ຄະນະກຳມະການຮັບຜິດຊອບການທຳລາຍສະແຕັມຕິດຊອງຢາສູບຮູບແບບເກົ່າຂອງບໍລິສັດ ຜະລິດຢາ ສູບໃນທົ່ວປະເທດ ປີ 2023 ຕາມຂໍ້ຕົກລົງສະບັບເລກທີ 0770/ກງ ລົງວັນທີ 16 ມີນາ 2023 ຈັດພິທີທໍາລາຍທຳລາຍສະແຕັມຕິດຊອງຢາສູບຮູບແບບເກົ່າ 54.008.449 ດວງ ໃນນີ້ໄດ້ມາຈາກບໍລິສັດ ຢາສູບລາວ ຈໍາກັດ 54.000.000 ດວງ ບໍລິສັດ ຢາສູບລາວສາກົນ ຈໍາກັດ 8.449 ດວງ.

ພິທີທໍາລາຍສະແຕັມຕິດຊອງຢາສູບ ຈັດຂຶ້ນວັນທີ 22 ມີນາ 2023 ຢູ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ຈັນທະລາ ຫຼ່ຽມໄມຕຣີ ຫົວໜ້າພະແນກຈັດຕັ້ງ ບໍລິ ຫານ ແລະ ການເງິນ ກົມສ່ວຍສາອາກອນ ຄະນະກຳມະການຮັບຜິດຊອບການທຳລາຍສະແຕັມຕິດຊອງຢາສູບຮູບແບບເກົ່າ ພ້ອມດ້ວຍຄະນະກຳມະການຈາກຫ້ອງການກະຊວງ ກົມສ່ວຍສາອາກອນ ກົມຄຸ້ມຄອງຊັບສິນແຫ່ງລັດ ກົມກວດກາ ກະຊວງການເງິນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ສິດ ແລະ ໜ້າທີ່ຂອງກຳມະການຮັບຜິດຊອບການທຳລາຍສະແຕັມຕິດຊອງຢາສູບຮູບແບບເກົ່າ ຮັບຜິດ ຊອບການຈັດຕັ້ງປະຕິບັດການທໍາລາຍສະແຕັມອາກອນຕິດຊອງຢາສູບຮູບແບບເກົ່າຂອງບໍລິສັດ ຜະລິດຢາສູບ ໃນທົ່ວປະເທດ ປີ 2023 ຄົ້ນຄວ້າຕົ້ນທຶນການຜະລິດສະແຕັມທີ່ຖືກທຳລາຍຂອງແຕ່ລະບໍລິສັດ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມນິຕິກຳທີ່ກຳນົດໄວ້ ແລະ ນຳສະເໜີຄະນະນຳກະຊວງການເງິນພິ ຈາລະນາ ກຳນົດເວລາໃນການເຄື່ອນໄຫວວຽກງານດັ່ງກ່າວນັບແຕ່ເດືອນມີນາ 2023 ພາຍໃນ 15 ວັນລັດຖະການໃຫ້ສໍາເລັດ ແລະ ພ້ອມທັງລາຍງານຜົນການກວດກາດັ່ງກ່າວ ຕໍ່ຄະນະນຳກະຊວງການເງິນ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.


