ໃນວັນທີ 16 ກໍລະກົດ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ ປະເທດໄທ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າ ຮ່ວມກອງປະຊຸມຢ່າງພ້ອມພຽງ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ຮ່ວມກັນທົບທວນຄືນການ ຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫຼງ ການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງຜ່ານມາ ແລະ ແຜນປະຕິ ບັດງານແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄລຍະປີ 2019-2022 ເຊິ່ງໃນນັ້ນ ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະ ຕິບັດໃຫ້ເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວພວກເຮົາກໍໄດ້ມີໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ທີ່ຕິດພັນກັບການແກ້ໄຂຄວາມ ທຸກຍາກທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ລາວ ຈຳນວນຫຼາຍກວ່າ 11 ໂຄງການ ມູນຄ່າ 500.000 ກວ່າໂດລາສະຫະລັດ.

ພ້ອມດຽວກັນນັ້ນ ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະ ພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ພັດທະນານະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝເຂົ້າໃນທຸກຂົງ ເຂດ ສົ່ງເສີມບັນດາຈຸນລະວິສາຫະກິດ ວິສາຫະກິດຂະນ້ອຍ ແລະ ກາງ (MSMEs) ແລະ ວິສາຫະກິດຂະນ້ອຍ ແລະ ກາງ (SMEs) ຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໂດຍ ສະເພາະການຈັດຕັ້ງຜັນຂະຫຍາຍບັນດາຂົງເຂດບູລິມະສິດຂອງຂອບການຮ່ວມມື ຄື: ການທ່ອງທ່ຽວ ວັດທະນະທຳ ສຶກສາ ສາທາລະນະສຸກ ຄົມມະນາຄົມ-ຂົນສົ່ງ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT) ຈຸນລະວິສາຫະກິດ ວິສາຫະກິດ ຂະໜາດ ນ້ອຍ ແລະ ຂະໜາດກາງ ກະສິກຳ.

ກອງປະຊຸມ ຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ແລະ ເອກະສານຊ້ອນທ້າຍ ຈໍານວນ 2 ສະບັບ: ເອກະສານແນວຄວາມຄິດຕໍ່ປະເທດຮັບຜິດຊອບກົນໄກການຮ່ວມມື ແລະ ເອກະສານແນວຄວາມຄິດການຮ່ວມມືສະພາທຸລະກິດແມ່ນໍ້າຂອງ-ແມ່ນໍາ້ຄົງຄາ ໃນໂອກາດດຽວກັນນີ້ ສປປ ລາວ ກໍໄດ້ ມອບ-ຮັບ ການເປັນປະເທດປະທານຮ່ວມ ໃຫ້ແກ່ ສສ ມຽນມາ ສືບຕໍ່ເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕໍ່ໄປ.

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໂດຍມີອິນເດຍເປັນຄູ່ຮ່ວມພັດທະນາ ກົນໄກການ ຮ່ວມມືລະດັບສູງສຸດແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດ ໂດຍຈະຖືກຈັດຂຶ້ນໃນໄລຍະດຽວກັນກັບກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ໃນທຸກໆປີ ເຊິ່ງກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງປະຖົມມະເລີກ ໄດ້ຖືກຈັດ ຂຶ້ນ ໃນວັນທີ 10 ພະຈິກ 2000 ທີ່ ນະຄອນຫຼວງວຽງຈັນ ຈຸດປະສົງຂອງການຮ່ວມມືແມ່ນເພື່ອເສີມສ້າງ ແລະ ເຊື່ອມໂຍງ ການຮ່ວມມືກັນໃນດ້ານ: ວຽກງານການທ່ອງທ່ຽວ ວັດທະນະທຳ ສຶກສາ ສາທາລະນະສຸກ ຄົມມະນາຄົມ-ຂົນສົ່ງ ຂໍ້ມູນຂ່າວ ສານ ແລະ ເຕັກໂນໂລຊີການສື່ສານ (ICT) ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກະສິກຳ ລວມ ທັງ ໂຄງການເຫັນຜົນໄວ (Quick Impact Project-QIP) ເຊິ່ງ ອິນເດຍ ສະໜັບສະໜູນທຶນຮອນຈຳນວນ 1 ລ້ານ ໂດລາສະ ຫະລັດ ໃຫ້ແກ່ປະເທດແມ່ນໍ້າຂອງທັງໝົດ.