ລັດ​ຖະ​ບານ ຮັບ​ຮອງ​ຮ່າງ​ເອ​ກະ​ສານ​ສຳ​ຄັນ​ຕ່າງ​ໆ ພ້ອມ​ຈະສືບ​ແກ້​ໄຂ​ຂໍ​້​ຫຍຸ້ງຍ​າ​ກ​ໃນ​ຕໍ່​ໜ້າ

ຕາມ​ການ​ຖະ​ແຫຼງ​ຂ່າວ​ຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ມ​ີບ​າງ​ຕອນ​ໃຫ້​ຮູ້​ວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023 ໄດ້ດຳເນີນ ໃນວັນທີ 28-29 ມີນາ 2023 ທີ່ສໍານັກງານນາຍົກລັດຖະມົນຕີພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະ ບານ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ຜູ້ຕາງໜ້າການນໍາ ບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນ ການ ປະຈຳເດືອນເມສາ 2023.

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານ ປະຈໍາເດືອນມີນາ ແລະ ທິດ ທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງແຜນຍຸດທະ ສາດການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ ຂອງ ສປປ ລາວ ພິຈາລະນາ ແລະ ເຫັນດີດ້ານຫຼັກ ການຮັບຮອງເອົາ ຮ່າງນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ພິຈາລະນາການລາຍງານ ກ່ຽວກັບການປະເມີນການປະຕິ ບັດກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດ ໝາຍ ວ່າດ້ວຍອາ ກອນທີ່ດິນ ແລະ ສິ່ງປຸກ ສ້າງ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການປົກຄອງ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການໃຫ້ສັນຊາດລາວ ແກ່ບຸກຄົນທີ່ລັດຕ້ອງການ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍລັດຖະ ກອນຄູ (ສະບັບປັບປຸງ) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035.

ຢ່າ​ງ​ໃດ​ກໍ​ຕາມ ລັດຖະບານ ​ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ເຊິ່ງໃນເດືອນເມສາ ຈະໄດ້ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ທີ່ນອນໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023 ເຊິ່ງເປັນວຽກທີ່ປິ່ນ ອ້ອມກັບ 5 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ໃນນັ້ນ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳ ນວນໜຶ່ງ ດັ່ງນີ້: ວຽກງານປ້ອງກັນຊາດ ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນ ທ່ຽງ ວຽກງານວັດທະນະທຳ-ສັງຄົມ ການກະກຽມສະເຫຼີມສະຫຼອງບຸນປີໃໝ່ລາວ ການກະກຽມເປີດຖ້ຽວລົດໄຟໂດຍສານ ລາວ-ຈີນ ການແກ້ໄຂບັນຫາມົນລະພິດ ແລະ ວຽກງານການຕ່າງປະເທດ ແມ່ນສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ ພາກພື້ນ ແລະ ສາກົນ ໃຫ້ທັນການ.

error: Content is protected !!