ວາງສີລາລຶກ ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ)

ວັນທີ 18 ກຸມພາ 2023 ທີ່ຜ່ານມາ ບໍລິສັດ ເຊໂປນ ມາຍນິງ ຈໍາກັດ ໄດ້ຈັດພິທີເປີດງານວາງສີລາລຶກ ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ຂຶ້ນຢ່າງເປັນທາງການທີ່ບ້ານໂພນໄຮ ເມືອງເຊໂປນ ແຂວງສະຫວັນນະເຂດ. ເຊິ່ງໂຄງການດັ່ງກ່າວແມ່ນຕັ້ງຢູ່ເຂດບ້ານໂພນໄຮ ແລະ ບ້ານແກ້ງຄືບ ເມືອງເຊໂປນ ແຂວງສະຫວັນນະເຂດ ກວມເອົາເນື້ອທີ່ທັງໝົດ 7,32 ກິໂລຕາແມັດ.

ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນ ແລະ ທຳມະຊາດ ແຂວງສະຫວັນນະເຂດ ທ່ານ ເດວິດ ມໍຣ໌ ປະທານບໍລິສັດ ເຊໂປນ ມາຍນິງ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ອໍານາດການປົກຄອງທັງສອງບ້ານ.

ທ່ານ ສະຖາພອນ ດວງຕາວັນ ຮອງກົມຄຸ້ມຄອງບໍ່ແຮ່ ກ່າວວ່າ: ເພື່ອເຮັດໃຫ້ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ດັ່ງກ່າວໄດ້ເກີດຂຶ້ນຢ່າງເປັນຮູບປະທຳນັ້ນ ແມ່ນຂໍຮຽກຮ້ອງມາຍັງທຸກພາກສ່ວນ ແລະ ທຸກອົງການຈັດຕັ້ງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນໃຫ້ຄວາມຮ່ວມມື ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ໂຄງການດັ່ງກ່າວດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ ແລະກໍ່ເປັນການປະກອບສ່ວນໃນການສ້າງສາພັດທະ ນາປະເທດຊາດໄປພ້ອມກັນ.

ທ່ານ ເດວິດ ມໍຣ໌ ຜູ້ອຳນວຍການ ບໍລິສັດ ເຊໂປນ ມາຍນິງ ຈຳກັດ ກ່າວຕື່ມວ່າ: ພວກຂ້າພະເຈົ້າໄດ້ເລີ່ມສຳຫຼວດໂຄງການນີ້ມາໄດ້ 10 ກວ່າປີແລ້ວ ແລະ ມາຮອດປັດຈຸບັນ ບໍລິສັດຂອງພວກຂ້າພະເຈົ້າໄດ້ມີຄວາມພ້ອມໃນທຸກໆດ້ານ ບໍ່ວ່າຈະເປັນຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ, ຂໍ້ມູນການສໍາຫຼວດ, ເຄື່ອງຈັກ ແລະ ວັດຖຸອຸປະກອນຕ່າງໆຢ່າງຄົບຖ້ວນ ແລະ ບໍລິສັດພວກຂ້າພະເຈົ້າກໍ່ໄດ້ມອບເງິນພັນທະໃຫ້ລັດຖະບານລາວລ່ວງໜ້າ ເປັນຈຳນວນເງິນ 3 ລ້ານໂດລາສະຫະລັດ ເປັນທີ່ຮຽບຮ້ອຍແລ້ວ. ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງໄດ້ສະເໜີເອົາໂຄງການດັ່ງກ່າວ ກ້າວເຂົ້າສູ່ຂັ້ນຕອນການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄຳເຄົ້າ ຢ່າງເປັນທາງການ.

