ໃຫ້ຄວາມຮູ້ກ່ຽວກັບບັນຫາສຸຂະພາບ ແລະ ການນໍາໃຊ້ດີຈີຕອນສໍາລັບທຸກຄົນ

ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ 2023) ຄົບຮອບ 113 ປີ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງ ການເຟດຮາໂລ ອົງການອ໊ອກສະຟາມ ປະຈໍາລາວ ກະຊວງສາທາລະນະສຸກ ກະຊວງຍຸຕິທໍາ ແລະ ກະຊວງອຸດສະຫະກໍາ ແລະ ການຄ້າ ຈັດສໍາມະນາກ່ຽວກັບບັນຫາສຸຂະພາບ ຊັບສິນທາງປັນຍາ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ປົກປ້ອງ ແຮງງານເພດຍິງນອກລະບົບ ໃນວັນທີ 9 ມີນາ 2023 ທີ່ສູນເຝິກອົບຮົມ ສູນກາງສະຫະພັນແມ່ຍິງລາວ ມີ ທ່ານນາງ ອິນລາ ວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຮອງປະທານ ແລະ ຂະແໜງການ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວກ່າວວ່າ ວັນແມ່ຍິງສາກົນແມ່ນວັນ ສາກົນທີ່ສະເຫຼີມສະຫຼອງຜົນສຳເລັດທາງດ້ານສັງຄົມ ເສດຖະກິດ ວັດທະນະທຳ ແລະ ການເມືອງຂອງແມ່ຍິງ ວັນດັ່ງກ່າວຍັງ ເປັນການຮຽກຮ້ອງໃຫ້ປະຕິບັດການເລັ່ງລັດຄວາມສະເໝີພາບຂອງແມ່ຍິງ ວັນແມ່ຍິງສາກົນເກີດຂຶ້ນມາເປັນເວລາຫຼາຍ ກວ່າໜຶ່ງສະຕະວັດ ດ້ວຍການເຕົ້າໂຮມແມ່ຍິງສາກົນຄັ້ງທໍາອິດໃນປີ 1911 ໄດ້ຮັບການສະໜັບສະໜູນຈາກຫຼາຍກວ່າລ້ານ ຄົນ ເຊິ່ງວັນດັ່ງກ່າວເປັນຂອງກຸ່ມທັງໝົດລວມຢູ່ທົ່ວທຸກແຫ່ງ ບໍ່ແມ່ນຂອງປະເທດ ກຸ່ມ ຫຼື ອົງການສະເພາະໃດໜຶ່ງ.

ສຳລັບ ຢູ່ ສປປ ລາວ ສະຫະພັນແມ່ຍິງລາວ ໄດ້ນຳພາການຈັດງານສະເຫຼີມສະຫຼອງໃນທຸກໆປີ ເພື່ອສະເຫຼີມສະຫຼອງຜົນສຳ ເລັດຂອງແມ່ຍິງ ໃຫ້ການສຶກສາ ແລະ ເຊີດຊູຄວາມສະເໝີພາບຂອງແມ່ຍິງ ເຊິ່ງປີນີ້ການສະເຫຼີມສະຫຼອງພາຍໃຕ້ຄໍາຂວັນ “ການນໍາໃຊ້ດີຈີຕອນສໍາລັບທຸກຄົນ ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ” ຫົວຂໍ້ນີ້ແມ່ນ ສອດຄ່ອງກັບຫົວຂໍ້ບູລິມະສິດຂອງກອງປະຊຸມຄັ້ງທີ 67 ຂອງຄະນະກໍາມະການສະຖານະພາບແມ່ຍິງ “ນະວັດຕະກໍາ ແລະ ການປ່ຽນແປງທາງດ້ານເຕັກໂນໂລຢີ ແລະ ການສຶກສາໃນຍຸກດິຈິຕອນເພື່ອບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງທຸກຄົນ ແລະ ເດັກຍິງ”.

ໃນພິທີສຳມະນາຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຟັງຂໍ້ມູນທີ່ສໍາຄັນ ແລະ ເປັນປະໂຫຍດກ່ຽວກັບການຮັກສາສຸຂະພາບຕາຂັ້ນພື້ນ ຖານ ການເຜີຍແຜ່ຄວາມຮູ້ກ່ຽວກັບວິທີການປ້ອງກັນ ແລະ ຄວບຄຸມພະຍາດບໍ່ຕິດຕໍ່ ບົດບາດຂອງແມ່ຍິງ ແລະ ຊັບສິນທາງ ປັນຍາ ສ້າງມູນຄ່າເພີ່ມທາງທຸລະກິດ ເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປົກປ້ອງທາງສັງ ຄົມສຳລັບແຮງງານນອກລະບົບໂດຍສະເພາະແຮງງານເພດຍິງ ນອກຈາກນີ້ພິທີດັ່ງກ່າວຍັງຊ່ວຍປະກອບ ສ່ວນເຂົ້າໃນການ ຜັນຂະຫຍາຍວຽກງານຂອງສູນກາງສະຫະພັນແມ່ຍິງລາວກ່ຽວກັບແຜນງານທີ IV ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ສິດ ສະເໝີພາບຍິງ-ຊາຍ ແລະ ການນໍາໃຊ້ສະຖິຕິບົດບາດຍິງ-ຊາຍ ແຜນງານທີ V ສົ່ງເສີມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານ 3 ສ້າງ ຮັກສາສິ່ງແວດລ້ອມແບບຍືນຍົງ ສົ່ງເສີມບົດບາດຍິງ-ຊາຍໃນການພັດທະນາແມ່ຍິງ ແລະ ຄອບ ຄົວ ແຜນງານທີ VII ສົ່ງເສີມການປົກປ້ອງສິດ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍເຂົ້າເຖິງຂະບວນການຍຸ ຕິທໍາ ພ້ອມກັນນັ້ນໃນພິທີຍັງມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າອີກດ້ວຍ.

error: Content is protected !!