ສະມາຊິກສະພາປະຊາຊົນ ປະຈຳເຂດເມືອງສີໂຄດຕະບອງ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ຂອງເມືອງເກືອບ 40 ເລື່ອງ

    ກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 24 ກຸມພາ 2023 ທີ່ເມືອງສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ໂດຍເປັນ ປະທານຂອງທ່ານ ບຸນມີ ໄຊຍະວົງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ ມີທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາ ຊົນ ນວ ທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ພ້ອມບັນດາສະມາຊິກສະພາປະຊາຊົນ ນວ ປະຈຳເມືອງ ຫົວໜ້າຫ້ອງການ ປກສ-ປກຊ ແລະ ນາຍບ້ານ 60 ບ້ານເຂົ້າຮ່ວມ.

    ທ່ານ ແສງສຸລິຍັນ ສີລິໂພຄຳ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກ ຕັ້ງເມືອງສີໂຄດຕະບອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງ ແຜນການ ປະຈຳປີ 2023 ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຂອງຕົນ ປະສານສົມທົບກັບບັນດາຄະນະກຳມະການຂອງສະພາປະຊາຊົນ ນວ ລົງເຄື່ອນໄຫວວຽກງານຕິດຕາມກວດກາຢູ່ເມືອງໃນແຕ່ລະຂົງເຂດຄື: ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢູ່ເມືອງມີທັງໝົດ 21 ໂຄງການ ໃນນີ້  ໂຄງການຄ້າງມາແຕ່ປີ 2020 ຄືນຫຼັງມີ 20 ໂຄງການ ມູນຄ່າລວມ 87 ຕື້ກວ່າກີບ ໃນນີ້ ໂຄງການປະຕິບັດສຳເລັດ 100% ມີ 16 ໂຄງການ ຍັງຄ້າງການຊຳລະໜີ້ ລວມມູນຄ່າ 58 ຕື້ກວ່າກີບ ມີ 2 ໂຄງການ ກຳລັງສືບຕໍ່ຈັດຕັ້ງປະຕິບັດຄື:ໂຄງການກໍ່ສ້າງນ້ຳປະປາວຽງຄຳ-ຈໍາປາ ມູນຄ່າຕາມສັນຍາ 15.082 ຕື້ກວ່າກີບ ປະຕິບັດໄດ້ 31% ໂຄງການກໍ່ສ້າງນໍ້າປະປາບ້ານດອນຊີງຊູ້ ມູນຄ່າສັນຍາ 5.128 ຕື້ກວ່າກີບ ປະຕິບັດໄດ້ 63% ແລະ ມີ 2 ໂຄງການຢຸດການກໍ່ສ້າງຄື:ໂຄງການກໍ່ສ້າງໂຮງຮຽນປະຖົມໜອງບຶກ ມູນຄ່າສັນຍາ 1,2 ຕື້ກີບ ປະຕິບັດໄດ້ 31% ແລະ ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານວຽງຄຳ ມູນຄ່າກໍ່ສ້າງ 2.293 ຕື້ກວ່າກີບ ປະຕິບັດໄດ້ 40% ປີ 2022 ໄດ້ຮັບໂຄງການໃໝ່ 1 ໂຄງການຄື: ໂຄງການກໍ່ສ້າງຫ້ອງການແຜນການ ແລະ ການລົງທຶນ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມູນຄ່າ 4 ຕື້ກວ່າກີບ ມາຮອດປັດຈຸບັນກໍາລັງຈັດຕັ້ງປະຕິບັດ.

    ໄດ້ຕິດຕາມ ກວດກາ ແລະ ຊຸກຍູ້ການແກ້ໄຂຄຳຮ້ອງ ຄຳສະເໜີຂອງປະຊາຊົນ ຂອງອົງການປົກ ຄອງເມືອງ ຜ່ານມາໄດ້ຮັບທັງໝົດ 39 ເລື່ອງ ສາມາດແກ້ໄຂສຳເລັດ 23 ເລື່ອງ ສົ່ງໃຫ້ຂັ້ນເທິງ 9 ເລື່ອງ ໃຫ້ເຂົ້າສູ່ຂະບວນຍຸຕິທຳ 3 ເລື່ອງ ຍັງສືບຕໍ່ແກ້ໄຂ 4 ເລື່ອງ ເນື້ອໃນຄຳຮ້ອງຄຳສະເໜີທີ່ພົ້ນເດັ່ນ ແມ່ນພົວພັນເຖິງຂໍ້ຂັດແຍ່ງທີ່ດິນລະຫວ່າງບຸກຄົນກັບບຸກຄົນ ໄດ້ຄຳຮ້ອງທຸກຂອງປະຊາຊົນ ສະເໜີຜ່ານຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ 2 ສະບັບ ແລະ ໄດ້ຮັບຈາກຂັ້ນເທິງ 2 ສະບັບ ສາມາດແກ້ໄຂສຳເລັດ 2 ສະບັບ ສົ່ງຂັ້ນເທິງຄືນ 1 ສະບັບ ແລະ ຍັງສືບຕໍ່ແກ້ໄຂ 1 ສະບັບ. 

ຂ່າວ ຊີລິການດາ

error: Content is protected !!