ລັດຖະບານອົດສະຕຣາລີສືບຕໍ່ຊ່ວຍເຫຼືອການສຶກສາຂັ້ນພື້ນຖານ ໃນ ສປປ ລາວ

    ທ່ານ ນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ທັງເປັນສະມາຊິກວຸດທິສະພາຂອງລັດຖະສະພາອົດສະຕຣາລີ ພ້ອມດ້ວຍ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ລົງຢ້ຽມຢາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ໃນວັນທີ 16 ພຶດສະພາ 2023 ທີ່ໂຮງຮຽນປະຖົມນາໄຮ່ດຽວ ນະຄອນຫຼວງວຽງຈັນ (ນວ) ເຂົ້າຮ່ວມສັງເກດການສອນຫ້ອງຮຽນວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດ ລ້ອມ ເຊິ່ງໄດ້ນຳໃຊ້ສື່ການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ທີ່ພັດທະ ນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍມີຄະນະນຳຈາກກະຊວງ ສສກ ພະແນກສຶກສາທິການ ແລະ ກີລາ ນວ ຫົວໜ້າ ຫ້ອງການ ສຶກສາເມືອງຈັນທະບູລີ ພະນັກງານຄູ-ອາຈານ ແລະ ນັກຮຽນໃຫ້ການຕ້ອນຮັບ.

    ທ່ານ ນາງ ເພັນນີ ວອງ ແລະ ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ຢ້ຽມຊົມການວາງສະແດງ ທີ່ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ເຊິ່ງວາງສະແດງສື່ການຮຽນການສອນ ແລະ ອຸປະກອນການເຝິກອົບຮົມຄູ ທີ່ຖືກພັດທະນາຂຶ້ນດ້ວຍການສະໜັບສະໜູນຈາກແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ພ້ອມທັງໄດ້ຮັບຟັງການແນະນຳສື່ການຮຽນ-ການສອນທີ່ໃຊ້ໃນໂຄງການເຝິກເວົ້າພາສາລາວ ທີ່ຊ່ວຍການຮຽນຂອງນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ.

    ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ມີອຸດົມການອັນດຽວກັນໃນການຮັບປະກັນໃຫ້ເດັກທຸກຄົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ ນັບແຕ່ປີ 2015 ເປັນຕົ້ນມາ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນກະຊວງ ສສກ ໃນການປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ໃນຂອບເຂດທົ່ວປະເທດ ພ້ອມທັງສະໜັບສະໜູນການອອກແບບ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຄູ ແລະ ການພັດທະນາວິຊາຊີບຄູ.

    ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງ ສສກ ທີ່ໄດ້ສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ໄດ້ຮັບຮູ້ເຖິງບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່ການສຶກສາທີ່ມີຄຸນນະພາບເປັນພື້ນຖານຂອງການພັດທະນາເສດຖະກິດແບບຍືນຍົງ ການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຕໍ່ການສຶກສາຊັ້ນປະຖົມ ຈະສືບຕໍ່ໃນໄລຍະທີສອງຂອງແຜນງານບີຄວາ ດ້ວຍທຶນຊ່ວຍເຫຼືອມູນຄ່າ 28 ລ້ານໂດລາອົດສະຕຣາລີ ໃນໄລຍະ 4 ປີ (2022-2026) ເພື່ອປັບປຸງຫຼັກສູດຮອດປີຮຽນຂັ້ນສຸດທ້າຍຂອງຫຼັກສູດຊັ້ນປະຖົມສຶກສາ ໃນປີ 2023.

    ພ້ອມດຽວກັນ ແຜນງານບີຄວາຈະຫັນໄປເນັ້ນໜັກການສະໜັບສະໜູນກະຊວງ ສສກ ດ້ານການພັດ ທະນາລະບົບວິຊາຊີບຄູແບບຕໍ່ເນື່ອງ ຈຸດປະສົງຂອງວິທີການນີ້ ເພື່ອຮັບປະກັນວ່າ ເມື່ອຄູໄດ້ຮັບສື່ການຮຽນການສອນສະບັບປັບປຸງແລ້ວ ຈາກນັ້ນເຂົາເຈົ້າກໍສາມາດເຂົ້າເຖິງການຊ່ວຍເຫຼືອຢ່າງປົກກະຕິ ແລະ ມີຄຸນນະພາບສູງ ເພື່ອນຳໃຊ້ເຂົ້າໃນການສອນໃນຫ້ອງຮຽນ ບຸລິມະສິດຮ່ວມຂອງລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ແມ່ນການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກທຸກຄົນ ບໍ່ວ່າຈະເປັນເດັກຍິງ ເດັກຊາຍ ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມສາມາດທີ່ແຕກຕ່າງກັນ.

error: Content is protected !!