ນາຍົກລັດຖະມົນຕີ ສືບຕໍ່ການພົບປະກັບຜູ້ນຳອາຊຽນ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນວັນທີ 10 ແລະ 11 ພຶດສະ ພາ 2023 ນີ້ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບບັນດາຜູ້ນຳປະ ເທດເພື່ອນມິດອາຊຽນ ຄື: ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນມິດອາຊຽນ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ.

ໃນການພົບປະກັບ ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສອງຝ່າຍ ໄດ້ຕີລາຄາສງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຢ່າງຕໍ່ເນື່ອງ.

ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫຼາຍໂຄງການຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ແມ່ນໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິ ບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໂຄງການ ສະໜາມບິນຫນອງຄ້າງ ແລະ ໂຄງການໂຮງຫມໍມິດຕະພາບແຂວງຊຽງຂວາງ ແມ່ນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງຢູ່ໃນ ຂັ້ນຕອນການຈັດພິທີມອບ-ຮັບ ໃນມໍ່ໆໆນີ້. ສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດ ທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງການທ່າທຽບເຮືອຫວຸງອາງ ໂຄງການພະລັງງານໄຟຟ້າເຊຂະໝານ 3 ໂຄງການບໍ່ເກືອກາລີ ແຂວງ ຄຳມ່ວນ ແລະ ອື່ນໆ.

ນອກນີ້ ສອງຝ່າຍ ຍິນດີສືບຕໍ່ໃຫ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນນັ້ນ ຝ່າຍ ຫວຽດນາມ ຍິນດີໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

ໃນການພົບປະກັບ ພະນະທ່ານ ເຟີດີນານ ໂຣມອນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ສອງຝ່າຍ ໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ລະຫວ່າງ ລາວ-ຟິລິບປິນ ທີ່ໄດ້ຮັບການພັດທະນາ ແລະ ແຕກ ດອກອອກຜົນຢ່າງຕໍ່ເນື່ອງ ພ້ອມນີ້ ກໍ່ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດການຮ່ວມມື ໂດຍຜ່ານ ກົນໄກຮ່ວມມື JCBC, ເຊິ່ງເປັນກົນໄກຫຼັກຂອງການຮ່ວມມືສອງຝ່າຍ ແລະ ເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມການພົວ ພັນ ແລະ ການຮ່ວມມືໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເຊິ່ງປະຈຸບັນ ສອງກະຊວງການຕ່າງປະເທດ ກຳລັງກະກຽມການຈັດກອງປະ ຊຸມກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ສ ຟິລິບປິນ JCBC ຄັ້ງທີ 2 ໃນປີ 2023 ນີ້.

ພ້ອມນີ້ ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນຂອງ ຟິລິບປິນ ຢູ່ ສປປ ລາວ ສາ ມາດບັນລຸໄດ້ 14.461.000 ໂດລາສະຫະລັດ ເຊິ່ງມີທ່າອ່ຽງ ຂະຫຍາຍຕົວຕໍ່ເນື່ອງໃນຊຸມປີຜ່ານມາ ໃນນັ້ນ ຝ່າຍຟິລິບປິນ ຍິນດີສືບຕໍ່ຊຸກຍູ້ລະດົມນັກລົງທຶນຂອງຕົນ ເພື່ອສຶກສາຊ່ອງທາງຄວາມເປັນໄປໄດ້ໃນການລົງທຶນໃນຂະແໜງການຕ່າງໆ ທີ່ມີ ທ່າແຮງຮ່ວມກັນ ເພື່ອແນໃສ່ສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຕື່ມໃນອະນາຄົດ.

ພ້ອມດຽວກັນນີ້ ສອງຝ່າຍ ຍັງເຫັນດີຈະສືບຕໍ່ການຮ່ວມມືດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ສີມືແຮງງານ ການ ພັດທະນາພື້ນຖານໂຄງລ່າງ ການພັດທະນາແບບຍື່ນຍົງ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຟິລິບປິນ ໄດ້ໃຫ້ການສະໜັບ ສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ ສປປ ລາວ ຕື່ມ ອີກໃນການເປັນປະທານອາຊຽນ ປີ 2024.

ສຳລັບການພົບປະກັບ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ສອງຝ່າຍ ໄດ້ຕີລາຄາສູງຕໍ່່ການພົວ ພັນຮ່ວມມືທີ່ດີ ລະຫວາງ ລາວ-ສິງກະໂປ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະວັດ ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຄ້າສອງຝ່າຍ ແລະ ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ນັບມື້ຂະຫຍາຍຕົວຕໍ່ເນື່ອງ ໂດຍ ສະເພາະແມ່ນການຮ່ວມມືດ້ານພະລັງງານໄຟຟ້າ ກໍຄື ການຊື້-ຂາຍພະລັງງານໄຟຟ້າ ທີ່ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ປຶກສາຫາລືກັນ ໃນການເພີ່ມທະວີປະລິມານການຊີ້-ຂາຍ ຂຶ້ນຕື່ມ ຈາກ 100-300 ກິໂລວັດໂມງ (kWh) ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນໝາກຜົນສຳເລັດຂອງການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ.

