ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດຈັດ​ຂຶ້ນວ​ັນ​ທີ 17 ມີນາ2023  ທີ່​ໂຮງ​ແຮມ​ຄ​ຣາວ​ພ​ລາ​ຊາ ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ ທ່ານແຊ່ເນິນ ແຟໂຣ ຮອງທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດ ສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາ ມະການຕ້ານການຄ້າມະນຸດລະດັບຊາດໂດຍ​ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່​ນ​ໄດ້​ຮັບ​ຟັງບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ຂອງ ສະ ຫະລັດ ອາເມລິກາ ຢູ່ເມືອງ ວໍຊິງຕັນ ດີຊີ ແລະ ພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າ ມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

ທ່ານຮອງທູດ ແຊ່ເນິນ ແຟໂຣ ກ່າວວ່າ: ການຢຸດຕິການຄ້າມະນຸດ ຍັງແມ່ນບູລິມະສິດ ສໍາລັບສະຫະ ລັດ ອາເມລິກາ ສືບຕໍ່ ເນື່ອງຈາກການຕອບໂຕ້ ແລະ ຄວາມພະຍາຍາມ ທີ່ສະແດງໃຫ້ເຫັນໃນປີທີ່ຜ່ານມາ ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານ ສປປ ລາວ ພ້ອມດ້ວຍ ບັນດາຄູ່ຮ່ວມພັດທະນາ ສາມາດສືບຕໍ່ເຮັດວຽກຫຼາຍຂຶ້ນ ໃນປີ 2023 ແລະ ປີຕໍ່ໆໄປ ສະຫະລັດ ອາ ເມລິກາ ມີຄວາມມຸ່ງໝັ້ນສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມນີ້.

ໃນປີ 2022 ຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ ປະກອບດ້ວຍ  ການສືບຕໍ່ຄວາມພະຍາຍາມໃນການ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ແລະ ຝຶກອົບຮົມບັນດາຕໍາຫຼວດ ແລະ ເຈົ້າ    ໜ້າທີ່ຊາຍແດນ ຄູ່ມືການປົກປ້ອງ ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເພີ່ມທະວີຄວາມພະຍາຍາມໃນການກຳນົດຕົວຢ່າງຕັ້ງໜ້າ ແລະ ການ ໃຫ້ບໍລິການປົກປ້ອງຜູ້ຊາຍ ແລະ ເດັກນ້ອຍຊາຍ ແລະ ຜູ້ຖືກເຄາະຮ້າຍ LGBTQI+ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການບັງ ຄັບໃຊ້ແຮງງານ ແລະ ການຄ້າປະເວນີ.

error: Content is protected !!