ອົງການກາແດງແຫ່ງຊາດລາວໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງ ຈາກບໍລິສັດ ບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ

   ວັນທີ 16 ພຶດສະພາ 2023 ທີ່ອົງການກາແດງແຫ່ງຊາດລາວ ໄດ້ພິທີມອບ-ຮັບເຄື່ອງຟອກໝາກໄຂ່ຫຼັງ ຈຳນວນ 1 ເຄື່ອງ ຈາກບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ເພື່ອປະກອບໃສ່ເຂົ້າໃນການປິ່ນປົວພະຍາດໝາກໄຂ່ຫຼັງ ໃຫ້ກຽດກ່າວມອບໂດຍທ່ານ ບໍວອນສິນ ຕັນທຸວານິດ ປະທານບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສຈ ດຣ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ທີ່ປະກອບສ່ວນໃນການມອບເຄື່ອງຟອກໝາກໄຂ່ຫຼັງ ຈໍານວນ 1 ເຄື່ອງມູນຄ່າ 275 ລ້ານກີບ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ເຊິ່ງເຄື່ອງດັ່ງກ່າວ ຈະນຳຜົນປະໂຫຍດທີ່ສຸດຕໍ່ກັບປະຊາຊົນຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ເຊິ່ງທາງອົງການກາແດງແຫ່ງຊາດ ຈະໄດ້ນຳໄປມອບຕໍ່ໃຫ້ກັບ ໂຮງໝໍເປົ້າໝາຍ ເພື່ອນຳໃຊ້ເຄື່ອງດັ່ງກ່າວ ເປັນເຄື່ອງຟອກໝາກໄຂ່ຫຼັງໄປທາງດ້ານວຽກງານມະນຸດສະ ທຳ.

    ໂອກາດດຽວກັນ ທ່ານ ບໍວອນສິນ ຕັນທຸວານິດ ໄດ້ກ່າວສະແດງຄວາມຍະນດີທີ່ໄດ້ປະກອບສ່ວນໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງທ່ານໄດ້ກ່າວເນັ້ນວ່າ: ການດຳເນີນທຸລະກິດຢູ່ລາວ ບໍພຽງແຕ່ຫວັງຜົນກຳໄລ ພຽງຢ່າງດຽວ ສິ່ງສຳຄັນ ຕ້ອງມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ປະຕິບັດໜ້າທີ່ ງານມະນຸດສະທຳ ພ້ອມຢືນຢັນ ຍິນດີຈິງໃຈທີ່ຈະສືບຕໍ່ໃຫ້ການປະກອບສ່ວນທາງດ້ານວຽກງານມະນຸດສະທຳ ໃຫ້ແກ່ອົງການ ກາແດງແຫ່ງຊາດລາວ ໃນໂອກາດຕໍ່ໄປ.

error: Content is protected !!