ນັກຮຽນຊ່າງໄມ້-ເຄື່ອງເຮືອນ 16 ຄົນ ກຽມອອກຮັບໃຊ້ສັງຄົມ

    ພິທີປ້ອງກັນ ບົດຈົບວິຊາຊີບ ຊົ້ນກາງ ຂະແໜງ ຊ່າງໄມ້-ເຄື່ອງເຮືອນ ໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 7 ກໍລະກົດ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ໂຍທິນ ເວດສະພົງ ປະທານສະພາບໍລິຫານ ໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ທ່ານ ຈັນທະຈອນ ພັນທະວົງ ຕາງໜ້າສະຖາບັນ ພັດທະນາອາຊີວະສຶກສາ ພ້ອມດ້ວຍທ່ານຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ພະນັກງານຄູ-ອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ໃຫ້ສຳພາດວ່າ: ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 2019 ປັດຈຸບັນ ມີນັກຮຽນທັງໝົດ 135 ຄົນ ຍິງ 14 ຄົນ ໃນນັ້ນ ເພດ ຍິງ ແມ່ນສຳເລັດການຮຽນໄປແລ້ວ ຊຸດທີ 1 ສ່ວນປັດຈຸບັນຍັງເຫຼືອພຽງຊ່າງໄມ້-ເຄື່ອງເຮືອນ ຈຳນວນ 48 ຄົນ ເປັນຊາຍລ້ວນ.     ສຳລັບນັກຮຽນ ຊ່າງໄມ້-ເຄື່ອງເຮືອນ ຈຳນວນ 16 ຄົນ ທີ່ກຳລັງປ້ອງກັນບົດ ຈົບການຮຽນຂອງຕົນ ວັນນີ້ ໄດ້ເລີ່ມຈັດຕັ້ງການຮຽນ-ການສອນມາແຕ່ 2020 ເຊິ່ງໄດ້ຮຽນທັງພາກທິດສະດີ 1 ປີ ຢູ່ໂຮງຮຽນ ແລະ ລົງພາກປະຕິບັດຕົວຈິງ ຢູ່ໂຮງງານ ເຊິ່ງທາງໂຮງຮຽນພວກເຮົາມີເຄຶອຂ່າຍຢູ່ 5 ແຂວງ ພາກເໜືອ 2 ແຂວງ ຄື: ຫຼວງພະບາງ ແລະ ຜົ້ງສາລີ ພາກໃຕ້ ມີ 3 ແຂວງ ຄື: ແຂວງ ສະຫວັນນະເຂດ ເຊກອງ ແລະ ແຂວງ ສາລະວັນ ເຊິ່ງການລົງເຝິກງານ ນັກຮຽນຈະແບ່ງເປັນ 2 ຊຸດ ສະລັບກັນ ລະຫວ່າງໂຮງງານ ພາກເໜືອ ແລະ ພາກໃຕ້ ເຊິ່ງນັກຮຽນ ທັງໝົດແມ່ນໄດ້ເກັບກ່ຽວປະສົບປະການ ທາງດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຄົບຕາມຫຼັກສູດ 2 ປີ ແລະ ມື້ນີ້ ຈຶ່ງເປັນການເປີດພິທີປ້ອງກັນ ບົດຈົບວິຊາຊີບຊັ້ນນກາງ ຂະແໜງ ຊ່າງໄມ້-ເຄື່ອງເຮືອນ ເຊິ່ງນັກຮຽນຈະໄດ້ນຳເອົາບົດຮຽນປະສົບປະການທັງໝົດ ເພື່ອນຳມາປ້ອງກັນບົດຂອງຕົນ ເພື່ອຈົບການສຶກສາໃນຊຸດຮຽນນີ້.

error: Content is protected !!