ພ້ອມນີ້ ຝ່າຍ ສິງກະໂປ ໄດ້ເຫັນດີຈະຊຸກຍູ້ບັນດານັກທຸລະກິດຂອງຕົນ ໃຫ້ເຂົາໄປລົງທຶນຢູ່ ສປປ ລາວ ໃນຂະແໜງການ ຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນ ດ້ານພະລັງງານ ການທ່ອງທ່ຽວ ແລະ ການຂົນສົ່ງທາງບົກ ເພື່ອແນ່ໃສ່ເປັນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໃນໂອກາດດຽກັນ ຝ່າຍລາວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ການໃຫ້ທຶນການສຶກສາ ການຊ່ວຍເຫຼືອດ້ານສາທາລະນະສຸກ ໂດຍສະເພາະວຽກງານຕ້ານໂຄວິດ-19 ແລະ ການຊ່ວຍເຫຼືອໃນຂອບການຮ່ວມ ມືອາຊຽນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ 2024.

ໃນການພົບປະກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ກໍຄື ປະຊາຊົນ ມາເລເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນວຽກງານການພັດທະນາຊັບ ພະຍາກອນມະນຸດຂອງລາວ ເຊິ່ງນັບແຕ່ປີ 1991 ເປັນຕົ້ນມາ ເຫັນວ່າມີຜູ້ເຂົ້າຮ່ວມຫຼັກສູດຝຶກອົບຮົມ ຫຼາຍກວ່າ 1.700 ຄົນ ໃນຫຼາຍຂະແໜງການ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງມາເລເຊຍ; ລັດຖະບານ ມາເລເຊຍ ຍັງໄດ້ສະໜອງ ວັກແຊັງ ແລະ ອຸປະກອນການແພດແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານ ມາ ເຊິ່ງໄດ້ຊ່ວຍໃຫ້ ປະຊາຊົນລາວ ສາມາດກັບມາໃຊ້ຊີວິດໄດ້ແບບປົກກະຕິ.

ພ້ອມນີ້ ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ໃນໄລຍະຜ່ານມາ ເຊິ່ງສາມາດບັນລຸໄດ້ ຫຼາຍກວ່າ 767 ລ້ານໂດລາສະຫະລັດ ໃນປີ 2023 ມາເລເຊຍ ຍັງຖືກຈັດເປັນອັນດັບ 6 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ສ່ວນການຄ້າສອງຝ່າຍ ມີມູນຄ່າພຽງ 27 ລ້ານໂດລາສະຫະລັດ ໃນປີ 2022 ແລະ ເຫັນດີຈະສືບຕໍ່ສົ່ງເສີມວຽກງານການ ຄ້າການລົງທຶນ ໂດຍສະເພາະ ພາກບໍລິການໃນການເຊື່ອມໂຍງເຊື່ອມຈອດ ແລະ ການແປຮູບ ເພື່ອເປັນສິນຄ້າສົ່ງອອກ ການ ສົ່ງເສີມດ້ານການຜະລິດກະສິກຳ ການຊື້-ຂາຍພະລັງງານໄຟຟ້າ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.

ສຳລັບການພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຝ່າຍລາວ ໄດ້ນຳເອົາຄວາມ ຢື້ຢາມຖາມຂ່າວຈາາກ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງ ສົມເດັດ ຊຸນຕານ ແລະ ເຊື້ອເຊີນດຳເນີນການ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເພື່ອຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ.

ພ້ອມນີ້ ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ 2 ບົດບັດທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມືດ້ານກະສິກຳ ແລະ ພະລັງງານ ທີ່ໄດ້ລົງນາມກັນໃນປີ 2022 ໃຫ້ເກີດເປັນຮູບປະທຳ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະ ເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ຫນ້າ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ບຣູໄນ.

ໃນໂອກາດດຽວກັນ ຝ່າຍລາວ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ 2024 ສປປ ລາວ ພ້ອມຈະເຮັດວຽກຮ່ວມກັນກັບ ຝ່າຍບຣູໄນ ກໍຄື ຜູ້ນຳປະເທດສະມາຊິກອາຊຽນອື່ນໆ ເພື່ອຜົນປະໂຫຍດ ລວມຂອງຄອບຄົວອາຊຽນ ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງຍິ່ງຂຶ້ນ.

error: Content is protected !!