ຕິດຕາມຜົນການເຮັດທົດລອງກຸ້ມຕົນເອງທາງດ້ານງົບປະມານຂອງ 3 ໂຮງໝໍ

    ເພື່ອປະຕິບັດຕາມແຈ້ງການ ເລກທີ 593/ຫສນຍ ລົງວັນທີ 4 ພຶດສະພາ 2022 ທິດຊີ້ນຳຂອງລັດຖະບານໃຫ້ສືບຕໍ່ປະຕິບັດຕາມຄຳແນະນຳຂອງກະຊວງການເງິນ ສະບັບເລກທີ 2258/ກງ ລົງວັນທີ 21 ພຶດສະພາ 2021.

    ໃນວັນທີ 22 ກຸມພາ 2023 ກົມງົບປະມານແຫ່ງລັດ ກະຊວງການເງິນ ໂດຍການນຳພາຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ທັງເປັນຫົວໜ້າຄະນະຮັບຜິດຊອບຄຸ້ມຄອງ ແນະນຳ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດຫົວໜ່ວຍວິຊາການກຸ້ມຕົນເອງທາງດ້ານງົບປະມານສົມທົບກັບກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລາກອນ ກະຊວງພາຍໃນ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ຕິດຕາມຜົນການເຮັດທົດລອງຫັນເປັນຫົວໜ່ວຍກຸ້ມຕົນເອງທາງດ້ານງົບປະມານຂອງ 3 ໂຮງໝໍເຊັ່ນ: ໂຮງໝໍມະໂຫສົດ ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິລາດ ໂດຍການຕ້ອນຮັບຂອງຄະນະອຳນວຍການຂອງ 3 ໂຮງໝໍ ຄະນະພະແນກຈາກກະຊວງສາທາລະນະສຸກ ຕາງໜ້າກົມວິຊາການອ້ອມຂ້າງກະຊວງການເງິນໃນນາມຄະນະຮັບຜິດຊອບ ວິຊາການຈາກພາກສ່ວນກ່ຽວຂ້ອງ.

ສຳລັບການຮ່ວມເຮັດວຽກຄັ້ງນີ້ເປັນການລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າຜົນການຂອງການເຮັດທົດລອງຫັນກຸ້ມຕົນເອງ ຕິດຕາມແລກປ່ຽນບົດຮຽນ ເພື່ອພ້ອມກັນຕີລາຄາໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ ບົດຮຽນຖອດຖອນໄດ້ ແລະ ຂໍ້ສະເໜີຕ່າງໆຂອງການເຮັດທົດລອງຜ່ານມາພາຍຫຼັງທີ 3 ໂຮງໝໍໄດ້ຮັບມອບສິດຈາກລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 763/ສທ ລົງວັນທີ 28 ມິຖຸນາ 2022 ກ່າວລວມເຖິງການທີ່ຈະຄົ້ນຄ້ວາຍົກລະດັບການຫັນກຸ້ມຕົນເອງຂຶ້ນຕື່ມ.

    ໃນກອງປະຊຸມດັ່ງກ່າວຕາງໜ້າຈາກກົມການເງິນ ກະຊວງສາທາລະນະສຸກ ຄະນະອຳນວຍການ ທັງ 3 ໂຮງໝໍ ໄດ້ພັດປ່ຽນກັນລາຍງານ ສະເໜີສະພາບລວມສະເໜີຂໍ້ສະດວກຂໍ້ຫຍຸ້ງຍາກກ່ຽວກັບວຽກງານດັ່ງກ່າວເຊິ່ງເຫັນໄດ້ຄວາມສະດວກວ່ອງໄວ ຮັບປະກັນຜົນສຳເລັດວຽກງານຂອງໂຮງໝໍໄດ້ເປັນຢ່າງດີ ຄຽງຄູ່ກັບຈຸດດີນັ້ນຍັງມີບາງບັນຫາທີ່ຍັງຈະໄດ້ສືບຕໍ່ຫາລືແກ້ໄຂຕື່ມ.

ໃນກອງປະຊຸມທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ທັງເປັນຫົວໜ້າຄະນະຮັບຜິດຊອບຄຸ້ມຄອງ ແນະນຳ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດຫົວໜ່ວຍວິຊາການກຸ້ມຕົນເອງທາງດ້ານງົບປະມານ ໄດ້ໃຫ້ທິດຊີ້ນຳຕໍ່ກັບການສະເໜີຂອງ 3 ໂຮງໝໍເປັນຕົ້ນ ວຽກງານການຈັດຊື້-ຈັດຈ້າງຈະໄດ້ຄົ້ນຄວ້າກົນໄກໃນຕໍ່ໜ້າເພື່ອໃຫ້ສອດຄ່ອງໃນການປະຕິບັດຕົວຈິງ ການສະເໜີເປັນຫົວໜ່ວຍຂັ້ນ 1 ແລະ ເງິນນະໂຍບາຍຕິດພັນກັບກະຊວງພາຍໃນ ຈຶ່ງສະເໜີໃຫ້ກະຊວງພາຍໃນພິຈາລະນາຄົ້ນຄວ້າຄວາມເປັນໄປໄດ້ໃນການຫັນເປັນຫົວໜ່ວຍຂັ້ນ 1 ກ່ຽວກັບການສະເໜີປັບອັດຕາແຮງຈູງໃຈ ການກຳນົດລາຄາກາງ ອັດຕາຄ່າປິ່ນປົວ ຫຼື ເພີ່ມທາງເລືອກໃນການບໍລິການໃຫ້ມີຫຼາຍຮູບແບບຫຼາຍທາງເລືອກ ແລະ ບັນດານິຕິກຳທີ່ຕິດພັນກັບພາກສ່ວນຕ່າງໆແມ່ນສະເໜີໃຫ້ຄົ້ນຄວ້າເປັນເອກະພາບກັນແລ້ວລາຍງານຄະນະນຳກະຊວງຕົນເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດ. 

error: Content is protected !!