ເມື່ອໂຄງການສາມາດດຳເນີນໄປໄດ້ດີຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທັງພາຍໃນປະເທດ ແລະ ເຂດໃກ້ຄຽງ ໂດຍສະເພາະກໍ່ແມ່ນປະຊາຊົນພາຍໃນບ້ານໂພນໄຮ ແລະ ບ້ານແກງຄືບ. ນອກຈາກນັ້ນ ທາງບໍລິສັດຍັງຈະຊ່ວຍສະໜັບສະໜູນຊຸມຊົນໃນດ້ານຕ່າງໆ ເຊັ່ນ: ສ້າງຖະໜົນຫົນທາງ ສ້າງໂຮງຮຽນ ສ້ອມແປງຫ້ອງການບ້ານ ເຈາະນ້ຳບາດານໃຫ້ບ້ານໃຊ້ ຈັດຕັ້ງກອງທຶນບ້ານ ແລະ ອື່ນໆ.

ການສຳປະທານຄັ້ງນີ້ແມ່ນສືບເນື່ອງຈາກການເຊັນບົດບັນທຶກໂຄງການຮ່ວມມືສຶກສາຂໍ້ມູນແຮ່ທາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່  ກັບບໍລິສັດ ວິນແຮມ ມິນິໂຣສ ລາວ ຈຳກັດ (ບໍລິສັດ ເຊໂປນ ມາຍນິງຈຳກັດ ໃນປັດຈຸບັນ) ຢູ່ເຂດເມືອງເຊໂປນແຂວງສະຫວັນນະເຂດ  ໃນຄັ້ງວັນທີ 9 ພຶດສະພາ 2014 ໃນເນື້ອທີ່ທັງຫມົດ 206,72 ກິໂລຕາແມັດ ກຳນົດເວລາ 1 ປີໃຫ້ສໍາເລັດ ແຕ່ຍ້ອນໂຄງການດັ່ງກ່າວບໍ່ສາມາດຈັດຕັ້ງປະຕິບັດໜ້າວຽກເຕັກນິກໄດ້ຕາມຄາດໝາຍ ຈຶ່ງສະເໜີຂໍຕໍ່ອາຍຸສັນຍາລວມທັງໝົດ 3 ຄັ້ງ.

ຈາກການປະຕິບັດວຽກງານພາກສະໜາມທີ່ຜ່ານມາ ໂດຍສົມທົບກັບ ກົມທໍລະນີສາດ ແລະ ແຮ່ທາດ, ອຳນາດການປົກຄອງບ້ານ ແລະ ອຳນາດການປົກຄອງທ້ອງຖິ່ນ ບໍລິສັດຈຶ່ງສາມາດຂັດຈ້ອນ ແລະ ກຳນົດຂອບເຂດເນື້ອທີ່ທີ່ມີທ່າແຮງແຫຼ່ງແຮ່ຄຳ ແລະ ສາມາດປະເມີນຄວາມເປັນໄປໄດ້ທາງດ້ານເສດຖະ ກິດຂອງແຫຼ່ງແຮ່ເພື່ອຂໍກ້າວເຂົ້າສູ່ການທົດລອງຂຸດຄົ້ນ ແລະ ປຸງແຕ່ງ.

ທັງນີ້ ເພື່ອເປັນການປະກອບສ່ວນສ້າງລາຍຮັບໃຫ້ແກ່ລັດຖະບານ ບໍລິສັດ ເຊໂປນ ມາຍນິງຈຳກັດ ຈຶ່ງໄດ້ສະເໜີຂໍເຈລະຈາເຊັນສັນຍາສຳປະທານ ວ່າດ້ວຍການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ໃນປີ 2021 ແລະ ລັດຖະບານລາວໄດ້ອະນຸມັດໃຫ້ເຊັນສັນຍາ ວ່າດ້ວຍການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ (ຊ່ວງໄລຍະທົດລອງ 3 ປີ) ໃນເນື້ອທີ່ 7,32 ກິໂລຕາແມັດ ໃນວັນທີ 21 ກຸມພາ 2022 ທີ່ຜ່ານມາ.

error: Content is protected !!