ບ້ານໂພນຜາງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ເມື່ອບໍ່ດົນຜ່ານມາ ທີ່ບ້ານດັ່ງກ່າວ ກ່າວມອບໂດຍ ທ່ານ ແດນ້ຽວ ມາໂຄຣຊິກຟຣິດ ຫົວໜ້າມູນນິທິເກື້ອຝັນເດັກ ແລະ ກ່າວຮັບແມ່ນ ທ່ານ ສີພະນົມ ອິນທະດາລິນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງອາດສະພັງທອງ ມີທ່ານ ກ່ອງແກ້ວ ໄຊຈຳພອນ ຕາງໜ້າພະແນກສຶກສາທິການ ແລະ ກີລາແຂວງສະຫວັນນະເຂດ ແລະ ທ່ານ ບຸນລອດ ພິມມະສານ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນຜາງເມືອງອາດສະພັງທອງ ພ້ອມດ້ວຍຄະນະອຳນາດການປົກຄອງບ້ານໂພນຜາງ ແຂກຖືກເຊີນ ພະນັກງານ ຄູອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີ ທ່ານນາຍບ້ານໂພນຜາງ ເມືອງອາດສະພັງທອງ ໄດ້ຜ່ານບົດສະຫຼຸບໂດຍສັງເຂບກ່ຽວກັບການກໍ່ສ້າງອາຄານຮຽນ ປະກອບດ້ວຍ 5 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 423 ລ້ານກວ່າກີບ ເຊິ່ງອາຄານຮຽນຫຼັງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ເດືອນມິຖຸນາ 2019 ຫາ ເດືອນມັງກອນ 2020 ແລະ ໄດ້ສຳເລັດ 100%.


ທ່ານ ສີພະນົມ ອິນທະດາລິນ ໄດ້ຕາງໜ້າໃຫ້ຄະນະພັກ ຄະນະນຳຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ແລະ ນັກຮຽນພາຍໃນບ້ານດັ່ງກ່າວ ສະແດງຄວາມຂອບໃຈ ຕໍ່ຜູ້ໃຫ້ທຶນກໍ່ສ້າງທາງໂຮງຮຽນ ພ້ອມມອບໃບຍ້ອງຍໍໃຫ້ມູນນິທິດັ່ງກ່າວ ເພື່ອສະ ແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີນີ້ເອົາໄວ້ຕະຫຼອດໄປ.


