ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ສາຂາຫຼວງພະບາງກໍ່ໄດ້ຈັດງານສົມມະນາຄຸນລູກຄ້າ ແລະ ສະເຫຼີມ ສະ ຫຼອງວັນສ້າງຕັ້ງຄົບຮອບ 10 ປີ ເພື່ອສະຫຼຸບຄືນບັນດາຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ຕະຫຼອດໄລຍະຜ່ານມາ.

ທ່ານ ດິງຮຸ່ງ-ຫົວໜ້າສາຂາ ຫຼວງພະບາງ ໄດ້ມີການສະຫຼຸບຄືນບັນດາຜົນງານ ການເຄື່ອນໄຫວ ຂອງ ສາຂາ ຜ່ານບັນດາ ຮູບພາບທີ່ພົ້ນເດັ່ນ ໃນຕະຫຼອດໄລຍະ 10 ປີ ຂອງການສ້າງຕັ້ງ ແລະ ການພັດທະນາ ບັນດາຜົນງານທີ່ຍາດມາໄດ້ຂອງສາຂາ ແລະ ບັນດາເປົ້າໝາຍທິດທາງ ຂອງ ສາຂາພາກເໜືອໃນຕໍ່ໜ້າ.
ໂອກາດດັ່ງກ່າວ ອົງປົກຄອງແຂວງຫຼວງພະບາງ ກໍໄດ້ມອບໃບຍ້ອງຍໍໃຫ້ກັບສາຂາທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ວຽກ ງານ ວິຊາ ສະເພາະຕະຫຼອດໄລຍະ 10 ປີ (2013-2023) ໄດ້ຮັບໃບຍ້ອງຍໍຈາກກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ວ່າເປັນພາກສ່ວນທີ່ພົ້ນເດັ່ນໃນວຽກເຊື່ອມຕໍ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ແລະ ໄດ້ຮັບໃບຍ້ອງຍໍຈາກ LaoVietBank ສຳນັກງານໃຫຍ່ວ່າເປັນຫົວຫນ່ວຍທີ່ປະກອບສ່ວນຢ່າງຕັ້ງຫນ້າຕະຫຼອດໄລຍະເວລາ 10 ປີເຂົ້າໃນການພັດທະນາ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ.




ພິທີດັ່ງກ່າວຈັດຂຶ້ນໃນວັນທີ 23 ມີິນາ 2023 ທີ່ຜ່ານມາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຂົ້າຮ່ວມງານສະເຫຼີມສະ ຫຼອງຄົບຮອບວັນສ້າງຕັ້ງໃນຄັ້ງນີ້ ມີບັນດາຕາງຫນ້າການນຳແຂວງ ແລະ ນະຄອນຫຼວງພະບາງໂດຍແມ່ນ ທ່ານ ນາງ ສີລິ ພອນ ສຸພັນທອງ ຮອງເຈົ້າແຂວງແຂວງຫຼວງພະບາງ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ທ່ານ ນາງ ພຸດດາ ວັນ ສິຣິສົມບັດ ຮອງຫົວຫນ້າທະນາຄານ ແຫ່ງ ສປປ ລາວ ສາຂາ ພາກເຫນືອ ປະຈຳແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຂົ້າ ຮ່ວມ ທ່ານ ຫງວຽນ ຮຸຍ ຮຸ່ງ ຕາງໜ້າ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ພ້ອມພາກສ່ວນກ່ຽວຂ້ອງ.