ນວ ຮ່ວມມືພາກເອກະຊົນພັດທະນາລະບົບນໍ້າປະປາ ແລະ ໃຫ້ບໍລິການນໍ້າປະປາຢູ່ 2 ເມືອງ

               ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວໄດ້ເຊັນສັນຍາວ່າດ້ວຍການລົງທຶນພັດທະນາລະບົບນໍ້າປະປາ ແລະ ດຳເນີນທຸລະກິດບໍລິການນໍ້າປະປາຢູ່ເຂດບ້ານ ນາບົງ ເມືອງປາກງື່ມ ແລະ ເຂດບ້ານສົມສະໄໝ ເມືອງໄຊທານີ ການເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນວ ຕາງໜ້າເຊັນໂດຍ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນວ ແລະ ທ່ານ ນາງ ສຸຈິນດາ ແສງເພັດ ຮອງຜູ້ອຳນວຍການ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວ ມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ແລະ ຫົວໜ້າມູນນິທິອິດມິດເວດ ທ່ານ ເຈົ້າເມືອງປາກງື່ມ ແລະ ເມືອງໄຊທານີ ພ້ອມດ້ວຍຕາງໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

               ໂຄງການພັດທະນາ ລະບົບນ້ຳປະປາ ແລະ ໃຫ້ບໍລິການນ້ຳປະປາ ມີມູນຄ່າທັງໝົດ 3.340.934 ໂດລາສະຫະລັດ ຈັດຕັ້ງປະຕິບັດໂຄງການພາຍໃຕ້ຮູບແບບການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໂດຍແມ່ນອົງການປົກຄອງນະຄອນຫຼວງວຽງຈັນ ເມືອງ ແລະ ບ້ານ ໄດ້ສະໜອງທີ່ດິນທີ່ຕັ້ງລະບົບຜະລິດນ້ຳປະປາ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກມູນນິທິ ອິດມິດເວດ ເຂົ້າໃນການສຳຫຼວດ-ອອກແບບຈຳນວນ 25.000 ໂດລາ, ຊ່ວຍເຫຼືອຄ່າຕິດຕັ້ງນໍ້າໃຫ້ແກ່ຄອບຄົວທຸກຍາກ ແລະ ສະຖານທີ່ສາທາລະນະຂອງຊຸມຊົນ ປະມານ 20.000 ໂດລາ ແລະ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນປະຖົມ ລວມມູນຄ່າ 27.500 ໂດລາ ແລະ ທຶນຊ່ວຍການກໍ່ສ້າງ ຈຳນວນ 450.000 ໂດລາສະຫະລັດ ແລະ ການລົງທຶນຈາກບໍລິສັດທໍ່ນ້ຳລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດ ຜູ້ດຽວ ຈຳນວນ 2.890.934 ໂດລາສະຫາລັດ ໃນຮູບແບບ BOT.

               ໂຄງການດັ່ງກ່າວແມ່ນໄດ້ລົງມືການກໍ່ສ້າງແຕ່ຕົ້ນເດືອນ ກໍລະກົດ 2022 ເປັນຕົ້ນມາຈົນເຖີງປະຈຸບັນມີຄວາມຄືບໜ້າຫຼາຍກວ່າ 50% ແລະ ຈະໄດ້ທົດລອງຜະລິດນ້ຳ ແລະ ໃຫ້ບໍລິການບາງບ້ານກ່ອນປີ ໃໝ່ລາວ 2023 ເຊີ່ງຕາມແຜນການກໍ່ສ້າງຄາດໝາຍວ່າຈະສຳເລັດການກໍ່ສ້າງ 100% ໃນເດືອນ ກັນຍາ 2023 ນີ້. ພາຍຫຼັງສຳເລັດການກໍ່ສ້າງສາມາດໃຫ້ບໍລິການໃນເຂດ 15 ບ້ານ ກວມເອົາ 3.481 ຫຼັງຄາເຮືອນ21.198 ຄົນ .

               ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນເພື່ອພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະການພັດທະນາເສດຖະກິດໃນ ນວ ໃນການສະໜອງນໍ້າໃຫ້ແກ່ປະຊາຊົນໃນເຂດພື້ນທີ່ກຸ່ມບ້ານເປົ້າໝາຍໄດ້ໃຊ້ນໍ້າທີ່ມີຄຸນນະພາບ.

error: Content is protected !!