ໂຮງຮຽນນານາຊາດ ວຽງຈັນ ມອບເງິນ 17 ລ້ານກີບ ເພື່ອເປັນລາງວັນໃຫ້ນັກຮຽນເກ່ງລະດັບຊາດ

    ພິທີມອບ-ຮັບເງິນດັ່ງກ່າວ ຈັດຂຶ້ນວັນທີ 21 ມີນາ 2023 ຜ່ານມາ ທີ່ໂຮງຮຽນນານາຊາດ ວຽງຈັນກ່າວມອບໂດຍທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ (Mrs Elsa Hernandez Donohue) ຫົວ ໜ້າໂຮງຮຽນນານາຊາດ ວຽງຈັນ ແລະ ກ່າວຮັບແມ່ນທ່ານ ມະໂນສິນ ມາສະວົງດີ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ມີພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ ກ່າວວ່າ: ສຳລັບເງິນຈຳນວນ ຈຳນວນ 17 ລ້ານກີບ ທີ່ມອບໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນສົມທົບທຶນ ສະໜັບສະໜູນການສຶກສາ ໃນບັ້ນການຈັດຕັ້ງສອບເສັງນັກຮຽນເກ່ງຊັ້ນມັດທະ ຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2022-2023 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອນຳໄປເປັນລາງວັນໃຫ້ແກ່ນັກຮຽນເກ່ງລະດັບຊາດ ທີ່ສອບເສັງຍາດໄດ້ອັນດັບທີ 1 2 3 ແລະ ລາງວັນຊົມເຊີຍ.

    ໂອກາດດຽວກັນ ທ່ານ ມະໂນສິນ ມາສະວົງດີ ໄດ້ຕາງໜ້າຄະນະນຳກະຊວງສຶກສາທິການ ແລະ ກີລາ ກໍຄືກົມສາມັນສຶກສາ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ ຫົວໜ້າໂຮງຮຽນນານາຊາດ ວຽງຈັນ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນ້ອງໆນັກຮຽນພາຍໃນໂຮງຮຽນດັ່ງກ່າວ ທີ່ໄດ້ປະກອບສ່ວນທຶນຮອນເຂົ້າໃນບັ້ນສອບເສັງນັກຮຽນເກ່ງລະດັບຊາດ ປະຈຳສົກຮຽນ 2022-2023 ແລະ ສັນຍາວ່າຈະນຳເງິນຈຳນວນນີ້ ໄປນຳໃຊ້ໃຫ້ຖືກກັບວັດຖຸປະສົງ ພ້ອມຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກທ່ານຕື່ມອີກໃນໂອກາດໜ້າ.

error: Content is protected !!