ກິດຈະກຳຄັດເລືອກຊາລາວສູ່ສາກົນ ໃນງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World) ເປັນຄັ້ງທໍາອິດ ສາມາດຄັດເລືອກໄດ້ 3 ຫົວໜ່ວຍ ທີ່ຈະເປັນຕົວແທນຜູ້ຜະລິດຊາ ເພື່ອນຳຜະລິດຕະພັນຊາລາວຮ່ວມວາງສະແດງໃນພາກພື້ນ ແລະ ສາກົນ ຂະນະທີ່ການຄັດເລືອກຄັ້ງນີ້ ອັນດັບ 1 ເປັນຂອງບໍລິສັດ ສວນຊາ 36 ແຂວງຈຳປາສັກ.

ການຈັດກິດຈະກຳຄັດເລືອກຊາລາວສູ່ສາກົນ ແມ່ນການນຳສະເໜີຜະລິດຕະພັນຊາ ແລະ ວິທີປຸງແຕ່ງຊາຕົນເອງໃນຮູບແບບ ທີ່ເປັນເອກະລັກໂດດເດັ່ນ ເພື່ອຊີງລາງວັນ ໃນນີ້ຜະລິດຕະພັນຊາທີ່ໄດ້ຜ່ານການຄັດເລືອກ 3 ຫົວໜ່ວຍ ທີ່ຈະຖືກນຳໄປວາງ ສະແດງ ແລະ ໂຄສະນາຢູ່ຫ້ອງວາງສະແດງແຫ່ງຊາດລາວ ໃນງານວາງສະ ແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ ລວມທັງງານວາງສະແດງພາກພື້ນ ແລະ ອື່ນໆ ເຊິ່ງຜ່ານການຄັດເລືອກ ອັນດັບທີ 1 ໄດ້ແກ່ບໍລິສັດ ສວນຊາ 36 ແຂວງຈຳປາ ສັກ ອັນດັບທີ 2 ບໍລິສັດ ນາງ ດວງມາລາ ທໍ່ ຜະລິດ ແລະ ປຸງແຕງຊາພູສັນ ແຂວງຊຽງຂວາງ ອັນດັບ 3 ບໍລິສັດ ຄິງຊາຫຼວງ ຈາກແຂວງຫຼວງນໍ້າທາ ນອກນີ້ຍັງມີລາງວັນຊົມເຊີຍອີກ 5 ລາງວັນ.
ທ່ານ ຢຽນຢົງ ຮອງປະທານບໍລິສັດ ສວນຊາ 36 ແຂວງຈຳປາສັກ ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານວາງສະແດງ ຊາລາວ ສູ່ສາກົນ (Laos Tea to the World) ເມື່ອບໍ່ດົນມານີ້ ວ່າ: ບໍລິສັດສວນຊາ 36 ແຂວງຈຳປາສັກ ສ້າງຕັ້ງຂຶ້ນປີ 2017 ໂດຍໄລ ຍະຜ່ານມາ ບໍລິສັດໄດ້ຕັ້ງໃຈພັດທະນາຜະລິດຕະພັນຊາ ຢູ່ພູພຽງບໍລະເວນ ແຂວງຈຳປາສັກ ໃຫ້ເປັນສິນຄ້າທີ່ໄດ້ຮັບການ ຍອມຮັບຂອງຜູ້ບໍລິໂພກໃນພາກພື້ນ ແລະ ສາກົນ ປັດຈຸບັນມີຫຼາຍຜະລິດຕະພັນທີ່ສົ່ງໄປຂາຍປະເທດຈີນ ຍີ່ປຸ່ນ ແລະ ບັນ ດາປະເທດໃນເຂດເອີຣົບ ປີ 2021-2022 ບໍລິສັດໄດ້ຮັບລາງວັນທີ 1 ໃນການຕັດເລືອກຊາຂາວ ແລະ ຊາແດງ ຈາກ ສ ອາເມ ຣິກາ ປັດຈຸບັນບໍ ລິສັດມີສາຂາຈຳໜ່າຍຜະລິດຕະພັນຢູ່ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແຂວງຈຳປາສັກ ແລະ ແຂວງຫຼວງນ້ຳທາ ສຳລັບແຜນການຕໍ່ໜ້າບໍລິສັດຈະເອົາໃຈໃສ່ໂຄສະນາ ວາງສະແດງ ແລະ ຂາຍຜະລິດຕະພັນຢູ່ຕະຫຼາດ ພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ.

ງານວາງສະແດງ ຊາລາວສູ່ສາກົນ ຈັດຂຶ້ນອາທິດຜ່ານມາ ທີ່ແຂວງຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ເຊື້ອເຊີນຫົວ ໜ່ວຍ ທຸລະກິດ ຜູ້ປະກອບການຜະລິດຕະພັນຊາລາວທົ່ວປະເທດທີ່ມີທ່າແຮງເຂົ້າຮ່ວມ ມີຫ້ອງວາງສະແດງທັງໝົດ 42 ຫ້ອງ ໃນ ນີ້ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ 16 ຫ້ອງ ຈາກແຂວງຜົ້ງສາລີ ຫຼວງນໍ້າທາ ບໍ່ແກ້ວ ໄຊຍະບູລີ ຊຽງຂວາງ ຈຳປາ ສັກ ແລະ ແຂວງຫຼວງພະບາງ.