ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເລັ່ງຕິດຕາມຄົ້ນຫາເຈົ້າ ຂອງລົດຮຸນໄດມາດຳເນີນຄະດີ ພາຍຫຼັງໄດ້ຂັບລົດທີ່ບັນທຸກຢາໄອສ໌ມາ 8 ເປົາ ຫຼົບໜີການເຂົ້າກວດຂອງເຈົ້າໜ້າທີ່ ຈົນເຮັດໃຫ້ລົດເສຍຫຼັກລົງຂ້າງທາງກ່ອນເອົາໂຕຫຼົບໜີ.

ຕາມຂໍ້ມູນຈາກ ປກສ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຕັ້ງຈຸດກວດກາຊົ່ວຄາວຢູ່ຈຸດບ້ານ ດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ວັນທີ 10 ພຶດສະພາ 2023 ພໍຮອດເວລາ 3:00 ໂມງ ຂອງວັນທີ 11 ພຶດສະພາ 2023 ໄດ້ມີລົດຮຸນໄດ 1 ຄັນ ສີປອນເງິນ ບໍ່ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວ ຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປບ້ານດ່ານ ເມືອງຫ້ວຍຊາຍ ເຈົ້າໜ້າທີ່ຈຶ່ງໄດ້ລັດກວດກາຕາມປົກກະຕິ ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍ ຄວາມໄວ.

ເຈົ້າໜ້າທີ່ ຈຶ່ງໄດ້ຂີ່ລົດນຳລົດຮຸນໄດຄັນດັ່ງກ່າວ ຈາກຈຸດກວດກາມາຮອດຈຸດລະເບີດຫີນ ເຂດບ້ານດອນ ປະມານ 2 ຫຼັກ ໄດ້ ເຫັນລົດຮຸນໄດຄັນດັ່ງກ່າວເສຍຫຼັກຕົກຮ່ອງຂ້າງທາງ ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້ ແຕ່ບໍ່ເຫັນ ຜູ້ຂັບຂີ່ ເຈົ້າໜ້າທີ່ຈຶ່ງກວດກາພົບເຫັນເປົາຢູ່ທາງຫຼັງກະບະລົດ 2 ເປົາ ຫ້ອງຄົນຂັບ 6 ເປົາ ແລະ ບາໂຫຼ້ 2 ໜ່ວຍ ລວມ 8 ເປົາ 2 ບາໂຫຼ້.

ຜ່ານການກວດກາພາຍເປົາຈໍານວນດັ່ງກ່າວ ພົບເຫັນຢາເສັບຕິດປະເພດຢາໄອສ໌ 150 ຫໍ່ ກອງບັນຊາການ ປກສ ເມືອງຫ້ວຍ ຊາຍ ຈຶ່ງມອບຢາເສບຕິດດັ່ງກ່າວ ພ້ອມກັບລົດຮຸນໄດ 1 ຄັນ ໃຫ້ພະແນກຕໍາຫຼວດສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄປເກັບຮັກສາ ແລະ ສືບຕໍ່ດຳເນີນຄະດີ ເພື່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.