ປະດັບຫຼຽນໄຊແຮງງານໃຫ້ແກ່ກົມກອງ ແລະ ບຸກຄົນດີເດັ່ນ

    ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2022) ແລະ ທິດທາງແຜນການຮອດປີ 2025 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 24 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ພະນັກງານຫຼັກແຫຼງກ່ຽວຂ້ອງທີ່ມາຈາກຂັ້ນສູນກາງ ຄະນະປະຈໍາພັກ ກໍາມະການພັກ ນວ ເລຂາໜ່ວຍພັກຮາກຖານ ພະແນກການ ອົງການ ກົມກອງ ແລະ ພະນັກງານຫຼັກແຫຼງເຂົ້າຮ່ວມ.

    ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງະຕິບັດຂະບວນການຍ້ອງຍໍແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2022 ທົ່ວ ນວ ມີບາງຕອນໃຫ້ຮູ້ວ່າ:ໃນປີ 2015 ລັດຖະບານໄດ້ເປີດຂະບວນການຂໍ້ແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລ່ວງເລິກຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃນຂອບເຂດທົ່ວປະເທດ ແລະ ໃນປີ 2019 ອົງການປົກຄອງ ນວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວ ນວ ແລະ ໄດ້ວາງຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາອອກເປັນ 8 ຂໍ້ ໃນນີ້ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ແລະ ຜູ້ປະກອບການໃຫ້ມີຈິດສໍານຶກຂອງການເປັນເຈົ້າພາບທີ່ດີ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວ ນວ ເອົາໃຈໃສ່ສຶກສາຄວາມສະຫງົບຢູ່ລຽບຊາຍແດນ ຈັດຕັ້ງປະຕິບັດແຜນວຽກ ແລະ ມາດຕະການສ້າງ ນວ ສະຫງົບສຸກ ຢູ່ພາຍໃນ ນວ ອັນໄດ້ສ້າງບັນຍາກາດເອື້ອຍອໍານວຍຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

      ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020) ໄດ້ມີບຸກຄົນ ແລະ ກົມກອງດີເດັ່ນໄດ້ຮັບການຍ້ອງຍໍທັງໝົດຄື:ການຍ້ອງຍໍຂອງລັດຖະບານປະກອບມີ ຫຼຽນໄຊແຮງງານຊັ້ນ 1 ລວມ 96 ຫຼຽນໃນນັ້ນມີບຸກຄົນ 92 ຫຼຽນ ແລະ ກົມກອງ 4 ຫຼຽນ ຫຼຽນໄຊແຮງງານຊັ້ນ II ລວມ 354 ຫຼຽນ ໃນນັ້ນບຸກຄົນ 333 ຫຼຽນ ກົມກອງ 21 ຫຼຽນ ຫຼຽນໄຊແຮງງານຊັ້ນ III ລວມ 1.002 ຫຼຽນ ໃນນັ້ນບຸກຄົນ 919 ຫຼຽນ ກົມກອງ 83 ຫຼຽນ ຫຼຽນການແຮງງານ ລວມ 1.969 ຫຼຽນ ໃນນີ້ບຸກຄົນ 1.867 ຫຼຽນ ກົມກອງ 102 ຫຼຽນ ໃບຍ້ອງຍໍລັດຖະບານ 3.951 ໃບ ໃນນີ້ບຸກຄົນ 3.746 ໃບ ກົມກອງ 205 ໃບ ແລະ ປະເພດທຸງໄຊ ແລະ ຄັນທຸງ 1 ຜືນ ປະເພດໃບຍ້ອງຍໍຂັ້ນ ນວ ປະກອບມີ ໃບຍ້ອງຍໍເຈົ້າຄອງ ນວ 5.856 ໃບ ໃນນັ້ນມີ 385 ກົມກອງ ແລະ ບຸກຄົນ 5.471 ທ່ານ ໃບຊົມເຊີຍເຈົ້າຄອງ ນວ 7.692 ໃບ ໃນນັ້ນມີ 361 ກົມກອງ ແລະ ບຸກຄົນ 7.331 ທ່ານ.

      ນອກນີ້ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີບົດຮຽນຂອງຕົວແບບດີເດັ່ນ ການປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຂະແໜງການ ເມືອງ ບ້ານ ແລະ ຕົວແບບຈໍານວນໜຶ່ງ ພິເສດກອງປະຊຸມຄັ້ງນີ້ທ່ານ ອາດສະພັງທອງ ສີພັນດອນ ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ກັບ 3 ກົມກອງດີເດັ່ນ ແລະ ບຸກຄົນດີເດັ່ນ 15 ທ່ານ ແລະ ທ່ານ ພູວົງ ວົງຄໍາຊາວ ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ບ້ານດີເດັ່ນ ຈໍານວນ 6 ບ້ານ ແລະ ບຸກຄົນປະກອບການດີເດັ່ນ 4 ທ່ານ ພ້ອມນີ້ຍັງໄດ້ປະກາດການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ນວ ພ້ອມທັງຜ່ານເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

error: Content is protected !!