພື່ອໃຫ້ຄະນະກຳມະການຮູ້ເຕັກນິກຈັດການແຂ່ງຂັນຢ່າງເລິກເຊິ່ງກ່ຽວກັບລະບຽບ ແລະ ກົດກະຕິກາ ເພື່ອໃຫ້ຄະນະກຳມະການທຸກຄົນຕ້ອງມີຄຸນສົມບັດ ຊື່ສັດ, ມີວິໄນ ມີຄວາມຮັບຜິດຊອບສູງຕໍ່ພາລະຫນ້າທີ່ຂອງຕົນ ສຳລັບຄູ່ຝຶກຜູ້ມີປະສົບການໄປຊ່ວຍຄະນະນຳ ຝຶກເຝິກສອນຢູ່ຕ່າງແຂວງ ເພື່ອປັບປຸງ ປຸກລະດົມຊຸກຍູ້ ແລະ ໃຫ້ນັກກີລາໝາກແລ້ ໃຫ້ເອົາໃຈໃສ່ໃນການຝຶກແອບ ຝຶກຊ້ອມຢ່າງເຕັມທີ່ຕໍ່ເນື່ອງ ເພື່ອເລັ່ງໃສ່ພັດທະນານັກກີລາໃຫ້ມີຄວາມຊຳນິຊຳນານ ມີທັກສະມີຄວາມສາມາດໄປແຂ່ງຂັນກີລາ ໝາກແລ້ ຮ່ວມງານມະຫາກຳ ກີລາແຫ່ງຊາດໃນອານາຄົດ.

    ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ມອບໃບຍ້ອງຍໍໃຫ້ບັນດາບໍລິສັດ ລັດວິສາຫະກີດ ແລະ ນັກທຸລະກີດ ທີ່ໃຫ້ການສະໜັບສະໜູນ ແລະ ອຸປະຖຳ ໂອກາດດຽວກັນ ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 11 ທ່ານ ໃນນີ້ກອງປະຊຸມເຫັນດີເປັນເອກະພາບເລືອກເອົາທ່ານນາງ ບົວຄຳ ທິບພະວົງ ເປັນປະທານ ທ່ານນາງ ພິມວັນ ຄຳສິງທອງ ທ່ານ ອຳພອນ ດີຢ່າງຫວາຍ ເປັນຮອງ ແລະ ອີກ 8 ທ່ານເປັນຄະນະ.

error: Content is protected !!